ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-19 17:28:11    
ຂ່າວ​ວິທະຍາສາດ​ສີ່​ຂໍ້

cri Author: q
ໜຶ່ງ,ຄົນ​ເຈັບ​ຜ່າຕັດ​ເອົາ​ເລືອດຂອງ​ຕົນ​ສີດ​ຄືນ​ໃຫ້​ແກ່​ຕົນ​ເອງໄດ້.

ໂຮງໝໍ​ເລກ​ໜຶ່ງ​ຂອງ​ມະຫາ​ວິທະຍາສ​ໄລ​ແພດສາດ​ປັກ​ກິ່ງ​ແລະ​ບໍລິສັດ​ເຄື່ອງ​ປິ່ນປົວ​ຈິ່ງ​ຈິ່ງ​ປັກ​ກິ່ງ​ໄດ້​ຄົ້ນຄວ້າ​ເຮັດ​ໃຫ້​ເຄື່ອງ​ຈັກ​ເກັບ​ເອົາ​ເລື​ອດຂອງ​ຄົນ​ເຈັບ​ເອງ​ໃນ​ເວລາ​ຜ່າຕັດ​ເຄື່ອງ​ທຳ​ອິດ​ແລະ​ຖົງ​ເກັບ​ໂຮມ​ເອົາ​ເລືອດ​ຄືນ​ເພື່ອ​​ໃຊ້​ເທື່ອ​ດຽວ.ຫຼັກ​ຈາກ​ຜ່ານ​ການ​ກວດ​ກາ​ຈາກ​ກົມ​ຄຸ້ມ​ຄອງ​ຢຸກຢາ​ຂອງ​ລັດ​ກໍ​ໄດ້​ຮັບ​ສິດທິ​ບັດ​ຈາກ​ລັດ.

ເຄື່ອງ​ເກັບ​ເລືອດ​ຄືນ​ດັ່ງກ່າວ​ແມ່ນ​ສຳ​ລັບ​ແກ້​ໄຂ​ຍາມ​ຂາດ​ເຂີນ​ເລືອດ​ໃນ​ເວລາ​ຜ່າຕັດ​ແລະ​ເພື່ອ​ຫຼີກ​ເວັ້ນຄວາມ​ອັນຕະ​ລາຍ​ຕໍ່​ສຸຂະພາບ​ຂອງ​ຜູ້​ປ່ວຍ​ຍ້ອນ​ໃຊ້​ເລືອດ​ຂອງ​ຜູ້​ອື່ນ.​ເໝາະ​ສຳ​ລັບ​ເກັບ​ເອົາ​ເລືອດ​ຂອງ​ຄົນ​ເຈັບ​ໃນ​ເວລາ​ຜ່າຕັດ,​ເມື່ອ​ຕອງ​​ແຍກ​ທາດ​ລ້າງ​ແລະ​ທຳ​ຄວາມ​ສະ​ອາດ​ແລ້ວ,ກໍ​ສົ່ງ​ຄືນ​ໃຫ້​ຜູ້​ປ່ວຍ.​ແຕ່​ກ່ອນ,ການສົ່ງ​ເລືອດ​ໃຫ້​ຄົນ​ເຈັບ​ແມ່ນ​ເອົາ​ເລືອດ​ຂອງ​ຜູ້​ອື່ນ​ທັງ​ນັ້ນ,ນອກຈາກ​ມີ​ອາການ​ແພ້​ແລ້ວ,ຍັງ​ອາດ​ຈະ​ຕິດພະຍາດ​ຫຼາຍ​ຢ່າງ​ຍ້ອນ​ໃຊ້​ເລືອດ​ຂອງ​ຜູ້​ອື່ນ.ຈັກ​ເກັບ​ເລືອດ​ຂອງ​ຕົນ​ຄືນ​ໄດ້​ໃຊ້​ເຂົ້າ​ໃນ​ການຜ່າຕັດຫຼາຍ​ປະ​ເທດ​ຕ່າງ​ກັນ​ຕັ້ງຫຼາຍ​ສິບ​ລາຍ​ແລ້ວ,ປະກົດ​ວ່າ​ໄດ້​ຮັບ​ຜົນ​ດິສົມຄວນ,​ໃນ​ນັ້ນ,ສ່ວນ​ຫຼາຍ​ບໍ່​ມີ​ອາການ​ແພ້​ຄື​ກັບ​ສົ່ງ​ເລືອດ​ຂອງ​ຜູ້​ອື່ນ,ຜູ້​ຜ່າຕັດ​ທີ່ຮັບ​ສົ່ງ​ເລືອ​ດຂອງ​ຕົນ​ຄືນ​ລ້ວນ​ແຕ່​ດີ​ໄວ​ແລະ​ບໍ່​ມີ​ອາການ​ແພ້.

ສອງ:ນິຄົມ​ລ້ຽງ​ແມງ​ວັນ​ຂອງ​ອາ​ເມ​ລິ​ກາ

ຢູ່​ຊານ​ເມືອງ​ມາຍ​ອາ​ມີ​ແຫ່ງ​ອາ​ເມ​ລິ​ກາ,ມີ​ນິຄົມ​ແຫ່ງ​ໜຶ່ງ​ທີ່​ປະຈັກ​ຕາ​ຄົນ​ຄື​ນິຄົມ​ລ້ຽງ​ແມງ​ວັນ​ໄຮ້​ເຊື້ອ​ໂຣກ.ນິຄົມ​ນີ້​ກວ້າງ​ຫຼາຍ​ຮ້ອຍ​ເຮັກ​ຕາ,​ໃນ​ນິຄົມ​ມີ​ຕົ້ນ​ໄມ້​ຂຽວ​ເປັນ​ຮົ່ມ​ຢ່າງ​ສະ​ອາດ​ງາມ​ຕາ,​ໃນ​ເຮືອນ​ມຸງ​ດິນຂໍ​ສີ​ແດງ​ເປັນ​ແຖວ​ໆ​ນັ້ນ,ກໍ​ແມ່ນ​ບ່ອນ​ລ້ຽງ​​ແມງ​ວັນ​ຫຼາຍ​ຈົນ​ນັບ​ບໍ່ຫຼ້ອນ.

ໃນ​ຈຳພວກ​ແມ​ງໝີ່​ແມງ​ໄມ້​ນັ້ນ,​ແມງວັນ​ແມ່ນ​ມີ​ຄວາມ​ສາມາດ​ແຜ່​ເຊື້ອ​ຫຼາຍ​ກວ່າ​ໆ​ໝູ່.​ຕາມ​ສະ​ຖິ​ຕິ,​ພາຍ​ໃນ15​ມື້,​ແມງວັນ​ເຊື້ອ​ຄູ່​ນຶ່ງ​ອອກ​ໄຂ່​ໄດ້1500​ໜ່ວຍ,ພາຍ​ໃນ4​ເດືອນ​ແຕ່​ລະດູ​ຮ້ອນ​ຫາ​ລະດູ​ໃບ​ໄມ້ຫຼົ່ນ​ທີ່​ມີ​ຄວາມ​ຊຸ່ມ​ເໝາະ​ສົມ,ມັກ​ຈະ​ອອກ​ແມ່​ແຜ່​ລູກ​ເພີ່​ມຂຶ້ນ​ແບບທະວີຄູນ,​ເອົາ​ໄຂ່​ມັນ​ເບາະ​ເປັນ​ໜອນ,​ເອົາ​ໜອນ​ມາ​ຜະລິດ​ໂປຼຕິນ​ໄດ້​ປະມານ600​ໂຕນ,​ແລະ​ໂປຼຕິນນີ້​ຍັງ​ແມ່ນ​ແປ້ງ​ໂປຼຕິນສົດ​ຊັ້ນ​ສູງ,ອາດ​ຈັດ​ເຂົ້າ​ໃນ​ປະ​ເພດ​ອາຫານ​ທຳ​ມະ​ຊາດ​ທີ່​ຍອດ​ຢ້ຽມ​ໄດ້​ອີກ.​ໃນ​ຂະນະ​ທີ່​ຜະລິດ​ໂປຼຕິນນັ້ນ​ຍັງ​ຈະ​ໄດ້​ໄຂມັນ,ທາດ​ອັງ​ຕີ​ບີ​​ໂອ​ຕິກ,ທາດ​ແຂ້ນ​ແລະ​ອື່ນໆ​ເພື່ອ​ເຮັດ​​ເປັນ​ວັດຖຸ​ດິບ​ປ້ອນ​ອຸດສາຫະກຳ​ແລະ​ປຸງ​ຢາ.ພ້ອມ​ກັນ​ນັນ​ຍັງ​ຈະ​ໄດ້ຜົນ​ຜະລິດ​ສຳຮອງ​ທີ່​ມີ​ຄຸນ​ຄ່າ​ຄື​ຄາບ​ໜອນ,​ເພື່ອ​ກັ່ນ​ເອົາ​ທາດ​ຊີ​ຕິນສົດ​ທີ່​ຂາຍ​ກັນ​ຢູ່​ຕາມ​ຕະຫຼາດ​ສາກົນ​ໃນ​ລາຄາ​ແພງ​ເຖິງ20​ກວ່າ​ໂດ​ລາ​ຕໍ່1​ກຼາມ.ຄື1​ໂຕນ​ປະມານ100​ກວ່າ​ລ້ານ​ຢວນ​ເງິນ​ຈີນ.ຖ້າ​ຄິດ​ໄລ່​ຕາມ​ການ​ແຜ່​ເຊື້ອ​ຂອງ​ແມງວັນ​ຄູ່​ໜຶ່ງ​ໃນ​ລະດູ​ຮ້ອນ​ໜຶ່ງ​ສາມາດ​ໄດ້​ຄາບ​ໜອນ15​ໂຕນ,ອັດຕາ​ໃຊ້​ການ​ໄດ້​ໃນ​ການ​ກັ່ນ​ເອົາ​ທາດ​ຊີ​ຕິນກໍ​ມີ​ແຕ່80%ຂຶ້ນ​ໄປ​,ລາຍ​ໄດ້​ທາງ​ເສດຖະກິດ​ແມ່ນ​ຫຼາຍ​ບໍ່​ຢອກ.

ໜອນ​ສ່ວນ​ຫຼາຍ​ໃນ​ນິຄົມ​ແມ​ງວັນ​ແມ່ນ​ເອົາ​ມາ​ເຮັດ​ຫົວ​ອາຫານ​ໂປຼຕິນປະສົມ,ໜອນ​ສົດ​ສ່ວນ​ໜຶ່ງ​ແມ່ນ​ເອົາ​ມາ​ເກືອ​ເປັດ​ເກືອ​ໄກ່​ແລະ​ໝູ​ໂດ​ຍກົງ,ຂີ້​ເປັດ​ຂີ້​ໄກ່​ແລະ​ຂີ້​ໝູ​ແມ່ນ​ສິ່ງ​ລ້ຽງ​ໜອນ​ທີ່ດີກ​ວ່າ​ເພິ່ນ,​ເມື່ອ​ໜອນ​ໃຫຍ່​ແຍກ​ທາດ​ອອກ​ໄປ​ແລ້ວ,ສິ່ງ​ທີ່​ເຫຼືອ​ນັ້ນ​ກໍ​ເຮັດ​ເປັນ​ຝຸ່ນ​ອິນ​ຊີ​ສຳລັບ​ໃສ່​ນາ​ໃສ່​ສວນ,ປູກ​ພືດ​ພັນ​ທັນ​ຍາ​ຫານ​ແລະ​ຜັກ​ໝີ່ ທັງ​ຍັງ​ມີ​ບົດບາດ​ຍົງ​ດິນ​ທີ່​ຝຸ່ນ​ເຄມີ​ບໍ່​ສາມາດ​ປຽບປານ​ໄດ້.
1  2