|
![](/images/spacer.gif) |
(GMT+08:00)
2005-07-22 17:51:15
|
![](/images/shim.gif) |
ຈີນຈະເລັ່ງລັດພັດທະນາການສິດສອນພາສາຮັ້ນສຳລັບຊາວຕ່າງປະເທດ
cri
Author: q
ຕາມຂ່າວCRI,ວັນທີ22ກໍລະກົດ,ຢູ່ທີ່ປັກກິ່ງ,ທ່ານໂຈ່ວຈີ້ ຫົວໜ້າໜ່ວຍນຳພາການສິດສອນພາສາຮັ້ນສຳລັບຊາວຕ່າງປະເທດແຫ່ງຊາດຈີນ,ລັດຖະມົນຕີກະຊວງສຶກສາທິການຈີນກ່າວວ່າ,ຈີນຈະເລັ່ງລັດພັດທະນາການສິດສອນພາສາຮັ້ນສຳລັບຊາວຕ່າງປະເທດໂດຍແນໃສ່ຄວາມຕ້ອງການທີ່ຕ່າງກັນໃນການຮຽນພາສາຮັ້ນຂອງຝູງຄົນຕ່າງກັນທີ່ຢູ່ເຂດແຄວ້ນຕ່າງກັນໃນໂລກ.
ໃນພິທີປິດປະຊຸມພາສາຮັ້ນໂລກທີ່ຈັດຂຶ້ນໃນວັນທີ22ກໍລະກົດ,ທ່ານໂຈ່ວຈີ້ກ່າວວ່າ,ການພັດທະນາແລະປະດິດສ້າງເຕັກນິກທັນສະໄໝໄດ້ອຳນວຍພາຫະນະແລະວິຖີທາງອັນບັງເກີດຜົນໃຫ້ແກ່ການສິດສອນພາສາຮັ້ນ.ພວກເຮົາສາມາດໃຊ້ເຕັກນິກຂໍ້ມູນຂ່າວສານໃໝ່ເຮັດໃຫ້ນັກຮຽນນັບມື້ນັບຫຼາຍໄດ້ຟັງການອອກສຽງພາສາຮັ້ນທີ່ໄດ້ຕາມມາດຖານກວ່າໝູ່,ຮຽນພາສາຮັ້ນນຳຄູອາຈານທີ່ມີບົດຮຽນຫຼາຍກວ່າໝູ່ໃນໂລກ.ທ່ານຍັງກ່າວວ່າ,ຈີນຈະເປີດກວ້າງການອົບຮົມຄູອາຈານສອນພາສາຮັ້ນ,ປະດິດສ້າງພາຫະນະການສິດສອນຢ່າງບໍ່ຢຸດຢັ້ງ,ເພື່ອຍົກສູງຄຸນນະພາບການສິດສອນພາສາຮັ້ນສຳລັບຊາວຕ່າງປະເທດ.
|
|
|