ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-23 16:47:59    
ທ່ານ​ຈ່າງ​ອີ້​ຊ່ານ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ກົນ​ໄກ​ສິດ​ທິ​ມະ​ນຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 22 ກໍລະກົດ ​ໃນ​ກອງ​ປະຊຸມ​ຄະນະ​ຜູ້ອຳນວຍການ​ເສດຖະກິດ​ສັງຄົມ,ທ່ານ​ຈ່າງ​ອີ້​ຊ່ານ ຮອງ​ຜູ້​ແທນ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​​ໄດ້​ສະ​ເໜີ​ເຈດ​ຈຳນົງ 3 ຂໍ້​ຂອງ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ປະຕິ​ຮູບ​ກົນ​ໄກ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ຈ່າງ​ອີ້​ຊ່ານ​ເວົ້າວ່າ,ກ່ອນ​ອື່ນ,ການ​ປະຕິ​ຮູບ​ຄວນ​ມີ​ຜົນ​ດີ​ຕໍ່​ການ​ພິຈາລະນາ​ບັນຫາ​ສິດທິ​ມະນຸດ​ຢ່າງ​ພາວະ​ວິ​ໄສ​ແລະ​ທ່ຽງ​ທຳ. ທ່ານ​ເວົ້າວ່າ,​ໃນຫຼາຍປີ​ມາ​ນີ້ ສອງ​ມາດຖານ​ແລະ​ການ​ຄັດ​ເລືອກ​ໃນ​ຂົງ​ເຂດ​ສິດ​ທິມະນຸດ​ສາກົນ​ນັບ​ມື້​ນັບ​ຮ້າຍ​ແຮງ. ການ​ກະທຳ​ທີ່ລົງ​ມະຕິ​ກ່ຽວ​ກັບປະ​ເທດ​ຕ່າງໆ​ທີ່​ບາງ​ປະ​ເທດ​ໃຊ້​ນັ້ນ​ຍ່ອມ​ຈະ​ພາ​ໃຫ້ມີການ​ເປັນ​ປໍ​ລະ​ປັກ​ກັນ​ແລະ​ຕ້ານ​ຢັນ​ກັນ​ລະຫວ່າງ​ປະ​ເທດ​ຕ່າງ​ກັນ​ຢ່າງ​ແນ່ນອນ.

ຖັດມາ,ການ​ປະຕິ​ຮູບ​ຄວນ​ພະຍາ​ຍາມ​ບັນລຸ​ຄວາມ​ດຸນ​ດ່ຽງ​ກັນ​ລະຫວ່າງ​ສິດທິ​ມະນຸດ​ສອງ​ປະ​ເພດ.

ທ່ານ​ຈ່າງ​ອີ້​ຊ່ານ​ຍັງ​ຊີ້​ອອກ​ວ່າ,ການ​ປະຕິ​ຮູບ​ອົງການ​ສິດ​ທິມະນຸດ​ຄວນ​ສອດຄ່ອງ​ກັບ​ຫຼັກການ​ປະຊາ​ທິປະ​ໄຕກວ່າ​ເກົ່າ,ມີ​ລັກສະນະ​ຕົວ​ແທນ​ຢ່າງ​ກວ້າງ​ຂວາງ,ປ່ຽນ​ແປງ​ສະພາບ​ປັດຈຸບັນ​ທີ່​ມາດຕາ​ສ່ວນ​ຜູ້ແທນ​ສະມາຊິກ​ອາຊີ​ອາ​ຟຼິກາ​ບໍ່​ພຽງພໍ.