ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-21 17:58:18    
ວິສາຫະ​ກິດ​ຫວຽດ​ນາມ​ແລະ​ກວາງ​ຕຸ້ງ​ຈີນ​ພ້ອມ​ກັນ​ຊອກ​ຫາ​ໂອ​ກາ​ດ​ການ​ຄ້າ​ຢູ່​ນະ​ຄອນ​ກວາງ​ໂຈ່​ວ

cri
ຕາມ​ຂ່າ​ວສານ​ຈີນ, ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ​-ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ກວາງ​ໂຈ່​ວ ພາກ​ໃຕ້​ຂອງ​ຈີນ​ໃນ​ວັນ​ທີ21​ກໍລະກົດ.ວິ​ສາ​ຫະກິດ​ຫວຽດນາມ​ແລະ​ແຂວງ​ກວງ​ຕຸ້ງ​ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ​ກັນ,ຊອກ​ຫາ​ໂອກາດ​ການ​ຄ້າ,​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຫວຽດນາມ​ກວາງ​ຕຸ້ງ​ພັດ​ທະ​ນາ​ລົງ​ສູ່​ລວງ​ເລິກ​ແລະ​ລວງ​ກວ້າງ.

ຫວຽດນາມ​ແລະ​​ແຂວງ​ກວາງ​ຕຸ້ງຈີນ​ຫ່າງ​ກັນ​ບໍ່​ໄກ,​ແຂວງກວາງຕຸ້ງ​ແມ່ນ​ແຂວງທີ່​ເສດ​ຖະ​ກິດ​ພັດ​ທະ​ນາ​ຂອງ​ຈີນ.ປະທານ​ສະມາຄົມອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ກ່າວ​ວ່າ,​ບົດ​ຮຽນ​ຄຸ້ມ​ຄອງ​ຂອງ​ເຂດ​​​ເສດ​ຖະ​ກິດພິ​ເສດ​ຫຼາຍ​​ແຫ່ງຂອງ​​ແຂວງ​ກວງ​ຕຸ້ງ​ເປັນ​ໜ້າ​ໃຫ້​ຫວຽດ​ນາມ​ຖອດ​ຖອນ​ເອົາ.​ໃນ​ຖານ​ເປັນສອງ​ອົງ​ກອນ​ເສດຖະກິດ,ກວາງ​ຕຸ້ງ​ແລະ​ຫວຽດ​ນາມ​ມີ​ຄວາມ​ຕາບ​ຈູ​ນ​ກັນ​ຫຼາຍ​​ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນອັນ​ມະຫາສານ​ໃນ​ດ້ານ​ການ​ຄ້າ.

ໃນ​ເວທີ​ປາ​ໄສ,ວິ​ສາ​ຫະກິດ​ແຂວງ​ກວາງຕຸ້ງ​ຈຳນວນ​ໜຶ່ງ​ກັບ​ຄູ່​ຂາ​ຮ່ວມ​ມື​ຂອງ​ຫວຽດນາມ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ຫຼື​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ.