ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 09:24:29    
ຄະນະ​ນັກ​ກິລາ​ລອຍ​ນ້ຳ​ຈີນຈ​ະ​ໄປ​ເຂົ້າ​ຮ່ວມ​ງານ​​ແຂ່ງ​ຂັນ​ລອຍ​ນ້ຳ​ຊິງ​ຊະ​ນະ​ເລີດ​ໂລກ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ແຕ່​ວັນ​ທີ 17 ຮອດ​ວັນ​ທີ 31 ກໍ​ລະ​ກົດ​ນີ້, ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງທີ 11 ຈະ​ຈັດ​ຂຶ້ນຢູ່ມົງ​ເຣອານ​ແຫ່ງ​ກາ​ນາ​ດາ, ຈີນ​ຈະ​ແຕ່ງ​ນັກ​ກິລາ​ 71 ຄົນ​ໄປ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເທື່ອ​ນີ້, ​ໃນ​ລາຍການ​ໂລກ​ກິລາ​ພາກນີ້, ​ເຊີນ​ຟັງບົດ​ແຈ້ງ​ຂ່າວ​ປະກອບ​ສຽງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຄະນະ​ນັກ​ກິລາລອຍ​ນ້ຳຈີນ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ໂລກ. ​

ວັນ​ທີ 5 ກໍລະກົດ​ນີ້, ສູນ​ລອຍ​ນ້ຳ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ໄດ້​ປະກາດ​ບັນຊີ​ລາຍ​ຊື່​​ນັກ​ກິລາ​ຈີນ​ທີ່​ຈະ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ໂລກ​ທີ່​ມົງ​ເຣອານ, ຄະນະ​ຜູ່​ແທນ​ຈີນ​ປະກອບ​ດ້ວຍ 121 ຄົນ, ​ໃນ​ນັ້ນມີ​ນັກ​ກິລາ 71 ຄົນ, ​ແມ່ນ​ຫຼາຍກວ່າ​ທຸກ​ຄັ້ງທີ່​ຈີນ​ແຕ່ງ​ໄປ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ໂລກ. ​ໃນ​ງານ​ແຂ່ງຂັນ​ລອຍ​ນ້ຳ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງນີ້, ຄະນະ​ນັກ​ກິລາ​ຈີນ​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ 4 ປະ​ເພດ​ໃຫຍ່ ຄື ​ລອຍ​ນ້ຳ ໂດດ​ນ້ຳ ​ລອຍນ້ຳ​ແບບ​ລວດລາຍ​ແລະ​ບານ​ນ້ຳ, ​ໃນ​ນັ້ນ ບານ​ນ້ຳ​ເພດ​ຍິງ​ແມ່ນ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​ຄັ້ງທຳ​ອິດ.

​ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້, ສູນ​ລອຍນ້ຳ​ຈີນ​ບໍ່​ໄດ້​ວາງ​ຄາດໝາຍຊິງ​ເອົາຫຼຽນຄຳ​ຈັກຫຼຽນຕໍ່​ນັກ​ກິລາ​ຈີນ, ຫາກ​ໄດ້​ເນັ້ນໜັກ​ວ່າ ການ​ແຂ່ງຂັນ​ເທື່ອ​ນີ້ ຕ້ອງ​ຖື​​ເອົາ​ການ​ຝຶກ​​ແອບ​ນັກ​ກິລາ​​ເພື່ອງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ແລະ​ສ້າງ​ນັກ​ກິລາ​ຜູ່​ໃໝ່​ເປັນ​ເປົ້າໝາຍ. ​ໃນ​ນັກ​ກິລາ ​71 ຄົນທີ່​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີ​ດ​ໂລກ​ເທື່ອ​ນີ້, ນັກ​ກິລາ​ທີ່​ເຂົ້າຮ່ວມ​ເປັນຄັ້ງທຳ​ອິດ​ໄດ້​ກວມ​ 53%, ຕໍ່​ເລື່ອງ​ນີ້, ທ່ານ​ລີ​ຮວາ ຫົວໜ້າ​ສູນ​ລອຍ​ນ້ຳ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ເວົ້າວ່າ: ​ໃນງານ​ແຂ່ງຂັນ​ລອຍ​ນ້ຳຊິງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້, ພວກຂ້າພະ​ເຈົ້າຖື​ການ​ຝຶກ​​ແອບນັກ​ກິລາ ​ແຂ່ງຂັນ​ກັບທີ​ມ​ເກັ່ງ ​ທ້ອນ​ໂຮມບົດຮຽນ​ເພື່ອ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເປັນ​ເປົ້າໝາຍ​ອັນ​ດັບ​ໜຶ່ງ.

ທ່ານ​ລີ​ຮວາ​ຍັງ​ກ່າວ​ວ່າ, ​ໃນ​ຂະນະ​ທີ່​​ຝຶກ​​ແອບນັກ​ກິລາ​ເພື່ອງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ນັ້ນ, ຄະນະ​ນັກ​ກິລາ​ຈີນ​ກໍ​ຈະ​ອອກ​ແຮງ​ຊິງເອົາຫຼຽນຄຳ​ໃນ​ປະ​ເພດ​ໂດດ​ນ້ຳ​ເຊິ່ງ​ແມ່ນ​ລາຍການ​ທ່າ​ແຮງ​ແລະ​ບາງ​ລາຍການ​ຂອງປະ​ເພດລອຍນ້ຳ.

​ໃນໝູ່​ນັກ​ກິລາຈີນທີ່​ເຂົ້າຮ່ວມ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​ເຫຼົ່ານັ້ນ, ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ນາງ​ໂລ​ເຊ​ຈວນ ​ແຊມ​ປຽນ​ລອຍ​​ແບບກົບ 100 ​ແມັດ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ແມ່ນ​ນັກ​ກິລາ​ທີ່ມີ​ຊື່​ສຽງ​ດົ່ງ​ດັງ​ທີ່​ສຸດ, ​ແລະ​ກໍ່​ແມ່ນຄວາມ​ຫວັງ​ຊິງ​ໄດ້​ແຊມປຽນຂອງ​ຄະນະ​ນັກ​ກິລາລອຍ​ນ້ຳ​ຈີນ. ​ໃນ​ງານ​ແຂ່ງຂັນ​ຊິງຊະນະ​ເລີດ​ໂລກ​ສອງ​ຄັ້ງກ່ອນ, ນາງ​ໂລ​ເຊ​ຈວນ​ຊິງ​ໄດ້​ແຊມປຽນລອຍ​ການລອຍ 50 ​ແມັດ​ແລະລອຍ 100 ​ແມັດ​ເພດ​ຍິງ, ​ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້ ນາງ​ຈະ​ຍາດ​ແຍ່ງ​ຊິງ​ເອົາ​ແຊມ​ປຽນ​ຄັ້ງທີ​ສາມ​ຢ່າງ​ຕໍ່​ເນື່ອງໃນ​ສອງ​ລາຍການ​ດັ່ງກ່າວ.

​ແຕ່​ໃນ​​ເວລາ​ຂຸ້ນ​ຂ້ຽວ​ກະກຽມງານ​ແຂ່ງຂັນ​ຊິງ​ຊະນະ​ເລີ​ດ​ໂລກ, ສະພາບ​ສຸຂະພາບ​ຂອງ​ນາງ​ໂລ​ເຊ​ຈວນ​ໄດ້​ພາ​ໃຫ້​ວົງ​ການ​ພາຍ​ນອກ​ສົນ​ໃຈ​ນຳ. ​ແຕ່​ຕົ້ນປີ​ມານີ້, ສຸຂະພາບຂອງ​ນາງ​ໂລ​ເຊ​ຈວນ​ບໍ່​ດີ​ປານ​ໃດ​​ໂດຍຕະຫຼອດ, ຫວ່າງ​ບໍ່​ດົນ​ນີ້ ​ໄດ້​ມີ​ຂ່າວ​ລາຍ​ງານ​ອີກວ່າ, ຫວ່າງ​ມໍ່ໆ​ນີ້ ສະມາຄົມ​ລອຍ​ນ້ຳ​ຈີນ​ໄດ້​​ຂໍ​ນຳສະຫະພັນ​ລອຍ​ນ້ຳ​ສາກົນ, ຫວັງ​ອະ​ນຸ​ຍາດ​ໃຫ້ນາງ​ໂລ​ເຊ​ຈວນ​ກິນ​ຢາ​ຊະນິດ​ໜຶ່ງ​ທີ່​ມີ​ສ່ວນ​ປະສົມ​ຂອງ "​ຢາເກືອດ​ຫ້າມ" ​ເພື່ອ​​ປິ່ນ​ປົວ​ພະ​ຍາດ. ​ໂດຍ​ແນ​ໃສ່​ບັນຫາ​ທີ່​ສື່​ມວນ​ຊົນ​ສົນ​ໃຈ​ນຳ​ເຫຼົ່ານີ້, ທ່ານຄູ​ຝຶກ​ຈ່າງ​ຢ້າ​ຕົງ​ແຫ່ງ​ທີ​ມລອຍ​ນ້ຳ​ແຫ່ງ​ຊາດ​ຈີນ ຜູ່​ຮັບຜິດຊອບຊີ້​ນຳ​ນາງ​ໂລ​ເຊ​ຈວນ​ໄດ້​ໃຫ້ຄວາມ​ກະ​ຈ່າງ​ແຈ້ງ. ທ່ານ​ເວົ້າວ່າ: ຢາ​ກິນທີ່​ຮ້ອງ​ຂໍ​ໃຊ້​​ໃນ​ການ​ປິ່ນປົວນັ້ນ ບໍ່​ແມ່ນ​ກິນ​ໃນ​ຍາມ​ທຳ​ມະ​ດາ, ຫາກ​ແມ່ນ​ກິນ​ໃນ​​ເວລາ​ປິ່ນປົວ​ດ່ວນ​, ຢ່າ​​ເຂົ້າ​ໃຈ​ວ່າ​ໃນ​ຍາມ​ທຳ​ມະ​ດາ​ກໍ່ກິນ​ຢາ​ປະ​ເພດ​ນີ້. ​ເວົ້າ​ອີກດ້ານໜຶ່ງ​ແລ້ວ, ຖ້າ​ນາງ​ໂລ​ເຊ​ຈວນ​ກິນ​ຢາ​ເກືອດ​ຫ້າມ​ນີ້​ ບໍ່​ພຽງ​ແຕ່ບໍ່​​ສາມາດ​ເຮັດ​ໃຫ້​​ລະດັບ​​ຂອງ​ນາງ​ຈະສູງຂຶ້ນ, ຫາກ​ຍັງ​ຈະ​ມີ​ຜົນ​ຮ້າຍ​ອີກ​ຊ້ຳ. ຢາ​ກະ​ຕຸ້ນ​ປະສາດ​ແມ່ນ​​ແນ​ໃສ່​ລາຍ​ກາ​ນທີ່​ຕ່າງ​ກັນ, ຢາ​ສະຫງົບ​ປະສາດ​ທີ່​ນາງ​ໂລ​ເຊ​ຈວນ​ກິນນັ້ນ ​ເວົ້າສຳ​ລັບ​ນັກ​ກິ​ລາ​ຍິງ​ເປົ້າ​ແລ້ວ​ແມ່ນ​ຢາ​ກະ​ຕຸ້ນ​ປະສາດ, ​ແຕ່​ເວົ້າສຳລັບ​ນັກ​ກິລາລອຍ​ນ້ຳ​ແລ້ວ ບໍ່​ມີ​ຜົນ​ດີ​ຫຍັງ​ຕໍ່​ການ​ຍົກ​ລະ​ດັບ. ດຽວ​ນີ້ ຮ່າງກາຍ​ຂອງນາງ​ໂລ​ເຊ​ຈວນ​ແມ່ນ​ດີຫຼາຍ, ນາງ​ຝຶກ​ແອບ​ກໍ່​ເປັນ​ປົກກະຕິ​ຢູ່.

ນອກຈາກ​ລາຍການລອຍ 50 ​ແມັດ​ແລະ 100 ​ແມັດ​ຂອງ​ນາງ​ໂລ​ເຊ​ຈວນ​ແລ້ວ, ​ໃນ​ລາຍ​ການ​ລອຍ​​ແບບ​ເສລີຕໍ່​ແຮງ 4 ຄຸນ 200 ​ແມັດ​ເພດ​ຍິງ​, ທີ​ມຈີນ​ກໍ່​ມີ​ຄວາມ​ສາມາດ​ຊິງ​ເອົາ​ແຊມ​ປຽນ​ໄດ້. ສ່ວນ​ນັກ​ກິລາ​ເພດ​ຊາຍ, ​ໃນ​ລາຍການ​ລອຍ​ແບບ​ແມງກະ​ເບື້ອ​ເພດ​ຊາຍ 200 ​ແມັດ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ໃນ​ປີ​ກາຍ, ທ້າວ​ອູ​ເຜິ​ງ ນັກ​ກິລາໜຸ່ມ​ຈີນ​​ເປັນ​ທີ 6. ​ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້, ​ເປົ້າ​ໝາຍ​ຂອງ​ລາວ​ແມ່ນ​ພະຍາຍາມຍາດ​ໄດ້​​ຜົນ​ດີກ​ວ່າ​ເກົ່າ​ອີກ.

​ໃນ​ໄລຍະ​ດົນ​ນານ​ມາ​ນີ້, ທີ​ມ​ໂດດ​ນ້ຳ​ຈີນ​ໄດ້​ຢູ່​ໃນ​ທ່າ​ແຮງ​ໂດຍ​ຕະຫຼອ​ດບົນ​ເວທີ​ໂດດ​ນ້ຳ​ສາກົນ, ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ປີ​ກາຍ​ນີ້, ຫຼຽນຄຳ​ຂອງລາຍການ​ໂດດ​ນ້ຳ​ທັງ​ໝົດ​ມີ 8 ຫຼຽນ, ທີ​ມ​ໂດດ​ນ້ຳ​ຈີນ​ກໍຊິງ​ໄດ້ 6 ຫຼຽນ. ​ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​ເທື່ອ​ນີ້, ທີ​ມ​ໂດດ​ນ້ຳ​ຈີນ​ເລັງ​ສາຍຕາ​ໃສ່​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ຈຶ່ງ​ໄດ້​ແຕ່ງ​ຄະນະ​ນັກ​ກິລາ​ປະກອບ​ດ້ວຍ​ນັກ​ກິລາ​ເກົ່າ​ປະສົມ​ກັບນັກ​ກິລາ​ໜຸ່ມ​​ໄປເຂົ້າຮ່ວມການ​ແຂ່ງ​ຂັນ​ເທື່ອ​ນີ້. ​

ນາງ​ໂຈ່​ວຈີ​ຫົງ ຫົວໜ້າ​ທີ​ມ​ໂດດ​ນ້ຳ​​ແຫ່ງ​ຊາດຈີນ​ແນະນຳ​ວ່າ, ​ໃນປີ​ທີ​ສອງ​ຫຼັງຈາກງານ​ກິລາ​ໂອ​ລິ​ມປິກ​ ມັກ​ຈະ​ເປັນ​ໂອກາດ​ດີ​ຂອງ​ກິລາ​ໂດດ​ນ້ຳຂອງບັນດາ​ປະ​ເທດທີ່​ຝຶກ​​ແອບ​ນັກ​ກິລາ​ໜຸ່ມ ທົດ​ລອງ​ລາຍການ​ໂດດ​ຄູ່, ສ່ວນທີ​ມຈີນ​ກໍ່​ຄື​ກັນ. ​ໃນ​ລາຍການ​ໂດດ​ຄູ່ຈາກ​ແປ້​ນສູງ 3 ​ແມັດ​​ເພດ​ຍິງ, ຈີນ​ຈະ​​ໃຫ້​ນາງ​ໂກຈິງ​ຈິງ ​ແຊມ​ປຽນ​ງານ​ກິລາ​ໂອ​ລິ​ມປິກ​ກັບ​ນາງ​ລີ​ຖິງ ນັກ​ກິລາ​ໜຸ່ມປະກອບ​ເປັນ​ຄູ່​ໜຶ່ງ. ​ໃນລາຍການ​ໂດດຄູ່​ຈາກ​ແປ້ນ​ສູງ 3 ​ແມັດ​ເພດ​ຊາຍ ກໍ່​ແມ່ນ​ທ້າວ​ຫວັງ​ຟົງ ນັກ​ກິລາ​ເກົ່າ​ພາ​ທ້າວ​ເຫີ​ຊົງ ນັກ​ກິລາໜຸ່ມ. ສ່ວນ​ສອງ​ລາຍການ​ໂດດ​ຄູ່​ຈາກ​ແທ່ນ​ສູງ 10 ​ແມັດ​ປະ​ເພດ​ຍິງ​ແລະ​ປະ​ເພດຊາຍ, ​​ເປັນນັກ​ກິລາໜຸ່ມ​ເຂົ້າ​ຮ່ວມ​ໝົດ. ນາງ​ໂຈ່​ວຈີ​ຫົງ​ເວົ້າວ່າ: ຈາກງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​ໄປ​ຮອດ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຍັງ​ມີ​ໄລຍະ​ໜຶ່ງ, ວຽກ​ງານ​ຂອງ​ພວກ​ຂ້າພະ​ເຈົ້າຕ້ອງ​ຖື​ງານ​ກິ​ລາ​ໂອ​ລິ​ມປິກ​ເປັນ​ເປົ້າ​ໝາຍ​ສຸດ​ທ້າຍ, ໃນ​ງານ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ໂລກ​​ເທື່ອ​ນີ້, ພວກ​ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ຕ້ອງ​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ ​ເພື່ອ​ຊິງ​ໄດ້ຜົນ​ງານ​ດີທໍ່​ນັ້ນ​, ຍັງ​ຕ້ອງ​ເຮັດ​ໃຫ້​ນັກ​ກິ​ລາ​ໜຸ່ມ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໂປ​ໂລ​ຂຶ້ນ​ອີກ​ດ້ວຍ.