ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 10:30:36    
ສະ​ມາ​ຊິກ​ນິ​ກາຍ​ຊຸນ​ນິດ2​ຄົນ​ຂອງ​ຄະນະ​ກຳ​ມະ​ການ​ຮ່າງ​ລັດຖະທຳ​ມະນູນ​ອີ​ຣັກ​ຖຶກ​ຍິງ​ຕາຍ

cri

ຕາມ​ຂ່າວCRI: ວັນ​ທີ 19 ກົດ​ລະ​ກົດ​ຢູ່​ແບກ​ແດດ, ສະມາຊິກ​ນິກາຍຊຸນ​ນິດ2​ຄົນ​ຂອງ​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ​ອີຣັກ​ແລະ​ຜູ່​ຊ່ອຍ​ຜູ່​ໜຶ່ງ​ຂອງ​ພວກ​ເຂົາ​ເຈົ້າ​ຖຶກຜູ່​ປະກອບ​ອາວຸດ​ຍິງ​ຕາຍ.

ວັນ​ທີ 19 ກໍ​ລະ​ກົດ, ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ຜ່າ​ນ​ໂຄສົກ​ຂອງ​ທ່ານ, ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ​ແລະ​ກ່າວ​ປະ​ນາມເລື່ອງ​ນີ້, ​​ແລະ​ຫວັງ​ໃຫ້​ເລື່ອງ​ດັ່ງກ່າວ​ຈະ​ບໍ່​ມີ​ຜົນ​ສະ​ທ້ອນ​ຕໍ່​​ວຽກ​ງານ​​ຄະນະ​ກຳມະການ​ຮ່າງ​ລັດຖະທຳ​ມະນູນ.

ສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກໍ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ມື້​ດັ່ງກ່າວ​ວ່າ, ​ເຫດການ​ລອບ​ຂ້າ​ນີ້​ຈະ​ບໍ່​ຫວັ່ນ​ໄຫວ​ຄວາມ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ອີຣັກທີ່​ສ້າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ລັດຖະທຳ​ມະນູນ​ສະບັບ​ໃໝ່​ຂອງ​ອີຣັກຈະ​ກຳ​ເນີດອອກຕາມ​ເວລາກຳນົດ.