ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 09:41:59    
ຈ້ຽນຢູ້​ເຈ່ຍ​ຈິ້ງ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ນິທານ​ສຸພາສິດ, ​ໃນ​ລາຍການ​ພາກ​ນີ້, ຂ້າພະ​ເຈົ້າຈະ​ເລົ່າ​ສຸພາສິດ​ເລື່ອງ "ຈ້ຽນຢູ້​ເຈ່ຍ​ຈິ້ງ" ​ສູ່​ຟັງ, ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.

ຄວາມ​ໝາຍ​ເດີມ​ຂອງ​ຄຳ​ສຸພາສິດດັ່ງກ່າວ​ແມ່ນສະພາບ​ຄ່ອຍໆ​ດີ​ຂຶ້ນ ມີຄວາມ​ສົນ​ໃຈ​ຫຼາຍ​ຂຶ້ນ​ເທື່ອ​ລະກ້າວ​ແລະ​ມີ​ຄວາມ​ຮູ້ສຶກ​​ຊົມ​ຊື່ນ​. ລາງ​ເທື່ອ​ກໍ່​ໝາຍ​ເຖິງຄ່ອຍໆ​ເຖິງ​ຂັ້ນຍອດ​ຢ້ຽມ. ພາຍຫຼັງມາ, ຄົນ​ທັງຫຼາຍ​ໃຊ້​ມາ​ອຸປະ​ມາຜູ່​ໃດ​ຜູ່​ໜຶ່ງ​ມີ​ຄວາມ​ສົນ​ໃຈ​ນຳ​ຍິ່ງ​ຂຶ້ນ​ເປັນ​ກ້າວໆຫຼືສະພາບ​ກະ​ເຕື້ອງ​ດີ​ຂຶ້ນ​ເປັນ​ກ້າວໆ.

​ເລື່ອງ​ກ່ຽວ​ກັບ​ຄຳ​ສຸພາສິດ​ດັ່ງກ່າວມີ​ມາ​ຄື​ດັ່ງ​ລຸ່ມ​ນີ້:

ກູ້​​ໄຂຈື່​ແມ່ນ​ນັກ​ແຕ້ມ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ໃນ​ລາຊະວົງ​ຈິ້ນ​ຂອງ​ຈີນ, ຊ່າງ​ແຕ້ມ​ຮູບບຸກຄົນ. ຮູບ​ແຕ້ມຂອງ​ເພິ່ນມີ​ຊີວິດ​ຊີວາ, ຈົນ​ຮອດ​ປະຈຸ​ບັນ​ຍັງ​​ໄດ້​ຮັບ​ຄວາມ​ຍ້ອງຍໍ​ແລະ​ຮໍາ​ຮຽນ​ນຳ​ຈາກ​ນັກ​ແຕ້ມ​ຍຸກ​ປະຈຸ​ບັນ​. ຍ້ອນ​ເພິ່ນ​ມີ​ລະດັບ​ສູງ​ດ້ານ​ສິລະ​ປະ, ​ແລະເກັ່ງຫຼາຍດ້ານ, ​ເປັນ​ຄົນ​ໃຈກວ້າງ, ​ເວົ້ານົວ​ຫົວ​ມ່ວນ, ນັກປາດ​ໃນ​ຄາວ​ນັ້ນ​ຈຶ່ງໂຄລົບ​ເພິ່ນ​ເປັນ "ຄົນ​ເກັ່ງ​ພິ​ເສດ" "ນັກ​ແຕ້ມ​ເກັ່ງ​ພິ​ເສດ. ​ເມື່ອ​ເລື່ອງ​ລາວເລັກໆ​ນ້ອຍໆ​ກ່ຽວ​ກັບ​ເພິ່ນ​ໄດ້​ຊ່າ​ລື​ກັນ​ອອກ​ໄປ​ແລ້ວ, ຄົນ​ທັງຫຼາຍ​ໄດ້​ອີງ​ຕາມ​ຄວາມ​ຕະຫຼົກຂອງ​ເພິ່ນ ​ເອີ້ນ​ເພິ່ນ​ເປັນ "​ບ້າພິ​ເສດ".

​ໃນ​ຍາມ​ຍັງ​​ເປັນເດັກນ້ອຍ, ​ເມື່ອ​ຫັດ​ແຕ້ມຮູບ, ​ເມື່ອ​ຫັດ​ແຕ້ມ​ດົນ​ແລ້ວ ກູ້​ໄຂ​ຈື່ກໍມັກ​ບໍ່​ຢາກ​ແຕ້ມ​ອີກ, ​ເພາະ​ຮູ້ສຶກ​ເມື່ອຍຫຼາຍ. ​ໃນ​ເວລາ​ນັ້ນ ​ເພິ່ນ​ມັກ​​ເອົາ​​ອ້ອຍ​ມາ​ກິນ, ທັງ​ແກ້​ຄໍ​ແຫ້ງ​ທັງ​​ເຮັດ​ໃຫ້​ຈິດ​ໃຈ​ສົດ​ຊື່ນຂຶ້ນ, ຍັງ​​ໄດ້​ພັກຜ່ອນ​ອີກ. ​ເມື່ອ​ພັກຜ່ອນ​ແລ້ວ​ກໍ​ຮຽນ​​ແຕ້ມ​ຮູບຕໍ່​ໄປ​ອີກ. ​​ເມື່ອ​ກິນ​ອ້ອຍ ເພິ່ນ​ຍັງ​ມັກ​ກິນ​ແຕ່​ຕອນ​ປາຍ​​ໄປ​ສູ່​ຕອນ​ກົກ.

​ມີ​ເທື່ອ​ໜຶ່ງ, ມີ​ເພື່ອນ​ຜູ່​ໜຶ່ງມາ​ຢາມເ​ພິ່ນ, ພໍດີ​ໄດ້​ເຫັນ​​ເພິ່ນຮຽນ​ແຕ້ມ​ຮູບເມື່ອຍ​ແລ້ວ​ພວມ​ກິນ​ອ້ອຍ​ຢູ່, ຈຶ່ງ​ຖາມ​ເພິ່ນ​ຢ່າງ​ປະຫຼາດ​ໃຈວ່າ, "​ເປັນ​ຫຍັງ​ເຈົ້າຈຶ່ງ​ກິນ​ຈາກຕອນ​ປາຍ? ​ອ້ອຍມັນ​ຫວານຕອນ​ກົກບໍ່​ແມ່ນ​ຫວະ!"

ກູ້​ໄຂ​ຈື່​ໄດ້​ຍິນ​ແລ້ວ​ຈຶ່ງ​ຍິ້ມ​ຕອບ​ວ່າ: "ນີ້​ຫລະ​ເອີ້ນ​ວ່າ​ຄ່ອຍໆ​ດີ​ຂຶ້ນ. ​ແມ່ນ​ແທ້, ອ້ອຍ​ມັນ​ຕອນ​ກົກ​ຫວານ​ກວ່າ​ຕອນ​ປາຍ, ​ແຕ່​ກິນ​ແຕ່​ຕອນ​ປາຍ ຄ່ອຍໆກິນ​ໄປຮອດ​ຕອນ​ກົກ, ຈຶ່ງ​ຈະ​ຫວານ​ຂຶ້ນຊັກ​ໄຊ້, ​ແລະຍິ່ງ​ຫວານ​ຍິ່ງ​ຢາກກິນ​ຕໍ່. ຖ້າ​ກິນ​ແຕ່​ຕອນ​ກົກ​ທີ່​ຫວານ​ທີ່ສຸດ, ກໍ​ຍ່ອມ​ຈະ​ຍິ່ງ​ກິນ​ຍິ່ງ​ຈືດ​ລົງ, ສ່ວນ​ຕອນ​ປາຍ​ສຸດ​ນັ້ນກໍ​ບໍ່​ຢາກຈະກິນ​ຕໍ່​ໄປ. ຂ້າພະ​ເຈົ້າຫັດ​ການ​ແຕ້ມຮູບ​ກໍ​​ແມ່ນ​​ເຫດຜົນດຽວ​ກັນ, ​​ໃນ​ໄລຍະ​ຫົວທີ​ອາດ​ແຕ້ມ​ບໍ່​ແຈບ​ໃຈປານ​ໃດ, ​ແຕ່​ຂ້າພະ​ເຈົ້າຄິດ​ວ່າ, ມີ​ແຕ່​ຍຶດໝັ້ນຫັດ​ແຕ້ມ​ຢ່າງ​ບໍ່​ລົດ​ລະ, ຈຶ່ງ​​ຈະແຕ້ມ​ໄດ້ດີ​ຂຶ້ນຊັກ​ໄຊ້, ​​ເຮັດ​ແນວ​ນີ້​ຈຶ່ງ​ສາມາດ​ກະຕຸກ​ຄວາມ​ສົນ​ໃຈ​ຂອງ​ຕົນ​​ໃຫ້ຫັດ​ແຕ້ມຕໍ່​ໄປ; ກົງກັນຂ້າມ, ຖ້າ​ຂ້າພະ​ເຈົ້າອິ່ມ​ອົກ​ອິ່ມ​ໃຈ​ນຳ​ຜົນງານ​ຂອງ​ຕົນ​ໃນ​ໄລຍະ​ຫົວທີ, ກໍ່​ບໍ່​ອາດ​ຈະ​ມີ​ຄວາມ​ກ້າວ​ໜ້າ​ອີກ.

​ເພື່ອນ​ມິດ​ໄດ້​ຍິນ​ແລ້ວກໍງຶກຫົວ​ຍອມ​ຮັບ. ​ແຕ່​ນັ້ນມາ, ຈິດ​ໃຈ​ຮຽນ​​ແຕ້ມ​ຮູບຢ່າງ​ທໍລະ​ຫົດ​ອົດທົນຂອງ​ກູ້​ໄຂ​ຈື່​ກໍ່​​ໄດ້​ຊ່າ​ລື​ກັນ​ໄປ.