ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 15:55:14    
ຊາວ​ກະ​ສິ​ກອນ​​ໄຕ້​ຫວັນ​ຮຽກ​ຮ້ອງ​ໃຫ້​​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈົ່ງ​ມີ​ເຈ​ຕະ​ນາ​ດີຕໍ່​ຄວາມ​ປາຖະໜາ​ດີ​ຂອງ​ແຜ່ນ​ດີ​ນ​ໃຫຍ່​ຈີນ​ທີ່​ມີ​ຕໍ່​ຊາວ​ກະ​ສິ​ກອນ​​ໄຕ້​ຫວັນ

cri

ຕາມ​ຂ່າວສານ​ຊິນ​ຮວາ​: "ງານ​ວາ​ງສະ​ແດງ​ການ​ຮ່ວມ​ມື​ກະສິກຳ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ທັງ​ເປັນງານ​ວາງສະ​ແດງ​ແລະ​ຊື້​ຂາຍ​ຜະ​ລິດ​ຕະພັນ​ກະສິກຳ​ໄຕ້​ຫວັນ"ພວມ​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ້. ຊາວ​ກະສິກອນ​ໄຕ້​ຫວັນ​ທີ່​ເຂົ້າ​ຮ່ວມ​ງາ​ນວາງສະ​ແດງ​ເທື່ອນີ້​ພາກັນ​ສະ​​ແດງ​ວ່າ, ຫວັນໃຫ້​​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈົ່ງ​ມີເຈຕະນາ​ດີຕໍ່​ຄວາມ​ປາຖະໜາ​ດີ​ຂອງ​ແຜ່ນ​ດີ​ນ​ໃຫຍ່​ຈີນທີ່​ມີ​ຕໍ່​ຊາວ​ກະສິກອນ​​ໄຕ້​ຫວັນ.

ຊາວ​ກະສິກອນ​ໄຕ້​ຫວັນ​ບາງ​ຄົນ​ຊີ້ອອກ​ວ່າ, ຜະລິດ​ຕະພັນ​ໄຕ້​ຫວັນຂາຍ​ໄດ້​​ດີ​ຢູ່​ຕະຫຼາດ​ແຜ່ນດີ​ນ​ໃຫຍ່​ຈີນ, ມີສະພາບ​ພາຍ​ໜ້າທີ່​ດີ​ຢ່າງ​ແນ່ນອນ, ຜະ​ລິດ​ຕະພັນ​ໄຕ້​ຫວັນ​ສົ່ງ​ເຂົ້າ​ແຜ່ນ​ດີ​ນ​ໃຫຍ່​ຈີນ​ແມ່ນ​ເລື່ອງ​ດີ​ທີ່​ຕ່າງ​ຝ່າຍ​ຕ່າງ​ຈະ​ໄດ້​ຮັບຜົນ​ປະ​ໂຫຍ​ດ. ຖ້າ​ເຈົ້າ​ໜ້າ​ທີ່ໄຕ້​ຫວັນ​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ກະສິກອນ​ໄຕ້​ຫວັນ​ຢ່າງ​ແທ້​ຈິງ​ແລ້ວ, ກໍ​ຄວນ​ຍົກ​ເລີກ​ສິ່ງ​ກີດຂວາງ, ​ເອົາ​ບູລິ​ມະ​ສິດ​ຂອງ​ນະ​ໂຍບາຍ​​ແຜ່ນ​ດີ​ນ​ໃຫຍ່​ຈີນ​ໃຫ້​ແກ່​ຊາວ​ກະສິກອນ​ໄຕ້​ຫວັນຢ່າງ​ແທ້​ຈິງ.