ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Thursday    Apr 24th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-18 18:48:36    
ມີ​ວິ​ສາ​ຫະກິດ​ອີກ 163 ​ແຫ່ງ​ຈະ​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສອງ​

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ພາຍຫຼັງ​ໄດ້​ກຳນົດ​ວິ​ສາ​ຫະກິດ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ງວດ​ທຳ​ອິດ​ເມື່ອ​ເດືອນ​ມິຖຸນາ​ປີ​ນີ້​ແລ້ວ, ຫວ່າງ​ມໍ່ໆ​ນີ້, ວິ​ສາ​ຫະກິດ​ງວດ​ທີ​ສອງ 163 ​ແຫ່ງ​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ເອັກສ໌​ໂປ​ຈີນ​ອາຊຽນຄັ້ງທີ​ສອງໄດ້​ຜ່ານ​ການກຳນົດ​ແລ້ວ. ນັບ​ມາ​ຮອດ​ປະຈຸ​ບັນ, ວິ​ສາ​ຫະ​ກິດ​ທີ່​ຈະ​ເຂົ້າຮ່ວມ​ງານ​ເອັກສ໌​ໂປ​ຈີນ​ອາຊຽນ​ໄດ້​ມີ​ເຖິງ 303 ​ແຫ່ງ.

ຕາມ​ໄດ້​ຊາບ, ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ​ໄດ້​ຝາກ​ຈົດ​ໝາຍ​ມາ​ໃຫ້​ຄະນະ​ເລ​ຂາ​ພະ​ແນ​ກງານ​ເອັກສ໌​ໂປ, ກ່າວ​ຢ່າງ​ຈະ​ແຈ້ງວ່າ ຝ່າຍ​ຫວຽດນາມ​ຈະ​ໃຊ້​ບ່ອນ​ວາງສະ​ແດງ 80 ​ແຫ່ງ​ໃນ​ງານ​ເອັກສ໌​ໂປ​ຈີນ​ອາຊຽນຄັ້ງທີ​ສອງ. ມາ​ເລ​ເຊຍ​ໄດ້​ເພີ່ມ​ຈາກ 20 ​ແຫ່ງ​ຂຶ້ນ​​ເປັນ 46 ​ແຫ່ງ, ​ໄທ​ຈາກ 30 ​ແຫ່ງ​ເພີ່ມ​ຂຶ້ນ​ເປັນ 80 ​ແຫ່ງ, ບຼູ​ໄນ 2 ​ແຫ່ງ, ກຳປູ​ເຈຍ 14 ​ແຫ່ງ, ອິນ​ໂດ​ເນ​ເຊຍ 50 ​ແຫ່ງ, ມຽນ​ມາ 30 ​ແຫ່ງ, ຟິຼບປິນ 10 ​ແຫ່ງ.

​ໃນ​ໄລຍະ​ຈັດ​ງານ​ເອັກສ໌​ໂປ, ຫວຽດນາມ​ຈະ​ຈັດ​ຕັ້ງຄະນະ​ຜູ່​ແທນ​ປະກອບ​ດ້ວຍ 300 ຄົນ​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ, ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ສິງກະ​ໂປ​ແລະ​ມຽນມາ​ເປັນ​ຕົ້ນ​ຈະ​ຈັດ​ຄະ​ນະ​ນັກທຸລະກິດ​ຈັດຊື້ 880 ກວ່າ​ຄົນມາ​ເຂົ້າຮ່ວມ​ງານ​ເອັກສ໌​ໂປ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040