ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-20 18:11:16    
ໄທ​ເມືອງ​ຮົງ​ກົງ​ເຫັນ​ວ່າ ວັດ​ທະ​ນະ​ທຳ​ເຂດ​ຕິ​ເບ​ດ​ພາ​ໃຫ້​ຄົນ​ຕິດ​ໃຈ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,​ການ​ເຄື່ອນ​ໄຫວ​​ທີ່​ມີຫົວ​ຂໍ້​ວ່າ:ໄຂ່​ມຸກ​ພູຫິມະ--ສັບປະດາ​ວັດ​ທະ​ນະ​ທຳ​ເຂດ​ຕິ​ເບ​ດຈີນພວມຈັດ​ຂຶ້ນ​ຢູ່​ຮົງ​ກົງ,​ໄທ​ເມືອງ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ເຫັນ​ວ່າ,ວັດທະນະທຳ​ເຂດ​ຕິ​ເບ​ດອັນ​ເກົ່າ​ແກ່ບູຮານ​ພາ​ໃຫ້​ຄົນ​ຕິດ​ໃຈ​ນຳ.

ວັດຖຸບູຮານ​ພຸດທະ​ສາສະໜາ​ນິກາຍຕິ​ເບ​ດທີ່​ປະ​ເສີດ60​ເຄື່ອງ​ແລະ​ຮູບ​ພາບ​ເກືອບ​ຮ້ອຍ​ແຜ່ນ​ໄດ້​ວາງສະ​ແດງ​ໃນ​ໄລຍະ​ສັບປະດາ​ວັດທະນະທຳ,ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ປະ​ຫວັດ​ວັດ​ທະ​ນະ​ທຳ,​ຊີ​ວະ​ພາບ​ວັດທະນະທຳ​ສັງຄົມ,ພ້ອມ​ທັງ​ໄດ້​ບັນທຶກ​ການ​ພັດ​ທະ​ນາ​ຂອງ​ເຂດ​ຕິ​ເບ​ດ​ໃນ​ຫຼາຍ​ປີ​ມາ​ນີ້.​ພາຍຫຼັງ​ໄດ້​ເຂົ້າ​ຊົມ​ງານວາງສະ​ແດງ​ແລ້ວ,ໄທ​ເມືອງ​ຮົງ​ກົງ​ບໍ່​ໜ້ອຍ​ກ່າວ​ວ່າ,​ຮູບ​ພາບ​ເຫຼົ່າ​ນີ້​ພາ​ໃຫ້​ພວກ​ເຂົາ​ເຈົ້າ​​ເປີດ​ຫູ​ເປີດ​ຕາ.ຂ່າວ​ຕ່າງໆ​ກ່ຽວ​ກັບ​ເຂ​ດຕິ​ເບ​ດທີ່​ພວກ​ເຂົາ​ເຈົ້າ​ເຄີຍ​ຟັງ​​ໃນ​ເມື່ອ​ກ່ອນ​ພຽງ​ແຕ່​​ແມ່ນ​ຈຳນວນ​ໜ້ອຍ​ທີ່​ສຸດ,ດຽວ​ນີ້​ໄດ້​ລົງ​ເລິກ​ຮັບ​ຮູ້​ສະ​ພາບ​ຂອງ​ເຂດ​ຕິ​ເບ​ດຫຼາຍ​ກວ່າ​ເກົ່າ.