ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-22 18:01:13    
ສະ​ຖານ​ທູດ​ຈີນ​ປະ​ຈຳ​ອາ​ເມ​ລິ​ກາ​ຈັດ​ງານ​ລ້ຽງ​ຮັບ​ຮອງ​ເພື່ອ​ສະ​ຫຼອງ​​ໄຊ​ຊະ​ນະ​ຂອງ​ສົງ​ຄາມ​ຕໍ່​ຕ້ານ​ຢີ່​ປຸ່ນ​ຄົບ​ຮອບ​60​ປີ

cri Author: q
ຕາມ​ຂ່າວCRI,ຕອນ​ຄ່ຳ​ວັນ​ທີ21​ກໍລະກົດ,ສະຖານທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ໄດ້​ຈັດ​ງານ​ລ້ຽງ​ຮັບ​ຮອງ​ເພື່ອ​ສະຫຼອງ​​ໄຊຊະນະ​ຂອງສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຢີ່ປຸ່ນ​ແລະສົງຄາມ​ຕ້ານ​ຟັດ​ຊິດ​ໂລກ​ ຄົບ​ຮອບ60​ປີ.ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ໂຈ່​ວ​ເວິນ​ຈົ້ງ ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ລ້ຽງ​ຮັບ​ຮອງ.

ທ່ານ​ກ່າວ​ວ່າ,​ໃນ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ,ພາລະ​ກຳ​ຮ່ວມ​ທີ່​ຕໍ່ຕ້ານການ​ຮຸກ​ຮານ​ຂອງ​ຟັດ​ຊິດ​ໄດ້​ພາ​ໃຫ້​ຈີນ​ອາ​ເມ​ລິ​ກາສອງ​ປະ​ເທດ​ທີ່​ຍິ່ງ​​ໄປ​ຢູ່​ນຳ​ກັນ.​ໃນ​ສະຕະວັດ​ໃໝ່,​ເຖິງ​ວ່າ​ສະ​ຖາ​ນະ​ການ​ໂລກ​ໄດ້​ເກີດ​ມີ​ການ​ປ່ຽງ​​ແປງ​ຢ່າງ​​ໃຫຍ່​ຫຼວງ​ກໍ​ຕາມ,​ແຕ່​ບໍ່​ວ່າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາ​ຊີ​ປາຊີ​ຟິກ​ກໍ​ຄື​ຂອງ​ໂລກ,ຊຸກ​ຍູ້​ການ​ພັດ​ທະ​ນາ​ສ​ະ​ຖະກິດ​ພາກ​ພື້ນ​ແລະ​ເສດຖະກິດ​ໂລກ,ກໍ​ຄື​ໃນ​ການ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງໆ​ເຊັ່ນ​ລັດ​ທິ​ກໍ່​ການ​ຮ້າຍ,ການ​ແຜ່ຜາຍ​ອາວຸດ,ອາ​ຊະ​ຍາ​ກຳຂ້າມ​ຊາດ​ແລະ​ພະ​ຍາດ​ເປັນ​ຕົ້ນ,​ຈີນ​​ແລະ​ອາ​ເມ​ລິ​ກາ​ ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ແລະ​ພື້ນຖານ​ຮ່ວມ​ມື​ອັນ​ກວ້າງ​ຂວາງ.

ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ໂຈ່​ວ​ເວິນ​ຈົ້ງ​ຍັງ​ກ່າວ​ວ່າ,ທະ​ແນມ​ແຕ່​ຈີນ​ອາ​ເມ​ລິ​ກາ​ຍຶດ​ໝັ້ນ​ຫຼັກ​ການ​ທີ່​ຕ່າງ​ເຄົາລົບ​ເຊິ່ງກັນ​ແລະ​ກັນ,ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ,ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ,​ຍຶດ​ໝັ້ນ​ທິດ​ລວມທີ່​ສົນທະນາ,​ໄປມາ​ຫາ​ສູ່​ກັນ​ແລະ​ຮ່ວມ​ມື​ກັນ,​ການ​ພົວ​ພັນ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ກໍ​ຍ່ອມ​ຈະ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.