ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-22 10:21:46    
ຈີນ​ຫວຽດ​ນາມ​ອອກ​ປະ​ກາດ​ແຈ້ງ​ການ​ຮ່ວມ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 21 ກໍລະກົດ​ຢູ່​ປັກ​ກິ່ງ, ຈີນ​ກັບ​ຫວຽດນາມ​ໄດ້​ອອກປະກາດ​ແຈ້ງການຮ່ວມ, ​ເຫັນ​ດີ​ສອງ​ປະ​ເທດ​ສືບ​ຕໍ່​ຮັກສາການ​ຕິດ​ຕໍ່​ພົວພັນ​ຂອງ​ຂັ້ນ​ສູງ, ​ເພີ່ມ​ທະວີການ​​ໄປມາຫາສູ່​ກັນ​ດ້ວຍ​ໄມ​ຕິ​ຈິດ​ແລະ​ການຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ໃນ​ຂົງ​ເຂດ​ຕ່າງໆ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສ້າງ​ສະຖານະ​ການໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ປະກາດ​ແຈ້ງການ​ປະກາດ​ວ່າ, ການ​ເຈລະຈາອະນຸຍາດ​ສີນ​ຄ້າ​​ເຂົ້າ​ຕະຫຼາດ​ສອງ​ຕໍ່​ສອງ​ລະຫວ່າງ​ສອງ​ຝ່າຍ​ກ່ຽວ​ກັບຫວຽດນາມ​ເຂົ້າ​ຮ່ວມອົງການ​ການ​ຄ້າ​ໂລກ​ໄດ້​ສິ້ນ​ສຸດ​ລົງ​, ຫວຽດນາມ​ຂອບ​ໃຈແລະ​ຕີ​ລາຄາ​ສູງ​ຕໍ່ການ​ສະໜັບສະໜູນ​ຢ່າງ​ຈິງ​ໃຈຂອງ​ຈີນ.

ປະກາດ​ແຈ້ງການ​​ກ່າວ​ເນັ້ນ​ວ່າ, ລັດຖະບານ​ຫວຽດນາມ​ກ່າວ​ລື້​ມວ່າ​ໂຄລົບນະ​ໂຍບາຍ​​ຈີນ​ດຽວ​ຢ່າງ​ເດັດດ່ຽວ, ສະໜັບສະໜູນ​ພາລະກິດ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຂອງ​ຈີນ, ​ເດັດດ່ຽວຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ແຍກ​ໄຕ້​ຫວັນ​ເປັນ​ເອກ​ກະລາດດ້ວຍ​ທຸກ​ຮູບ​ທຸກ​ແບບ.

ປະກາດ​ແຈ້ງການຂຽນ​ວ່າ, ວຽກ​ງານ​ສຳ​ຫຼວດ​ແລະ​ປັກ​ຫຼັກ​ໝາຍ​ຊາຍ​ແດນຢູ່ຊາຍ​ແດນທາງບົກ​ລະຫວ່າງ​ຈີນ​ຫວຽດນາມ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​​ເດັ່ນ​ຊັດ, ສອງ​ຝ່າຍ​ເຫັນ​ດີ​ສຳ​ເລັດ​ວຽກ​ງານ​ສຳ​ຫຼວດ​ແລະປັກ​ຫຼັກ​ໝາຍ​ຊາຍ​ແດນ​ຕະຫຼາດ​ເສລີ​ຊາຍ​ແດນທາງບົກ​ແລະ​ເຊັນ​ເອກະສານ​ລະບອບ​ຄວບ​ຄຸມ​ຊາຍ​ແດນ​ລະບົບໃໝ່ກ່ອນ​ປີ2008.

ປະກາດ​ແຈ້ງການຍັງ​ໄດ້​ເວົ້າ​ວ່າ, ການ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ​ຄວນ​​​​ເອົາ​ຜົນ​ປະ​ໂຫຍ​ດຍາວໄກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເປັນ​​ເດີມ​ພັນ, ອີງ​ຕາມ​ຫຼັກການ​ປະຊາທິປະ​ໄຕຂອງ​ການ​ພົວພັນ​ລະຫວ່າງ​ຊາດ, ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​​ເບິ່ງ​ແຍງ​ຜົນ​ປະ​ໂຫຍ​ດຂອງບັນດາ​ຝ່າຍ​ບົນ​ພື້ນຖານ​ປຶກສາ​ຫາລື​ຢ່າງ​ກວ້າງ​ຂວາງ.