|
 |
(GMT+08:00)
2005-07-25 09:54:48
|
 |
ຊາວຈີນຢູ່ໄທສະຫຼອງໄທຈີນສ້າງສາຍສຳພັນການທູດຄົບຮອບ30ປີ
cri
ຕາມຂ່າວCRI, ງານມະໂຫລານລະລຶກໄທຈີນສ້າງສາຍສຳພັນການທູດຄົບຮອບ30ປີທີ່ຈັດໂດຍອົງການຈັດຕັ້ງຊາວຈີນຕ່າງດ້າວເຊັ່ນສະພາການຄ້າຈີນໄທໄດ້ຈັດຂຶ້ນຢູ່ບາງກອກໃນວັນທີ24ກໍລະກົດ. ບຸກຄົນວົງການຕ່າງໆຂອງໄທ5ພັນກວ່າຄົນໄດ້ເຂົ້າຮ່ວມພິທີອັນໃຫຍ່ໂຕດັ່ງກ່າວ.
ທ່ານສົມຄິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນໄທໄດ້ຕາງໜ້າທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີເຂົ້າຮ່ວມງານສະຫຼອງແລະກ່າວຄຳປາໄສວ່າ, ການໄປມາຫາສູ່ກັນຝ່າຍພົນລະເມືອງໄທຈີນໄດ້ມີປະຫວັດ7,8ຮ້ອຍປີແລ້ວ, ຄຳວ່າໄທຈີນແມ່ນພີ່ນ້ອງດຽວກັນໄດ້ສ່ອງແສງມິດຕະພາບອັນເລິກເຊິ່ງລະຫວ່າງສອງປະເທດ.
ທ່ານຈ່າງຈິວເຫິງ ເອກອັກຄະລັດຖະທູດຈີນປະຈຳໄທກ່າວວ່າ, ແຕ່ຈີນໄທສ້າງສາຍສຳພັນການທູດ30ປີມານີ້, ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທຳແລະການທະຫານເປັນຕົ້ນລະຫວ່າງສອງປະເທດໄດ້ຮັບການຄືບໜ້າຢ່າງຮອບດ້ານແລະບັງເກີດຜົນດີເດັ່ນ. ສອງປະເທດຈະພະຍາຍາມສ້າງການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫັນໜ້າໄປສູ່ສະຕະວັດທີ21ຢ່າງແທ້ຈິງ, ເພື່ອຊຸກຍູ້ໃຫ້ການພົວພັນຈີນໄທມີອະນາຄົດອັນຮຸ່ງເຮືອງກວ່າເກົ່າ
|
|
|