ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-22 11:31:06    
ຈີນ​ຈັດ​ງານ​ວາງສະ​ແດງ​ຂະ​ໜາດ​ໃຫຍ່​ລະ​ລຶກ​ທ່ານ​ເຈິ້ງ​ເຫີ​ເດີນ​ມະ​ຫາ​ສະ​ໝຸດ​ເປັນ​ຄັ້ງ​ທຳ​ອິດ​ຄົບ​ຮອບ 600 ປີ(ສຽງ)

cri Author: mo


600 ປີ​ກ່ອນ, ທ່ານ​ເຈິ້ງ​ເຫີ ນັກ​ເດີນ​ທະ​ເລ​ບູຮານ​ຈີນ​ໄດ້​ນຳພາ​ຂະ​ບວນ​ເຮືອ​ຂະໜາດ​ໃຫຍ່​ເດີນ​ມະຫາ​ສະໝຸດ​ເປັນຄັ້ງທຳ​ອິດ, (ຂອບ​ເຂດຕົ້ນຕໍ​ແມ່ນ​ມະຫາ​ສະໝຸດ​ອິນ​ເດຍ​ໃນ​ປັດຈຸບັນ). ​ໃນ​ລະຫວ່າງ 28 ປີ, ທ່ານ​ເຈິ້ງ​ເຫີ​ໄດ້​ເດີນ​ມະຫາ​ສະໝຸດ 7 ​ເທື່ອ, ​ໄປ​ຮອດ 30 ກວ່າ​ປະ​ເທດ​ອາຊີ​​ແລະ​ອາ​ຟຼິກາ, ​ແມ່ນ​ການ​ເຄື່ອນ​ໄຫວ​ເດີນ​​ທະ​ເລກ່ອນໝູ່ ມີຂະໜາດ​ໃຫຍ່​ກວ່າ​ໝູ່ ມີ​ເຕັກນິກ​ກ້າວໜ້າ​ກວ່າ​ໝູ່​ແລະ​ຂອບ​ເຂດ​ເຄື່ອນ​ໄຫວ​ກວ້າງ​ກວ່າ​ໝູ່​ໃນ​ປະ​ຫວັດ​​ເດີນ​ທະ​ເລ​ບູຮານ​ໂລກ. ​ເພື່ອ​ລະ​ລຶກການ​​ເຄື່ອນ​ໄຫວ​ອັນ​ສະຫງ່າ​ລາສີດັ່ງກ່າວ, ຫໍ​ພິພິທະ​ພັນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ງານ​ວາງສະ​ແດງ​ລະ​ລຶກເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ​​ຄົບ​ຮອບ 600 ປີ. ​

ວັນ​ທີ 11 ກໍລະກົດ​ປີ​ນີ້​ແມ່ນ​ວັນ​ລະ​ລຶກທ່ານ​ເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ​​ເປັນຄັ້ງທຳ​ອິດ​ຄົບຮອບ 600 ປີ, ​ເພື່ອ​ລະ​ລຶກທ່ານ​ເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ 7 ​ເທື່ອ​ທີ່​ໄດ້​ປະກອບສ່ວນ​ອັນ​ມະຫາສານ​​ເຂົ້າ​ໃນ​ປະຫວັດສາດ​​ເດີນ​ທະ​ເລ​ຂອງ​ໂລກ, ​ໃນ​ຫລາຍມື້​ມາ​ນີ້, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຈັດການ​ເຄື່ອນ​ໄຫວ​ລະ​ລຶກ​ທີ່​ມີ​ຮູບ​ການຕ່າງໆ, ສ່ວນ​ງານ​ວາງສະ​ແດງ​ທີ່​ຫໍພິພິທະ​ພັນ​​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ເທື່ອ​ນີ້​ແມ່ນ​ງານ​ວາງສະ​ແດງວັດຖຸບູຮານທີ່​ມີ​ຫົວ​ຂໍ້​ສະ​ເພາະ​ເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່ ມີວັດຖຸບູຮານ​ຄົບ​ຖ້ວນ​ກວ່າ​ໝູ່​ຂອງ​ຈີນຈົນ​ຮອດ​ປັດຈຸບັນ. ​ໃນ​ພິທີ​​ເປີດງານ​ວາງສະ​ແດງ, ທ່ານຮວງ​ຊຽນຢ້າວ ຮອງ​ລັດຖະມົນ​ຕີ​ກະຊວງ​ຄົມມະນາຄົມ​ຈີນ​ແນະ​ນຳ​ວ່າ:

ການ​ກະທຳ​ອັນ​ສະຫງ່າ​ລາສີ​ທີ່​ເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ​​ເມື່ອ 600 ປີ​ກ່ອນ​ໄດ້​ສະ​ເທືອ​ນ​​ໂລກ, ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຕັກນິກ​ເດີນ​ທະ​ເລ​ທີ່​ກ້າວໜ້າ​ແລະ​ລະດັບ​ການ​ຜະ​ລິດ​​ເຮືອທີ່​ດີ​ເລີດ​ຂອງ​ຈີນ​ໃນ​ຄາວ​ນັ້ນ. ມາ​ຮອດ​ປັດຈຸບັນ, ບາງປະ​ເທດອາຊີ​ອາຄະ​ເນຍັງ​ຄົງ​ຮັກສາ​ແລະ​ເກັມ​ມ້ຽນ​ຮ່ອງຮອຍ​ແລະ​ວັດຖຸບູຮານ​ກ່ຽວ​ກັບທ່ານເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ, ​ແລະ​ໄດ້​ລະ​ລຶກ​ທ່ານເຈິ້ງ​ເຫີ ທູດ​ສັນຕິພາບ​ທີ່​ເຜີຍ​ແຜ່​ອາລະຍະ​ທຳ​ຜູ້​ນີ້​ດ້ວຍ​ຮູບ​ການຕ່າງກັນ, ພວກ​ເຮົາຕ້ອງ​ຜ່ານ​ງານ​ວາງສະ​ແດງ​ເທື່ອ​ນີ້​ແລະ​ການ​ເຄື່ອນ​ໄຫວ​ລະ​ລຶກຕ່າງໆ, ​ໂຄສະນາ​ມູນ​ເຊື້ອ​ອັນດີ​ເລີດ​ຂອງ​ປະຊາຊາດ​ຈີນ​ທີ່​ຮັກຫອມ​ສັນຕິພາບ​ ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ ​ແລະ​ມີ​ໄມຕີ​ຈິດ.
​​
ທ່ານເຈິ້ງ​ເຫີຊື່​​ເດີມມາ​ຊານ​ປາວ, ​ເກີດ​ໃນຄອບຄົວ​ເຜົ່າ​ຮຸຍ​ຂອງ​ແຂວງ​ຢຸນນານ​ເມື່ອ​ປີ 1371, ​ເຊື່ອ​ຖື​ສາສະໜາ​ອິສລາມ. ພາຍຫລັງ​ມາ, ​ທ່ານເຈິ້ງ​ເຫີ​ກາຍ​ເປັນຂັນ​ທີຢູ່​ຂ້າງ​ເຈົ້າຊີວິດ​ຈູ​ຕີ້ຂອງ​ລາຊະວົງ​ມິ​ງ, ຍ້ອນ​ໄດ້​ສ້າງ​ຄຸນງາມຄວາມດີ, ​ເຈົ້າຊີວິດ​ຊົງ​ພະ​ລາຊະທານ​ນາມສະກຸນ​ເຈິ້ງ​ໃຫ້​ທ່ານ, ​ແລ້ວ​ປ່ຽນ​ຊື່​ເປັນ​ເຈິ້ງ​ເຫີ. ປີ 1405, ທ່ານ​ເຈິ້ງ​ເຫີ​ຮັບ​ຄຳ​ສັ່ງ​ຈາກ​ເຈົ້າຊີວິດ​ຈູ່ຕີ້, ​ແລ້ວ​ນຳພາ​ຂະ​ບວນ​ເຮືອ​ເດີນ​ມະຫາ​ສະໝຸດ.

ງານ​ວາງສະ​ແດງ​ທີ່​ຈັດ​ໂດຍ​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນ​ເທື່ອ​ນີ້​ໄດ້​ໂຮມ​ສູນວັດຖຸ​ 80 ກວ່າ​ເຄື່ອງ, ຮູບ​ພາບ​ເກືອບ 200 ​ແຜ່ນ, ​ແຍກ​ອອກແນະນຳ​ຊີວິດປະຫວັດ​ຂອງ​ທ່ານ​ເຈິ້ງ​ເຫີ, ສະພາບ​ເບື້ອງ​ຫລັງປະຫວັດສາດ ຂະ​ບວນວິວັດ​ແລະ​ຜົນ​ສະທ້ອນ​ຂອງທ່ານເຈິ້ງເຫີ​ເດີນ​ມະ​ຫາ​ສະໝຸດ.
ເທື່ອນີ້, ຫໍພິພິທະພັນແຫ່ງຊາດຈີນໄດ້ວາງ​ສະ​ແດງ​ເສົາ​ເຮືອ​ທີ່ສູງ 11 ແມັດ. ​ທ່ານ​ນາງ​ວາງຢົງຫົງ ຜູ້ຮັບຜິດຊອບທີ່ກ່ຽວຂ້ອງແນະນຳວ່າ:

ວັດຖຸບູຮານທີ່ກ່ຽວພັນກັບທ່ານເຈິ້ງເຫີໂດຍກົງນັ້ນມີໜ້ອຍທີ່ສຸດ, ເສົາເຮືອນີ້​ແມ່ນ​ຂຸດ​ອອກຈາກຮ່ອງຮອຍໂຮງງານຕໍ່ເຮືອນານກິ່ງ ​ເຊິ່ງ​ເປັນ​ບ່ອນ​ຕໍ່ເຮືອ​ໃຫ້​ທ່ານ​ເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຮືອ​ປະ​ເສີດ​ຂອງທ່ານ​ເຈິ້ງ​ເຫີ​ຍັງ​ອາດ​ຈະ​ຄົງ​ຕົວ​ຢູ່.

ຕາມ​ໜັງສື​ປະຫວັດສາດ​ບັນທຶກ​ໄວ້​ວ່າ, ທ່ານ​ເຈິ້ງ​ເຫີ​​ເດີນ​ມະຫາ​ສະໝຸດ​​ທຸກ​ເທື່ອໃຊ້​ເຮືອ​ຫລາຍ​ຮ້ອຍ​ລຳ, ​ໃນ​ນັ້ນ, ​ເຮືອ​ເລກ​ໜຶ່ງ​ຂອງ​ທ່ານ​ເຈິ້ງ​ເຫີ ​​ເຮືອ​ບັນຊາ​ຍາວ​ປະມານ 126 ​ແມັດ, ກວ້າງ 51 ​ແມັດ, ປະລິມານ​ຂັບນ້ຳ 15 ພັນ​ໂຕນ, ບັນທຸກ​ນ້ຳໜັກ 7 ພັນ​ໂຕນ.

ງານ​ວາງສະ​ແດງ​ເທື່ອນີ້ຍັງ​ໄດ້​ຜ່ານ​ວັດຖຸບູຮານ​ແລະ​ຮູບ​ພາບ​ຫລວງຫລາຍ, ສະ​ແດງ​ໃຫ້​ເຫັນ​ຢ່າງຮອບດ້ານ​ກ່ຽວ​ກັບ​ຂະ​ບວນ​ການ​ເດີນ​ມະຫາ​ສະໝຸດ​ຂອງ​ທ່ານ​ເຈິ້ງ​ເຫີ​ມີ​ການ​ຊຸກ​ຍູ້​ການ​ແລກປ່ຽນ​ວັດ​ທະ​ນະທຳ​​ແລະ​ການ​ຄ້າ​ສາກົນ​ກັບ​ປະ​ເທດ​ຕ່າງໆ. ​ເຖິງ​ວ່າ​​ໃນ​ຄາວ​ນັ້ນ, ລາຊະວົງ​ມິ​ງມີ​ກຳລັງ​ແຫ່ງ​ຊາດ​ເຂັ້ມ​ແຂງ, ​ແຕ່​ຂະ​ບວນ​ເຮືອ​ຂອງທ່ານ​ເຈິ້ງ​ເຫີ​ເດີນ​ມະຫາ​ສະໝຸດ 7 ​ເທື່ອ, ​ໄດ້​ໄປ​ຮອດ 30 ກວ່າ​ປະ​ເທດ, ​ແຕ່​ບໍ່​ໄດ້​ຍຶດ​ເອົາ​ດິນ​ແດນ​ຈັດ​​ແມັດ, ​ໄດ້​ເຜີຍ​ແຜ່​ມິດຕະພາບ​ທີ່​​ເຄົາລົບ​ຢ່າງສະ​ເໝີ​ພາບກັນຕໍ່​ຜູ້​ທີ່ເຊື່ອ​ຖື​ວັດທະນະທຳ​ຕ່າງ​ກັນ. ຈາກ​ຮູບ​ພາບ​ດັ່ງກ່າວ, ຜູ້​ຊົມ​ອາດ​ສັງ​ເກດ​ໄດ້​ວ່າ, ຢູ່ປະ​ເທດ​ໄທ ມາ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ​ເປັນຕົ້ນລ້ວນ​ແຕ່​ສ້າງ​ວັດ​ຊານ​ປາວ, ທ່ານ​ເຈິ້ງ​ເຫີ​​ໄດ້​ກາຍ​ເປັນ​ເທວະທູດ​ແຫ່ງ​ສັນຕິພາບ, ຖືກ​ປະດິດສະຖານ​ໃນ​ວັດ​ສຳລັບ​ໃຫ້ຄົນ​ທັງຫລາຍ​ໄປ​ນະມັດສະການ.

ທ່ານ​ເຈິ້ງ​ເຫີ​ໃນ​ຖານ​ເປັນ​ນັກ​ເດີນ​ທະ​ເລ​ທີ່​ມີ​ຊື່​ສຽງ​ໃນ​ປະຫວັດສາດ​ຈີນ, ​ຢູ່​ຈີນ, ​ໃຜໆ​ກໍ​ຮູ້​ກັນ​​ໂດຍ​ທົ່ວ​ໄປ. ງານ​ວາງສະ​ແດງ​ທີ່​ຈັດ​ໂດຍ​ຫໍພິພິທະ​ພັນ​ແຫ່ງ​ຊາດ​ຈີນ​ເທື່ອ​ນີ້​ໄດ້​ດູດ​ດຶງ​ຜູ້​ຊົມ​ຫລວງຫລາຍ​ມາ​ຊົມ. ນາງ​ປາຍ​ຈິ້ງ ນັກຮຽນ​ມັດທະຍົມ​ມາ​ຈາກ​ເມືອງ​ຮາ​ເອີ​ປິນ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ນາງ​ບອກ​ນັກ​ຂ່າວ​ວ່າ, ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ຕົນ​ເອງ​ຮູ້ຈັກນັກເດີນທະເລຜູ້ນີ້ຫລາຍກວ່າເກົ່າ.

ທ່ານເຈິ້ງເຫີນຳພາ​ຄົນ​ຫລາຍ​ປານ​ນີ້​ເດີນ​ມະຫາ​ສະໝຸດ, ​ເຜີຍ​ແຜ່​ວັດທະນະທຳ​ຈີນ, ​ແລ້ວ​ນຳ​​ເອົາວັດທະນະທຳ​ຕ່າງປະ​ເທດ​ເຂົ້າມາ, ​ເປັນ​ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ.