ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-23 17:31:06    
ຮອງ​ນາຍົກ​ຈີນ​ກ່າວ​ວ່າ,ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ກົນ​ໄກ​ອັດຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ​ຢ່າງ​ມີ​ບາດ​ກ້າວ​ມີ​ຜົນ​ດີ​ຕໍ່​ຄວາມ​ໜັກ​ແໜ້ນ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເສດ​ຖະ​ກິດ​ໂລກ

cri Author: li
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 22 ກໍລະກົດ ຢູ່​ທີ່​ປັກ​ກິ່ງ ທ່ານ​ເຈີງ​ເພີ​ຍອຽນ ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ​ກ່າວ​ວ່າ,ຈີນ​ຊຸກ​ຍູ້​ການ​ປະຕິຮູບ​ກົນ​ໄກ​ ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ຢ່າງ​ມີ​ບາດ​ກ້າວ​ນັ້ນ ບໍ່ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ພັດທະນາ​ຂອງ​ຈີນ​ທໍ່​ນັ້ນ ​ແລະ​ຍັງ​ມີ​ຜົນ​ດີ​ຕໍ່​ຄວາມ​ໜັກ​ແໜ້ນ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເສດຖະກິດ​ໂລກ.

ທ່ານ​ເຈີງ​ເພີ​ຍອຽນ​ຊີ້​ອອກ​ວ່າ,ຈີນ​ປະຕິ​ບັດ​ລະບອບ​ອັດຕາ​ແລກປ່ຽນ​ແບບ​ລອຍ​ຕົວ​ທີ່​ຖື​ການ​ສະໜອງ​ແລະ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ເປັນ​ພື້ນຖານ,​ດັດສົມ​ໂດຍ​ພິຈາ​ລະນາ​ຕາມ​ເງິນຕາ​ໃນ​ກະຕ່າ​ດຽວ​ກັນແລະ​ມີ​ການ​ຄຸ້ມ​ຄອງ,​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ການ​ປະຕິ​ຮູບ​ໂຄງ​ປະກອບ​ເສດຖະກິດ​ການ​​ເງິນໃຫ້​ລົງ​ສູ່​ລວງ​ເລິກ​ແລະ​ບູລະນະ​ລະບົບ​ສັບ​ຊ້ອນ​ຄວບ​ຄຸມ​ມະຫາ​ພາກ​ຂອງ​ຈີນ,​ແມ່ນ​ມາດ​ຕະການ​ອັນ​ຈຳ​ເປັນ​ໃນ​ການ​ສັບ​ຊ້ອນ​ອົງການ​ປະກອບ​ອຸດສາ​ຫະກຳ​​ໃຫ້​ດີ​ຂຶ້ນ​ແລະ​ຍົກ​ລະດັບ​ໄຂ​ປະຕູ​ສູ່​ພາຍ​ນອກ​ໃຫ້​ສູງ​ຂຶ້ນ,​ແລະກໍ​ແມ່ນ​ຄວາມ​ຕ້ອງການ​ທາງ​ພາ​ວະວິ​ໄສ​ໃນ​ການ​ຜ່ອນ​ຄາຍ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ບໍ່​ດຸນ​ດ່ຽງ​ກັນ​ແລະ​ເປີດ​ກວ້າງ​ຄວາມ​ຕ້ອງການ​ຂອງ​ພາຍ​ໃນ​ປະ​ເທດ.