ຕາມຂ່າວສານຊິນຮວາ: ວັນທີ 21 ກໍລະກົດຢູ່ມົສກູ, ທ່ານຢາໂກແວນໂກ ໂຄສົກກະຊວງການຕ່າງປະເທດລັດເຊຍເວົ້າວ່າ, ລັດເຊຍມີຄວາມເຈດຈຳນົງໃຫ້ສະມາຊິກເວທີປາໄສພາກພື້ນອາຊຽນເພີ່ມທະວີການຮ່ວມມື, ຮັບມືກັບການຂົ່ມຂູ່ຂອງລັດທິກໍ່ການຮ້າຍ.
ທ່ານຢາໂກແວນໂກ ເວົ້າວ່າ, ທ່ານລາຟຣົຟ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍຈະນຳພາຄະນະຜູ່ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີປາໄສພາກພື້ນອາຊຽນຄັ້ງທີ 12 ທີ່ຈັດຂຶ້ນຢູ່ລາວໃນທ້າຍເດືອນນີ້. ໃນໄລຍະກອງປະຊຸມ, ທ່ານລາຟລົຟຈະເຂົ້າຮ່ວມກອງປະຊຸມສະໄໝສາມັນຂອງລັດຖະມົນຕີລັດເຊຍກັບອາຊຽນ, ແລກປ່ຽນຄວາມເຫັນກັບບັນດາປະເທດສະມາຊິກອາຊຽນກ່ຽວກັບສະພາບການຮ່ວມມືໃນສະເພາະໜ້ານີ້ແລະພາບອະນາຄົນໃນພາຍໜ້າ. ບັນດາຝ່າຍທີ່ກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມເວທິປາໄສພາກພື້ນອາຊຽນຍັງຈະອອກຖະແຫຼງການຮ່ວມກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການໃນດ້ານຕ້ານລັດທິກໍ່ການຮ້າຍ.
|