|
 |
(GMT+08:00)
2005-07-21 22:01:59
|
 |
ສົມເດັດນະໂລດົມລານາລິດກ່າວວ່າຄວນພັດທະນາການທ່ອງທ່ຽວເພື່ອຊັກຈູງການພັດທະນາເສດຖະກິດອາຊຽນ
cri
Author: Q
ຕາມຂ່າວສານຊິນຮວາ,ວັນທີ21ກໍລະກົດ,ຢູ່ຊຽມລຽບ ເມືອງທ່ອງທ່ຽວທີ່ມີຊື່ສຽງຂອງກຳປູເຈຍ,ສົມເດັດນະໂລດົມລານາລິດ ປະທານສະພາແຫ່ງຊາດກຳປູເຈຍກ່າວວ່າ,ການພັດທະນາການທ່ອງທ່ຽວຊີວະພາບແລະວັດທະນະທຳມີຄວາມໝາຍສຳຄັນຕໍ່ການຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງອາຊຽນ.
ສົມເດັດນະໂລດົມລານາລິດແມ່ນໃຫ້ທັດສະນະດັ່ງກ່າວໃນພິທີໄຂກອງປະຊຸມອົງການລະຫວ່າງລັດຖະສະພາອາຊຽນກ່ຽວກັບການທ່ອງທ່ຽວວັດທະນະທຳແລະຊີວະພາບທີ່ຈັດຂຶ້ນຢູ່ເມືອງຊຽມລຽບ.ທ່ານກ່າວວ່າ,ພາກພື້ນອາຊີອາຄະເນມີທິວທັດທຳມະຊາດທີ່ສວຍງາມ,ມີມໍລະດົກວັດທະນະທຳປະຫວັດສາດອັນອຸດົມສົມບູນ,ປີໃດກໍໄດ້ດູດດຶງນັກທ່ອງທ່ຽວຈຳນວນຫຼວງຫຼາຍທີ່ມາຈາກແຫ່ງຕ່າງໃນໂລກ,ສະນັ້ນ,ການພັດທະນາການທ່ອງທ່ຽວມແມ່ນວິຖີທາງດີທີ່ສຸດສຳລັບບັນດາປະເທດອາຊຽນໂດຍສະເພາະແມ່ນປະເທດສະມາຊິກບໍ່ພັດທະນາປານໃດສ້າງໂອກາດຫາວຽກເຮັດງານທຳຫຼາຍກວ່າເກົ່າ,ຊຸກຍູ້ເສດຖະກິດແລະສັງຄົມພັດທະນາຢ່າງໄວວາໃຕ້ກໍລະນີທີ່ບໍ່ທຳລາຍສິ່ງແວດລ້ອມ.
|
|
|