ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-21 11:42:42    
ຈີນ​ອາ​ຊຽນ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່​ທີ່ສອງ​ຝ່າຍ​ຕ່າງ​​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ(ສຽງ)

cri Author: da


ແຕ່​ວັນ​ທີ 20 ກໍລະກົດ​ເປັນຕົ້ນ​ໄປ,ຈີນ​ອາ​ຊຽນຈະ​ເລີ່ມຫຼຸດ​ພາສີ​ໃຫ້​ຜະລິດ​ຕະພັນ 7 ພັນ​ກວ່າ​ຊະນິດຂອງຝ່າຍ​ກົງ​ກັນ​ຂ້າມ,ຈາກນີ້​ໄປ,ຈີນ​ອາ​ຊຽນ​ຈະກ້າວ​ເຂົ້າສູ່​ໄລຍະ​ໃໝ່​ທີ່​ສອງ​ຝ່າຍຕ່າງ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ກັນ​ແລະ​ໄດ້ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ.​

​ໃນ​ຫຼາຍ​ປີ​​ມາ​ນີ້,​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ມີ​ການ​ພັດ​ທະນາ​ຢ່າງ​ວ່ອງ​ໄວ.

​ແຜນ​ການ​"ຮັບ​ຜົນ​ໄລຍະ​ຕົ້ນ"ທີ່​ເລີ່​ມປະຕິບັດ​ແຕ່​​ເດືອນ​ມັງ​ກອນ​ປີ 2004 ​ໄດ້​ຮັບ​ຜົນ​ອຸດົມ​ສົມບູນ​ແລ້ວ,​ຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ຜະລິດ​ຕະພັນ​ແຜນ​ການ​"ຮັບ​ຜົນ​ໄລຍະ​ຕົ້ນ"ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ບັນລຸ 2 ຕື້​​ໂດ​ລາ​ສະຫະລັດ.​ພາຍຫຼັງ​​ຈີນ​ກັບໄທເລີ່​ມຍົກ​ເວັ້ນພາ​ສີໝາກ​ໄມ້​ແລະ​ຜັກ 188 ຊະ​ນິດຂອງ​ຝ່າຍ​ກົງກັນ​ຂ້າມ​ແຕ່​ເດືອນ​ຕຸລາ​ປີ 2003 ​ແລ້ວ, ຍອດ​ມູນ​ຄ່າ​ການ​ຄ້າໝາກ​ໄມ້​ແລະ​ຜັກລະ​ຫວ່າງ​ຈີນ​ໄທ​ກໍ​​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

ຈົນ​ຮອດ​ປີ 2010,ຈີນ​ກັບ 6 ປະ​ເທດສະມາຊິກ​ອາ​ຊຽນຄື ​ໄທ ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ຟີ​ລິບ​ປິນ ສິງກະ​ໂປ​ແລະບຼູ​ໄນຈະ​ຍົກ​ເວັ້ນພາສີ​ຜະລິດ​ຕະພັນ​ສ່ວນ​ຫຼາຍ,ສ້າງ​​ເປັນເຂດ​ການ​ຄ້າ​ເສລີ. 4 ປະ​ເທດສະມາຊິກ​ອາ​ຊຽນ​ໃໝ່​ຄື​ກຳປູ​ເຈຍ ລາວ ມຽນມາ​ແລະ​ຫວຽດນາມ​ຈະ​ມີ​ໄລຍະ​ຂ້າມ​ຜ່ານ 5 ປີ,ຈົນ​ຮອດ​ປີ 2015,ການ​ຄ້າ​ລະຫວ່າງ​ຈີນ​ກັບ 4 ປະ​ເທດ​ດັ່ງກ່າວ​ຈຶ່ງ​ເປັນ​ການ​ຄ້າ​ເສລີ.

ປະຈຸ​ບັນ,ສິນຄ້າ​ຕົ້ນຕໍທີ່​ຈີນ​ນຳ​ເຂົ້າຈາກ​ອາ​ຊຽນມີ​ຜະລິດ​ຕະພັນ​ເອ​ເລັກ​ໂຕຼນິກ ນ້ຳມັນ​ດິບ ອາຍ​ແກັສ ​ແລະ​ນ້ຳມັນ​ພືດ​ເປັນຕົ້ນ;ສິນຄ້າ​ຕົ້ນຕໍ​ທີ່​ສົ່ງ​ອອກ​​ໄປ​ອາ​ຊຽນມີ​ຜະລິດ​ຕະພັນ​ກົນ​ຈັກ​ແລະ​ເຄື່ອງ​ໄຟຟ້າ ​ສິ່ງ​ປັ່ນ​ທໍ ​ເຄື່ອງນຸ່ງ ນ້ຳມັນສຳ​ເລັດ​ຮູບ​ແລະ​ທັນ​ຍາ​ຫານ.

​ໂອກາດ​ການ​ທຸລະ​ກິດ​ອັນ​ໃຫຍ່​ຫຼວງ​ທີ່​ຈີນ​ອາ​ຊຽນຫຼຸດ​ຜ່ອນ​ເງື່ອນ​ໄຂການ​ຄ້າ​​ໄດ້​​ເຮັດ​ໃຫ້​ນັກທຸລະກິດ​ຈີນ​ມີ​ຄວາມ​ສົນ​ໃຈ,ຫຼາຍວິ​ສາ​ຫະກິດຂອງ​​ແຂວງກວາງ​ຕຸ້ງ ​ເຂດ​ກວາງຊີ​ແລະ​ແຂວງ​ຢຸນນານຈີນ​ທີ່​ມໍ່​ກັບ​ອາ​ຊຽນ​ໄດ້​ລົງມື​ຄົ້ນຄວ້າ​ການ​ປ່ຽນ​ແປງ​ຂອງ​ຕະຫຼາດອາ​ຊຽນ​ໃນ​ອະນາຄົດ​ແລ້ວ,ບາງບໍລິສັດ​ເລີ່​ມວາງ​ແຜນ​ຕະຫຼາດ​ຄືນ​ໃໝ່,​ໝາຍ​ຈະ​ຂະຫຍາຍ​ໂກ​ຕາຂອງ​ວິ​ສາ​ຫະກິດ​ຢູ່​ຕະຫຼາດອາ​ຊຽນ;ບາງບໍລິສັດພິຈາລະນາທ່າ​ແຮງພູມີພາກ​ແລະ​ຊັບພະຍາກອນຄືນ​ໃໝ່,​ໝາຍ​ສະ​ແຫວ​ງຫາຂົງ​ເຂດ​​ຮ່ວມ​ມື​ແລະ​ວິທີ​ຮ່ວມ​ມື​ໃໝ່.

​ເຂດ​ກວາງຊີ​ແລະ​ແຂວງ​ຢຸນນານທີ່ຢູ່​ເຂດ​ຊາຍ​ແດນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ກັບປະ​ເທດ​ອາ​ຊຽນຕ່າງ​ມີ​ທ່າ​ແຮງ​ໃນ​ດ້ານ​ອົງ​ປະກອບ​ຊັບພະຍາກອນ​ແລະ​ອຸດສາຫະກຳ,ມີຊ່ອງ​ຫວ່າງ​ຮ່ວມ​ມື​ທີ່​ກວ້າງ​ໃຫຍ່ໃນ​ດ້ານ​ການ​ຄ້າ​ສິນຄ້າ ການ​ຮ່ວມ​ມື​ລົງທຶນ​ແລະ​ການ​ຄ້າ​ບໍລິການ.​ແຕ່​ກ່ອນ ພາສີ​ສິນຄ້າສູງ​ຫຼາຍ,​ອັນ​ໄດ້​ຜູກ​ມັດການ​ລົງທຶນ​ແລະ​ການ​ຄ້າ​ຂອງ​ສອງ​ຝ່າຍ​ເປີດ​ກວ້າງ​ຕື່ມ​ອີກ​ໃນ​ລະດັບ​ໃດ​ໜຶ່ງ.ຄຽງຄູ່​ກັບ​ການຫຼຸດ​ພາສີ​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເລັ່ງ​ໄວ​ເຂົ້າ,ມັນ​ມີ​ຜົນ​ດີ​ໃຫ້​ວິ​ສາ​ຫະກິດ​ຈີນ​ທີ່​ມີ​ຄວາມ​ສາມາດ​ແລະ​ມີ​ທ່າ​ແຮງ​ງວດ​ໜຶ່ງ​ໄປ​ລົງທຶນ​ຕັ້ງໂຮງງານຢູ່​ຕ່າງປະ​ເທດ​ແລະ​ດູດ​ດຶງທຶນຕ່າງປະ​ເທດ​ມາ​ຮ່ວມ​ມື​ນຳກັນ,​ເພື່ອ​​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕະຫຼາດ​ແລະ​ຊັບພະຍາກອນ​ພາຍ​​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຢ່າງ​ເຕັມທີ່.

​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ແມ່ນ​ເຂດ​ການ​ຄ້າ​ເສລີ​​ແຫ່ງ​ທຳ​ອິດທີ່​ຈີນ​ກັບປະ​ເທດ​ອື່ນກຳລັງ​ກໍ່​ສ້າງ.​ແຕ່​ຈີນ​ສະ​ເໜີ​​ໃຫ້​ສ້າງ​ເຂດ​ການ​ຄ້າ​ນີ້​ເມື່ອ​ປີ 2001,​ທີ່​ຈິງ​ກໍ​ເປັນ​ການ​ເປີດ​ສາກ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ແລ້ວ.

ພາຍຫຼັງ​ເລີ່​ມກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແລ້ວ,ຈີນ​ຍັງໄດ້​ຈັດການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ກັບ​ສະຫະພັນ​ພາສີ​ອາ​ຟຼີກາພາກ​ໃຕ້ ຄະນະ​ກຳມະການ​ຮ່ວມ​ມືອ່າວ​ເປີ​ເຊຍ ຈີ​ເລ​ແລະ​ນູ​ແວນ​​ເຊ​ລັງ.ຈີນ​ໄດ້ເລີ່​ມຈັດການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ​ກັບ 23 ປະ​ເທດ ຊື່​ງລວມທັງ 10 ປະ​ເທດ​ອາ​ຊຽນ.

​ໂລກ​ໃນ​ປະຈຸ​ບັນ,ການ​ເຈລະຈາຮອບ​ອູ​ລຸຍ​ກວາ​ຍ​ໄດ້ປະສົບ​ຄວາມ​ຫຍຸ້ງຍາກ,ຂະ​ບວນວິວັດ​ການ​ຄ້າ​ເສລີ​ຖືກ​ສະກັດກັ້ນ;ລັດທິ​ກໍ່​ການ​ຮ້າຍ​ກາຍ​ເປັນການຂົ່ມຂູ່​ໃໝ່.ຢູ່​ໃຕ້​ສະຖານະ​ການ​ດັ່ງກ່າວ,ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ກັນໃນ​ພາກ​ພື້ນ​ແມ່ນ​ທາງ​ທີ່​ຈຳ​ເປັນ​ຕ້ອງ​ຜ່ານໃນ​ການ​ຮັບ​ມື​ກັບການທ້າ​ທາຍ​ແລະ​ບັນລຸ​ຄວາມ​ຈະ​ເລີນພ້ອມ​ກັນ.

​ໃນ​ຖານ​ເປັນ​ການຈັດ​ວາງກາ​ນຄ້າ​ພາກ​ພື້ນ,​ ຈຸ​ດດີ​ທີ່ສຸດຂອງເຂດ​ການ​ຄ້າ​ເສລີ​ແມ່ນ​ຢູ່​ບ່ອນ​ວ່າ,ບັນດາ​ສະມາຊິກ​ເຊັນ​ສັນຍາ​ກັນໂດຍ​ຜ່ານ​ການ​ເຈລະຈາ,​ອຳນວຍ​ນະ​ໂຍບາຍພິ​ເສດ​ທາງ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ດີກ​ວ່າ​ຂໍ້​ກຳນົດ​ຂອງ​ອົງການ​ການ​ຄ້າ​ໂລກ​,ຊຶ່ງ​ລວມທັງ​ຫຼຸດ​ພາສີ​ນຳເຂົ້າ,ຫຼຸດ​ກຳ​ແພງ​ມໍ່​ແມ່ນພາສີ​,​ເປີດ​ກວ້າງ​ການ​ອະນຸຍາດ​ເຂົ້າຕະຫຼາດ​ໃນ​ດ້ານ​ສິນຄ້າ ການ​ບໍລິການ​ແລະ​ທຶນ,ຊຸກ​ຍູ້​ໃຫ້ການ​ຄ້າ​ແລະການ​ລົງທຶນ​ສະດວກ​ກວ່າ​ເກົ່າ,​ແລ້ວ​ຫຼຸດ​ຕົ້ນ​ທຶນ​ການ​ຄ້າ​ໃຫ້​ຕ່ຳລົງ.

​ໃນ​ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຄັ້ງທີ 8 ທີ່​ໄຂ​ຂຶ້ນ​​ໃນ​ເດືອນ​ພະຈິກ​ປີ 2004,ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ເວົ້າວ່າ,ຈີນ​ຈະ​ຊຸກຍູ້​ການ​ກໍ່ສ້າງ​ເຂດ​ກາ​ນຄ້າ​ເສລີ​ອາ​ຊີຕາ​ເວັນ​ອອກຢ່າງ​ໜັກ​ແໜ້ນ.ທ່ານ​​ເວົ້າວ່າ,ການກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ແມ່ນ​ໄລຍະ​ທີ່​ຂ້າມ​ຜ່ານ​ບໍ່​ໄດ້​ໃນ​ຂະ​ບວນ​ວິວັດ​​ເສດຖະກິດ​​ເຊື່ອມ​ໂຍງ​ເຂົ້າກັນ.

ຄຽງ​ຄູ່​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນ​ໄດ້​ເລີ່​ມກໍ່ສ້າງຢ່າງຮອບດ້ານ​ແລະ​ການ​ຮ່ວມ​ມື​ເສດຖະກິດ​ໃນ​ອະນຸ​ພາກ​ພື້ນ​ນັບ​ມຶ້ນັບ​ລົງ​ສູ່​ລວງ​ເລິກ,​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ແລະ​ການ​ຄ້າ​ໃນ​ອະນຸ​ພາກ​ພື້ນມີ​ຄວາມ​ສະດວກ​ຫຼາຍ​ກວ່າ​​ເກົ່າ​ຢ່າງ​ບໍ່​ຢຸດຢັ້ງ,ຕະຫຼາດ​ຂອງ​ບັນດາ​ປະ​ເທດ​ຈະ​ເປີດ​ໃຫ້​ກວ້າງ​ອອກ​ກວ່າ​ເກົ່າ,ການ​ລົງທຶນ​ແລະ​ການ​ຄ້າ​ຂ້າມ​ຊາດ​ຈະ​ສະດວກກວ່າ​ເກົ່າ,ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ກໍ​ຈະ​ແໜ້ນ​ແຟ້ນກວ່າ​ເກົ່າ.