ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-22 15:10:20    
ຄອມ​ພິວ​ເຕີ​ສອງ​ລະ​ບົບ​ສຳ​ລັບ​ຜູ້​ໃຫຍ່​ແລະ​ເດັກ​ນ້ອຍ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ຜະ​ລິດ​ອອກ​ຢູ່​ຈີນ

cri

ປັດ​ຈຸ​ບັນ ຄອມ​ພິວ​ເຕີ​ໄດ້​ກາຍ​ເປັນ​ເຄື່ອງ​ຈຳ​ເປັນ​ໃນ​ການ​ເຮັດ​ວຽກ,ຮ່ຳ​ຮຽນ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງຫຼາຍ​ແລ້ວ. ​ເຖິງ​ວ່າ​ຄອມ​ພິ​ວ​ເຕີ​ມີ​ຫຼາຍ​ຢ່າງຫຼາຍ​ແນວ​ເຮັດ​ໃຫ້​ຄົນ​ລາຍ​ຫູລາ​ຍຕາກໍ​ຕາມ,​ແຕ່​ຢາກ​ຊື້​ຄອມ​ພິວ​ເຕີ​ທີ່​ຜູ້​ໃຫຍ່​ໃຊ້​ໄດ້,​ເດັກນ້ອຍ​ກໍ​ໃຊ້​ໄດ້,ພັດ​ບໍ່​ແ​ແມ່ນ​ເລື່ອງ​ງ່າຍ. ຫວ່າງ​ມໍ່ໆ​ນີ້ ຈີນ​ໄດ້​ຄົ້ນຄວ້າ​ຜະລິດ​ຄອມ​ພິວ​ເຕີ​ສອງ​ລະບົບ​ສຳລັບຜູ້​ໃຫຍ່​​ແລະເດັກນ້ອຍ​,​ເຮັ​ດ​ໃຫ້​ຜູ້​ບໍລິ​ໂພກ​ຕ້ອງ​ລິງ​ຄານ​ນຳ​ບັນ​ຫາ​ດັ່ງ​ກ່າວ​ອີກ​ແລ້ວ.

ຄອມ​ພິ​ເຕີ​ຊະນິດ​ນີ້​ແມ່ນ​ອອກ​ແບບ​ໂດຍ​ກຸ່ມ​ວິ​ທະ​ຍາ​ສາດ​ຟາງ​ເຕີ ​ບໍລິສັດ​ຜະລິດ​ຄອມ​ພິວ​ເຕີ​ທີ່​ມີ​ຊື່ສຽງ​ຂອງ​ຈີນ​ກັບ​ບໍ​ລິ​ສັດ​ອິນ​ເທວ,ຕົ້ນ​ຕໍ​ແມ່ນ​ສຳ​ລັບ​ເດັກ​ນ້ອຍ​ທີ່​ອາຍຸ​ແຕ່ 3 ປີ​ຮອດ 16 ປີ. ພໍ່​ແມ່​ສາມາດ​ໃຊ້​ວິທີ​ງ່າຍໆ​ປົກ​ປິດ​ຂໍ້​ມູນ​ຂ່າວສານ​ທີ່​ບໍ່​ດີ​ໃນ​ເວລາ​ເດັກນ້ອຍ​ໃຊ້​ຄອມ​ພິວ​ເຕີ​ເຂົ້າທ່ອງອິນ​ເຕີ​ເນັດ,​ພ້ອມ​ທັງ​ຮັບ​ປະ​ກັນ​ການ​ຮ່ຳ​ຮຽນ​ຂອງ​ເດັກ​ນ້ອຍ.

ທ່ານ​ນາງ​ອູ​ຈູ​ນ ຜູ້ອຳນວຍ​ການພະ​ແນ​ກຂາຍຍ່ອຍ​ຂອງ​ກຸ່ມ​ວິທະຍາສາດ​ຟາງ​ເຕີ​ແນະນຳ​ໃຫ້​ນັກ​ຂ່າວ​ຮູ້​ວ່າ:
"ຈຸດ​ໜັກ​ຂອງ​ຄອມ​ພິວ​ເຕີສຳລັບ​ເດັກນ້ອຍ​​ແມ່ນ​ຮ່ຳຮຽນ​ແລະລື້​ນ​ເລີງ,​ເຮັດ​ແນ​ວ​ໃດ​ຊັກ​ນຳ​ການ​ຮ່ຳຮຽນ​ແລະ​ການລື້​ນ​ເລີງ​ໄປ​ສູ່​ສະພາ​ບຂະຫຍາຍຕົວ​ຢ່າງ​ປອດ​ໄສ,ທັງ​ເຮັດ​ໃຫ້​ເດັກນ້ອຍ​ສົນ​ໃຈ,​ນີ້ແມ່ນ​ຈຸດ​ເລີ່​ມຕົ້ນຂອງ​ພວກ​ເຮົາ​ໃນ​ການ​ພັດທະນາ​ຄອມ​ພິວ​ເຕີ​ເຄື່ອງ​ນີ້."

​ຄອມ​ພິວ​ເຕີ​ເຄື່ອງ​ນີ້​ຖືກ​ເອີ້ນ​ເປັນ​ຄອມ​ພິວ​ເຕີ​ສອງ​ລະບົບ,​ແມ່ນ​ຍ້ອນ​ມັນ​ໄດ້​ອອກ​ແບບ​ກະ​ແຈຊະນິດໜຶ່ງ,ຜູ້​ໃຊ້​ບໍ່​ຕ້ອງ​ໄຂຫຼືປິດ​ເຄື່ອງ,ກໍ​ສາມາດ​ປ່ຽນ​​ເປັນ​ລະບົບ​ຜູ້​ໃຫຍ່​​ຫຼືລະບົບ​ເດັກນ້ອຍ,​ມັນ​ງ່າຍ​ແລະ​ສະດວກຄື​ປ່ຽນ​ຊ່ອງ​​ໂທລະພາບ. ທ່ານ​ນາງ​ປາຍ​ຊ້ຽງຊູນ ຮອງ​ຜູ້ອຳນວຍການ​ໃຫຍ່​ສູນ​ຜະລິດ​ຕະພັນ​ຂອງ​ກຸ່ມ​ວິທະຍາສາດ​ຟາງ​ເຕີ​ໄດ້​ແນະນຳ​ສັບ​ພະ​ຄຸນ​ນີ້​ວ່າ:

ຢູ່​ໜ້າ​ຈໍ​ຄອມ​ພິວ​ເຕີ​ໄດ້​ມີກະ​ແຈ​ສຳລັບ​ປ່ຽນ​ລະບົບ,ກົດ​ກະ​ແຈໄປ​ຂ້າງໜຶ່ງ​ແມ່ນ​ລະບົບ​ເດັກນ້ອຍ,ກົດ​ໄປ​ອີກ​ຂ້າງ​ໜຶ່ງ​ກໍ​ກາຍ​ເປັນ​ແບບ​ຜູ້​ໃຫຍ່. ​ເມື່ອ​ກົດ​ໄປລະບົບ​ເດັກນ້ອຍ​ແລ້ວ,ພໍ່​ແມ່​ສາມາດ​ຖອນ​ລູກ​ກະ​ແຈ​ອອກ,​ເມື່ອ​ເປັນ​ແນວ​ນີ້ ​ເດັກນ້ອຍ​ກໍ​ສາມາດຫຼິ້ນຄອມ​ພິວ​ເຕີ​ເຄື່ອງ​ນີ້​ຢ່າງ​ປອດ​ໃສ​ພາຍໃນ​ຂອບ​ເຂດ​ທີ່​ພໍ່​ແມ່​ຄວບ​ຄຸມ​ໄດ້​ໃນ​​ລະບົບ​ເດັກນ້ອຍ."

ຕາມ​ສະ​ເໜີ​ວ່າ,​ໃນ​ຄອມ​ພິວ​ເຕີ​ເຄື່ອງນີ້,ພໍ່​ແມ່​ສາມາດ​ໃຊ້​ຊອຟ​ແວມາ​ຈຳກັດສິດ​ເຂົ້າທ່ອງອິນ​ເຕີ​ເນັດ​ໃຫ້​ເດັກນ້ອຍ,ກຳນົດ​ເວ​ບ​ໄຊ​ທີ່​ເຂົ້າ​ໄດ້,​ເພື່ອ​ປົກ​ປິດ​ຂໍ້​ມູນ​ຂ່າວສານ​ທີ່​ບໍ່​ດີ​ໃນ​ອິນ​ເຕີ​ເນັດ,ປ້ອງ​ກັນ​ບໍ່​ໃຫ້​ເດັກນ້ອຍ​ເຂົ້າຊົມ​ເວ​ບ​ໄຊ​ທີ່​ມີ​ກຳລັງ​ຮຸນ​ແຮງຫຼືລາມົກ,ຫຼືມົວ​ເມົາ​ນຳ​ເກ​ມ​ອິນ​ເຕີ​ເນັດ​ຫຼືລົມກັນ​ໃນ​ອິນ​ເຕີ​ເນັດ,​ຫຼີກ​ເວັ້ນການ​ລົບ​ກວນ​ຂອງ​ຂໍ້​ມູນ​ຂ່າວສານ​ທີ່​ບໍ່​ດີ,ພວກ​ເດັກນ້ອຍ​ກໍ​ສາມາດ​ເຂົ້າທ່ອງອິນ​ເຕີ​ເນັດ​ຢ່າງ​ປອດ​ໄສ​ແລະ​ປອດ​ໄພ​ໄດ້​.

​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເດັກນ້ອຍ​ໃນ​ການ​ນຳ​ໃຊ້,ຄອມ​ພິວ​ເຕີ​ສອງ​ລະບົບໄດ້​ໃຊ້​ໜ້າ​ຈໍ​ສຳຜັດ​ທີ່​ຊັດ​ເຈນ​ແລະ​ບໍ່​ແຜ່ລັງສີ​ທີ່​ມີ​ວິທະຍາສາດ​ເຕັກນິກ​ສູງ​ທີ່​ສຸດ. ສໍ​ສຳຜັດທີ່​ປະ​ດິດສ້າງ​ເອງສາ​ມາດ​ຂຽນ​ຢູ່​ໜ້າ​ຈໍ​​ໂດຍ​ກົງ​ແລະ​ສົ່ງ​ຂໍ້​ມູນ​ຂ່າວສານ​ໄດ້,​ໄດ້​ເຂົ້າ​ແທນ​ສັບພະ​ຄຸນຄິຼກຂອງ​ມາວ​ສ໌​ແລະ​ສັບພະ​ຄຸນ​ດີດ​ພິມ​ໜັງສື​ຂອງ​​ຄີບ​ອດ,​ອັນ​ໄດ້​ແກ້​ໄຂບັນຫາ​ຕ່າງໆເຊັ່ນ​​ເດັກນ້ອຍ​ໃຊ້​ຄີ​ບອດ​ແລະ​ມາວ​ສ໌ບໍ່​ສະດວກ​ເປັນຕົ້ນ. ນອກ​ນີ້ ຍ້ອນ​ວ່າ​ໄດ້​ຕິດຕັ້ງຂາຕັ້ງ​ທີ່​ເດັກນ້ອຍ​ໃຊ້​ງ່າຍ,ສາມາດ​ປັບ​ຄວາມ​ສູງ​ແລະ​​ມຸມ​ຂອງ​ໜ້າ​ຈໍ​ໄດ້​ຕາມ​ໃຈ,​​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຊີ​ນ​ເຄີຍ​ຂອງ​ເດັກນ້ອຍ​ໃຫ້​ດີກ​ວ່າ​ເກົ່າ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າມີ​ທ່າ​ຂຽນ​ທີ່​ຖືກຕ້ອງ.

ຄອມ​ພິວ​ເຕີ​ຊະນິດ​ນີ້​ຍັງ​ໄດ້​ໃຊ້​ການ​ອອກ​ແບບ​ສາຍ​ກາບ​ດຽວ​ທີ່​ໃໝ່​ອ່ຽມກວ່າ​ໝູ່​ໃນ​ໂລກ,ຈາກຄອມ​ພິວ​ເຕີ​ຮອດ​ໜ້າ​ຈໍ​ມີ​ແຕ່​ສາຍກາບດຽວ,ສາມາດ​ສົ່ງ​ຕົວ​ເລກ​ແລະ​ໄຟຟ້າ​ພ້ອມ​ກັນ,​ອັນ​ໄດ້ຫຼີກ​ເວັ້ນຄວາມ​ອັນຕະລາຍ​ໃນ​ການ​ໃຊ້​ໄຟຟ້າ​ຂອງ​ເດັກນ້ອຍ.

ນອກ​ນີ້ ຄອມ​ພິວ​ເຕີ​ສອງລະບົບຍັງ​ໄດ້​ຕິດຕັ້ງຊອຟ​ແວການ​ສຶກສາ​ແລະ​ຊອຟ​ແວ​ລື້​ນ​ເລີງ​ທີ່​ເໝາະ​ສຳລັບ​ເດັກນ້ອຍທີ່​ອາຍຸ​ຕ່າງ​ກັນ. ​ເດັກນ້ອຍ​ບໍ່​ພຽງ​ແຕ່​ສາມາດ​ໃຊ້​ຊອຟ​ແວ​ເຫຼົ່ານີ້​ມາ​ຮຽນຫຼັກສູດ​ພາສາ​ຈີນ,ຄະນິດສາດ​ແລະ​ພາສາ​ອັງກິດ​ເປັນຕົ້ນ​ເທົ່າ​ນັ້ນ,ຍັງ​ສາມາດຫຼິ້ນ​ເກ​ມຄອມ​ພິວ​ເຕີ​ຢ່າງຫຼວງຫຼາຍ. ຊອຟ​ແວ​ເຫຼົ່ານີ້​​ມີ​ຮູບ​ກາ​ຕູນ,ຕິດ​ໃຈ​ແລະ​ຖືກ​ໃຈ​ເດັກນ້ອຍ​ທີ່​ສຸດ.

ທ່ານ​ນາງ​ປາຍ​ຊ້ຽງຊູ່​ນ ຮອງ​ຜູ້ອຳນວຍການ​ໃຫຍ່​ຂອງ​ສູນ​ຜະລິດ​ຕະພັນ​ກຸ່ມ​ວິທະຍາສາດ​ເຕັກນິກ​ຟາງ​ເຕີ​ກ່າວ​ວ່າ,ພວກ​ເຂົາ​ເຈົ້າຍັງ​ຈະ​ດັດ​ແປງ​ເຕັກນິກ​​ເລື້ອຍໆ,ຄົ້ນຄວ້າ​ຜະລິດ​ຄອມ​ພິ​ວ​ເຕີ​ທີ່​ຍິ່ງ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ເດັກນ້ອຍ.

"ນີ້​ແມ່ນ​ຄອມ​ພິວ​ເຕີສຳລັບ​ເດັກນ້ອຍ​ຮຸ່ນ​ທີ​ໜຶ່ງ​ທີ່​ພວກ​ເຮົາ​ຄົ້ນຄວ້າ​ຜະລິດ,ຕໍ່​ໄປ​ພາຍ​ໜ້າ,ພວກ​ເຮົາ​ຍັງ​ຈະ​ຄົ້ນຄວ້າ​ຜະລິດ​ຮຸ່ນ​ທີ​ສອງ,ຮຸ່ນ​ທີ​ສາມ. ພວກ​ເຮົາ​ຈະ​ເຮັດ​ໃຫ້​ມັນ​ໃຊ້​ໄດ້​ງ່າຍ​ກວ່າ​ເກົ່າ,​ແລະ​ກໍ​ຈະ​ຮ່ວມ​ມື​ກັບ​ບໍລິ​ສັດ​ຊອຟ​ແວ​ຍິ່ງຫຼາຍ. ນອກ​ນີ້ ພວກ​ເຮົາ​ຍັງ​ຈະ​ຮ່ວມ​ມື​ກັບ​ເວ​ບ​ໄຊ​ເດັກນ້ອຍ,​ເຜີຍ​ແຜ່ສິ່ງ​ທີ່​ປອດ​ໄສ​ໃຫ້​ເດັກນ້ອຍ​ແລະ​ພໍ່​​ແມ່ໂດຍ​ຜ່ານ​ຈາກ​ຄອມ​ພິວ​ເຕີ​ເດັກນ້ອຍ."