ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-21 17:53:26    
ລັດຖະບານ​ຈີນ​ພະ​ຍາ​ຍາມ​ຊ່ອຍ​ເຫຼືອ​ຊາວ​ຈີນ​ຕ່າງ​ດ້າວ​ສືບ​ທອດ​ພາສາ​ແລະ​ວັດ​ທະ​ນະ​ທຳ​ປະ​ຊາ​ຊາດ​ຈີນ

cri Author: q
ຕາມ​ຂ່າວCRI,ວັນ​ທີ21​ກໍລະກົດ,ທ່ານ​ລີ​ວ​ເຈີ​ເຜິ​ງ ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ຄະນະ​ລັດຖະບານ​ຈີນ​ກ່າວ​ວ່າ,ລັດຖະບານ​ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ໂດຍ​ຕະຫຼອດ,​ເພື່ອ​ຊ່ອຍ​​ເຫຼື​ອຊາວ​ຈີນ​ຕ່າງ​ດ້າວ​ສືບ​ທອດ​ພາສາ​ແລ​ະວັດທະນະທຳ​ປະຊາ​ຊາດ​ຈີນ,ຊຸກ​ຍູ້​ການ​ພັດທະນາ​ພາລະກິດ​ການ​ສຶກສາ​ພາສາ​ຮັ້ນ​ຢູ່​ຕ່າງປະ​ເທດ​ຈາກຫຼາຍ​ລະດັບ.

ທ່ານ​ລິວ​ເຈີ​ເຜິ​ງ​ແມ່ນ​ກ່າວ​ຄວາມ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ພາສາ​ຮັ້ນ​ໂລກ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ທ່ານ​ກ່າວ​ວ່າ,ປັດຈຸບັນ,ມີ​ຊາວ​ຈີນ​ດ້າວ​ຕ່າວ​ຫຼາຍ​ສິບ​ລ້ານ​ຄົນດຳລົງ​ຊີວິດຢູ່​ໃນ100​ກວ່າ​ປະ​ເທດ​ໃນ​ໂລກ,​ເພື່ອ​ຊ່ອຍ​ເຫຼືອ​ພວກ​ເຂົາ​ເຈົ້າ​ສືບ​ທອດ​ພາສາ​ແລະ​ວັດທະນະທຳ​ປະຊາ​ຊາດ​ຈີນ,ອົງການ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ໄດ້​ຈັດ​ຕັ້ງ​​ໂດຍ​ຈຳ​ເພາະ,​ຮຽບຮຽງ​ແບບ​ຮຽນ​ແລະ​ປື້​ມອ່ານ​ພາ​ສາ​ຈີນ​ທີ່​ເໝາະ​ແກ່​ຊາວ​ໜຸ່ມ​ເຍົາວະ​ຊົນ​ທີ່​ຢູ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງ​ກັນ​ຮ່ຳຮ​ຽນ,​ແລະ​​ໃຊ້​ຮູບ​ການ​ຕ່າງໆ​ຊ່ອຍ​ເຫຼືອ​ອົບຮົມຄູ​ສອນ​ງວດ​ໃຫຍ່​ໃຫ້​ແກ່​ໂຮງ​ຮຽນ​ສອນ​ພາ​ສາ​ຈີນ​ຂອງ​ຕ່າງ​ປະ​ເທດ.