|
 |
(GMT+08:00)
2005-07-21 21:53:41
|
 |
ຄວາມເຫີ່ກັນຮຽນພາສາຮັ້ນຢູ່ອິນໂດເນເຊຍສືບຕໍ່ເພີ່ມຂຶ້ນ
cri
Author: Q
CRIລາຍງານວ່າ,ນັກຂ່າວໄດ້ຊາບຈາກອົງການປະຊາຊົນທີ່ດຳເນີນການສິດສອນພາສາຮັ້ນສອງແຫ່ງເຊິ່ງມີຂະໜາດໃຫຍ່ກວ່າໝູ່ຂອງຢາກາກຕາຄືວິທະຍາຄານພາສາຮັ້ນເວິນຮວາແລະວິທະຍາຄານພາສາຮັ້ນຮ້ານລິນວ່າ:ຍ້ອນວ່າຢູ່ລະຫວ່າງຈີນກັບອິນໂດເນເຊຍໄດ້ມີການໄປມາຫາສູ່ກັນດ້ານເສດຖະກິດການຄ້າຢ່າງເນື່ອງນິດ,ຖານະຂອງຈີນໃນເສດຖະກິດທົ່ວໂລກໄດ້ຍົກສູງຂຶ້ນເລື້ອຍໆ,ຊາວທ້ອງຖິ່ນທີ່ມາຮຽນພາສາຮັ້ນມີຢູ່ຢ່າງບໍ່ຂາດສາຍ.ຄວາມເຫີ່ກັນຮຽນພາສາຮັ້ນຢູ່ອິນໂດເນເຊຍສືບຕໍ່ເພີ່ມຂຶ້ນ.
ນັກສຶກສາຂອງວິທະຍາຄານພາສາຮັ້ນເວິນຮວາສ່ວນຫຼາຍແມ່ນພະນັກງານທີ່ເຮັດວຽກຢູ່ບໍລິສັດ.ພວກເຂົາເຈົ້າໄດ້ໃຊ້ເວລານອກໂມງການໂດຍສະເພາະແມ່ນເວລາຕອນຄ່ຳມາຮຽນພາສາຮັ້ນ,ຕົ້ນຕໍແມ່ນເພື່ອເພີ່ມໂອກາດຕິດຕໍ່ພົວພັນກັບວິສາຫະກິດແລະບໍລິສັດຈີນ.ເພາະວ່າ,ໃນສະເພາະໜ້ານີ້,ເສດຖະກິດຈີນມີທ່ວງທ່າເພີ່ມຂຶ້ນຢ່າງໄວວາ,ໃນນັ້ນໄດ້ມີໂອກາດຢ່າງຫຼວງຫຼາຍແຝງຊ້ອນຢູ່.ນອກນີ້,ຍັງມີນັກສຶກສາຈຳນວນໜຶ່ງເຫັນວ່າ,ພາສາຮັ້ນບໍ່ພຽງແຕ່ແມ່ນພາສາທາງການຂອງຈີນເທົ່ານັ້ນ,ຫາກຍັງແມ່ນພາສາທີສອງທີ່ໃຊ້ທົ່ວໄປໃນສາກົນເຊິ່ງຖັດຈາພາສາອັງກິດ.
ຢູ່ວິທະຍາຄານພາສາຮັ້ນເວິນຮວາ,ນອກຈາກນັກສຶກສາອິນໂດເນເຊຍແລ້ວ,ຍັງມີນັກສຶກສາຈຳນວນຫຼວງຫຼາຍທີ່ມາຈາກສ.ເກົາຫຼີ,ອົສຕຼາລີ,ອາເມລິກາແລະຝະຣັ່ງ.ຈຸດປະສົງຂອງພວກເຂົາເຈົ້າທີ່ຍາດແຍ່ງເວລາມາຮຽນພາສາຮັ້ນຢູ່ແຫ່ງນີ້ລ້ວນແຕ່ແມ່ນເພື່ອຊອກຫາຊ່ອງຫວ່າງພັດທະນາສ່ວນຕົວທີ່ກວ້າງຂວາງກວ່າເກົ່າ.
ອະທິການບໍດີຂອງວິທະຍາຄານພາສາຮັ້ນຮ້ານລິນໄດ້ສະເໜີໃຫ້ນັກຂ່າວຮູ້ວ່າ,ການຮຽນພາສາຮັ້ນໃຫ້ດີບໍ່ພຽງແຕ່ຈະເຮັດໃຫ້ຕົນເອງຊອກໄດ້ໂອກາດຫາວຽກເຮັດງານທຳຫຼາຍກວ່າເກົ່າເທົ່ານັ້ນ,ເລື່ອງທີ່ສຳຄັນກວ່ານັ້ນແມ່ນຍັງສາມາດຮັບຮູ້ວັດທະນະທຳຈີນຢ່າງຮອບດ້ານແລະເລິກເຊິ່ງ.ທັງໝົດເຫຼົ່ານີ້ມີຜົນດີຕໍ່ນັກຮຽນເປີດຫູເປີດຕາແລະພັດທະນາພາລະກິດຂອງຕົນ.
ຢູ່ເບື້ອງຫຼັງທີ່ອິນໂດເນເຊຍປະກົດມີຄວາມເຫີ່ກັນຮຽນພາສາຮັ້ນຢ່າງຄຶກຄັກນັ້ນ,ນອກຈາກມີປັດໄຈດ້ານເສດຖະກິດແລ້ວ,ຍັງມີປັດໄຈດ້ານວັດທະນະທຳ.
ຕາມຕົວເລກຝ່າຍທາງການ,ອິນໂດເນເຊຍມີປະຊາກອນ210ລ້ານຄົນ,ໃນນັ້ນ,ຊາວຈີນກວມ3,5%,ສ່ວນຝ່າຍພື້ນເມືອງປະເມີນວ່າມີເກືອບ7%,ຄືທົ່ວປະເທດອິນໂດເນເຊຍມີຈີນຕ່າງດ້າວ10ລ້ານຄົນຂຶ້ນໄປ.
ພາຍຫຼັງທ່ານຊູຮາໂຕອອກຈາກຕຳແໜ່ງແລ້ວ,ລັດຖະບານອິນໂດເນເຊຍຄ່ອຍໆຜ່ອນຍານການເກືອດຫ້າມພາສາຮັ້ນ,ຄວາມປາຖະໜາຢາກຮ່ຳຮຽນທີ່ຖືກກົດດັນໄວ້ມາເປັນຫຼາຍປີແລະຮູບຖານຈິດສຳນຶກຂອງຊາວຈີນທີ່ຢູ່ອິນໂດເນເຊຍທີ່ຊອກຫາແລະໂຄລົບບັນພະບູລຸດປະຊາຊາດຈີນນັ້ນຄ່ອຍໆຟື້ນຟູຄືນໃໝ່,ນີ້ໄດ້ກະຕຸກຊຸກຍູ້ໃຫ້ມີຄວາມເຫີ່ກັນຮຽນພາສາຮັ້ນຢູ່ອິນໂດເນເຊຍຈາກອີກດ້ານໜຶ່ງ.ຊູ່ມື້ນີ້,ຢູ່ແຂວງຕ່າງໆທີ່ມີຊາວຈີນອ່າວຫຼາຍຄືແຂວງຢາກາກຕາ,ແຂວງເມດານ,ແຂວງຊູຣາບາຢາເປັນຕົ້ນ,ໂຮງຮຽນມັດທະຍົມຫຼາຍໆແຫ່ງລ້ວນແຕ່ໄດ້ຈັດໂມງຮຽນພາສາຮັ້ນ.ມະຫາວິທະຍາໄລບາງແຫ່ງຂອງອິນໂດເນເຊຍຍັງໄດ້ຈັດຂະແໜງວິຊາພາສາຮັ້ນ.ປັດຈຸບັນ,ບໍ່ພຽງແຕ່ຊາວຈີນເທົ່ານັ້ນ,ໄທເມືອງດັ້ງເດີມຫຼາຍໆຄົນລ້ວນແຕ່ໄດ້ສົ່ງລູກເຕົ້າໄປຮຽນຢູ່ໂຮງຮຽນທີ່ຈັດມີໂມງຮຽນພາສາຮັ້ນ,ຫວັງໃຫ້ຄົນຮຸ່ນຫຼັງກຳອີກພາສາໜຶ່ງ,ເພື່ອ ໄດ້ໂອກາດກ່ອນໝູ່ໃນຂະບວນການເສດຖະກິດໂລກາວິວັດທີ່ນັບມື້ນັບວ່ອງໄວແລະສະດວກ.
ພາຍຫຼັງຄວາມເຫີ່ກັນຮຽນພາສາຮັ້ນຢູ່ອິນໂດເນເຊຍໄດ້ຢຸດຕິລົງເປັນເວລາຫຼາຍປີແລ້ວ,ປັດຈຸບັນ,ພວມຈາກໄລຍະຟື້ນຟູເຂົ້າສູ່ໄລຍະຈະເລີນໃໝ່.ຕາມນັກຂ່າວໄດ້ຊາບວ່າ,ອົງການປະສານງານການສຶກສາພາສາຮັ້ນຢາກາກຕາອິນໂດເນເຊຍພວມດຳເນີນວຽກງານປະສານງານດ້ານກວມລວມ,ພວກເຂົາເຈົ້າມີແຜນຈະສະຖິຕິຈຳນວນໂຮງຮຽນແລະຄູອາຈານທີ່ສອນພາສາຮັ້ນໃຫ້ຄັກແນ່ພາຍໃນເວລາສັ້ນເທົ່າທີ່ຈະສັ້ນໄດ້,ພ້ອມທັງແນໃສ່ສະພາບລະອຽດ,ສ້າງໂຄງການສຶກສາທົ່ວໄປແລະສ້າງຂໍ້ສອບເສັງພາສາຮັ້ນ,ຈັດການສອບເສັງພາສາຮັ້ນເປັນມາດຖານໜຶ່ງໃນການຕົກລົງຈະເລື່ອນຊັ້ນຫຼືຕົກຫ້ອງຂອງໂຮງຮຽນຈຳນວນໜຶ່ງ,ເພື່ອສ້າງພື້ນຖານອັນໜາແໜ້ນໃຫ້ແກ່ພາລະກິດສິດສອນພາສາຮັ້ນມີການພັດທະນາຢ່າງໃຫຍ່ຫຼວງແລະມີຄວາມເຫີ່ກັນຮຽນພາສາຮັ້ນຢ່າງຄັກຄຶກຕະຫຼອດໄປ.
|
|
|