ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-22 17:47:34    
ທ່ານ​ນາງ​​ໄລ​ສ໌​ກ່າວ​ວ່າ​ອິສ​ຣາ​ແອນ​ຖອນ​ອອກ​ຈາກ​ແຖ​ບ​ກາ​ຊາ​ຢ່າງ​ປອດ​ໄພ​ນັ້ນ​ແມ່ນ​ສຳ​ຄັນ​ທີ່​ສຸດ

cri
ຕາມ​ຂ່າວCRI,ຕອນ​ຄ່ຳ​ວັນ​ທີ21​ກໍລະກົດ,ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​​ເດີນທາງ​ໄປ​ຮອດ​ເຢລູຊາ​ເລ​ມ​ແລະ​ໄດ້​ພົບ​ປະ​ທ່ານ​ຊາ​ໂລມ ລັດຖະມົນ​ຕີ​ການ​ຕ່າງ​ປະ​ເທດ​ອິສ​ຣາ​ແອນ.ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ,ອິສຣາ​ແອນ​ຖອນ​ອອກ​ຈາກ​​ແຖບ​ກາ​ຊາ​ຢ່າງ​ປອດ​​ໄພ​ນັ້ນ​ແມ່ນ​ສຳຄັນ​ທີ່​ສຸດ,​ເພາະວ່າ​ນີ້​ຈະ​ແມ່ນ​ມາດ​ຕະການ​ສຳຄັນ​ໃນ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພ​າບ​ລະ​ຫວ່າງ​ປາ​ເລັສຕິ​ນອິສຣ​າ​ແອນ.

ທ່ານ​ນາງ​​ໄລ​ສ໌ກ່າວ​ວ່າ,​ໃນ​ເວລາ​ຖອນ​ທະຫານ,ຂໍ​ກະ​ແຈ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ,​ອິສຣາ​ແອນ​ແລະ​ປາ​ເລັສຕິນຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​​ເກີດມີ​ກາ​ນ​ກະ​ທຳ​ກໍ່​ການ​ຮ້າຍ​ໃດໆ​ທີ່ໝາຍ​ຈະ​ທຳລາຍ​ການ​ເຄື່ອນ​ໄຫວ​ຖອນ​ທະຫານ.ທ່ານ​ນາງ​ໄລ​ສ໌ຍັງ​ກ່າ​ວ​ເນັ້ນ​ວ່າ,ພາຍ​ຫຼັງ​ການ​ເຄື່ອນ​ໄຫວ​ຖອນ​ທະຫານ​ຂອງ​ຝ່າຍ​ອິສຣາ​ແອນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ສອງ​ຝ່າຍ​ອິສ​ຣາ​ແອນ​ແລະ​ປາ​ເລັສຕິນຕ້ອງ​ປະຕິບັດ​ແຜນການ​ເສັ້ນທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງຄືນ​ໃໝ່.