|
|
(GMT+08:00)
2005-07-25 16:48:10
|
|
ເວົ້າເລື່ອງກ່ຽວກັບວິຕາມິນ
cri
ຕາມຂ່າວCRI, ວິຕາມິນຄິດວ່າເປັນທີ່ໃຜໆກໍຮູ້, ມັນແມ່ນວັດຖຸທີ່ຂາດບໍ່ໄດ້ໃນການຮັກສາຊີວິດ. ຖ້າມະນຸດແລະສັດຂາດມັນກໍຈະເຕີບໃຫຍ່ເປັນປົກກະຕິບໍ່ໄດ້, ແລະຈະເປັນພະຍາດຂາດເຂີນວິຕາມິນ.
ໃນສະໄໝບູຮານ, ຄົນທັງຫຼາຍກໍໄດ້ສັງເກດເຫັນວ່າ, ພະຍາດບາງຢ່າງມີສ່ວນກ່ຽວຂ້ອງກັບແບບວິທີດຳລົງຊີວິດ, ໂດຍສະເພາະແມ່ນຄວາມຊິນເຄີຍໃນການກິນດື່ມ. ຕັ້ງແຕ່ກ່ອນຄ.ສ.ປີ2600, ຊາວຈີນກໍໄດ້ຮູ້ແລ້ວວ່າ, ພະຍາດຮົງກົງຟຸດແມ່ນເປັນຍ້ອນກິນແຕ່ອາຫານຢ່າງດຽວເລື້ອຍໆ, ດຽວນີ້ຮູ້ແລ້ວວ່າ, ແມ່ນຍ້ອນຂາດວິຕາມິນແບບໜຶ່ງ. ເຫດຜົນດຽວກັນ, ຖ້າຂາດເຂີນວິຕາມິນເຊ, ກໍຈະພາໃຫ້ສົບແຕກ, ມັກອອກເລືອດດັງແລະອາການອື່ນໆ, ຖ້າຂາດເຂີນວິຕາມິນອາກໍຈະເປັນໂລກຕາຝາງ.
ຄັນຊັ້ນ, ແມ່ນໃຜເປັນຜູ້ຊອກພົບວິຕາມິນໃນເວລາໃດ? ມື້ນີ້, ເຮົາຈະລົມເລື່ອງນີ້ສູ່ຟັງ. ຜູ້ທີ່ໄດ້ສະເໜີວິຕາມິນເປັນວິຊາການໜຶ່ງຜູ້ທຳອິດໃນໂລກແມ່ນທ່ານຮົບກິນສ໌ ນັກເຄມີສາດອັງກິດ.
ປີ1912, ໃນເວລາທ່ານຮົບກິນສ໌ເອົາຫົວອາຫານປະສົມເກືອສັດນັ້ນ, ທ່ານໄດ້ສັງເກດເຫັນວ່າ, ສັດທີ່ລ້ຽງດ້ວຍຫົວອາຫານລະອຽດຊັ້ນຍອດນັ້ນໃຫຍ່ຊ້າກວ່າສັດທີ່ກິນຫົວອາຫານປະສົມ. ທ່ານໄດ້ວິເຄາະມູນເຫດຂອງມັນ, ຈິ່ງສັງເກດເຫັນວ່າ, ໃນນ້ຳເກືອມັກແລະນ້ຳເກືອລ້ວນແຕ່ມີຈູນລະວັດຖຸອິນຊີທີ່ສັດຕ້ອງການໃນການເຕີບໃຫຍ່ແລະຂັບຖ່າຍ, ມັນສຳຄັນທໍ່ກັນກັບໄຂມັນ, ໂປຼຕິນ, ທາດຫວານ, ເກືອອະນິນຊີແລະນ້ຳ, ແມ່ນວັດຖຸທີ່ຂາດເຂີນບໍ່ໄດ້ໃນການຮັກສາຊີວິດ. ທານຕ້ງຊື່ໃຫ້ຈຸນລະວັດຖຸປະເພດນີ້ເປັນວິຕາມິນ. ຫຼັງຈາກນັ້ນ, ມະນຸດໄດ້ແກ້ຄວາມລັບຂອງພະຍາດບາງຢ່າງຍ້ອນຂາດເຂີນວັດຖຸປະເພດນີ້, ແລະໄດ້ຊອກພົບວິທີອັນຖືກຕ້ອງໃນການປິ່ນປົວພະຍາດເຫຼົ່ານີ້. ຍ້ອນການປະກົດເຫັນອັນສຳຄັນດັງ່ກ່າວ, ່ານຮົບກິນສ໌ກັບທ່ານເອັກມານ ນັກຈຸນລະພຶດວິທະຍາໂຮນລັງທີ່ໄດ້ຊອກພົບວິຕາມິນໃນຮຳນັ້ນໄດ້ຮັບລາງວັນສະລີລະສາດແພດສາດໃນແບບປີ1929ນຳກັນ.
ວຽກງານຂອງທ່ານຮົບກິນສ໌ແລະທ່ານເອັກມານເປັນຕົ້ນໄດ້ບຸກເບີກຂົງເຂດຄົ້ນຄວ້າໃໝ່, ມັນມີມູນຄ່ານຳໃຊ້ຫຼາຍທີ່ສຸດ, ໄດ້ດູດດຶງນັກວິທະຍາສາດຫຼວງຫຼາຍເມົານຳການຄົ້ນຄວ້າວິຕາມິນ. ຈໍ່ຕົວເປັນແງ່ຂະຫຍາຍຢ່າງໜຶ່ງໃນທົ່ວໂລກ, ເຮັດໃຫ້ການຄົ້ນຄວ້າວິຕາມິນໄດ້ມີການຄົ້ນພົບທີ່ສຳຄັນໃນຫຼາຍສົບປີ. ປີ1915, ທ່ານເດວິສຊີ້ອອກວ່າ, ວິຕາມິນແບ່ງເປັນສອງປະເພດ, ຄື ປະເພດລະລາຍໃນໄຂມັນກັບປະເພດລະລາຍໃນນ້ຳ. ປີ1922, ທ່ານໂຄລູມານໄດ້ແຍກວິຕາມິນອາແລະເດອອກມາຈາກວິຕາມິນທີ່ລະລາຍໃນໄຂມັນ; ປີດຽວກັນ, ໄດ້ຊອກພົບວິຕາມິນອີ. ໃນລະຫວ່າງແຕ່ປີ1928ຫາປີ1932, ຄົນທັງຫຼາຍໄດ້ຮູ້ຢ່າງຈະແຈ້ງວ່າ, ພະຍາດຟັນແຂ້ວອອກເລືອດແມ່ນເປັນຍ້ອນຂາດເຂີນວິຕາມິນເຊຢ່າງໜັກໜ່ວງ, ແລະໄດ້ກັ່ນເອົາວິຕາມິນເຊສຳເລັດ. ປີ1933, ໄດ້ຊອກພົບວິຕາມິນເບສອງ. ໃນປີດຽວກັນ, ໄດ້ສັງເຄາະວິຕາມິນອາສຳເລັດ. ປີ1936, ໄດ້ສັງເຄາະວິຕາມິນເບໜຶ່ງສຳເລັດ, ປີ1948, ໄດ້ຊອກພົບວິຕາມິນເບສິບສອງ.
ຫຼັງຈາກນັ້ນ, ໄດ້ຊອກພົບວິຕາມິນອີກຫຼາຍຊະນິດ. ໃນຂະນະດຽວກັນນັ້ນ, ວິຕາມິນສັງເຄາະຊະນິດຕ່າງໆກໍໄດ້ກຳເນີດຂຶ້ນຕາມໆກັນ. ຫຼັງຈາກສົງຄາມໂລກຄັ້ງທີສອງສິ້ນສຸດລົງແລ້ວ, ການຄົ້ນຄວ້າວິຕາມິນກໍຍິ່ງລົງເລິກແລະກວ້າງຂວາງກວ່າເກົ່າ. ເມື່ອຮອດປີ1960, ນັກວິທະຍາສາດໄດ້ຄ່ອຍໆຮູ້ແຈ້ງບົດບາດເລິກເຊິ່ງຂອງວິຕາມິນທີ່ມີຕໍ່ສັບພະຄຸນອັນສັບສົນຂອງຮ່າງກາຍ. ການຄົ້ນຄວ້າເຫຼົ່ານີ້ບໍ່ພຽງແຕ່ໄດ້ແກ້ໄຂບັນຫາປ້ອງກັນແລະປົວພະຍາດຂາດເຂີນວິຕາມິນໃນຂັ້ນພື້ນຖານທໍ່ນັ້ນ, ຫາກຍັງເຮັດໃຫ້ມະນຸດຄົ້ນຄວ້າການຂັບຖ່າຍຂອງຮ່າງກາຍຍິ່ງເລິກເຊິ່ງກວ່າເກົ່າ.
ຕໍ່ໄປ, ພວກເຮົາຈະແນະນຳຄວາມເປັນມາຂອງຝ້າຍທຽມ.
ຜູ້ທີ່ປະດິດສ້າງຝ້າຍທຽມກ່ອນໝູ່ໃນໂລກແມ່ນທ່ານຈີລານຂອງຝຣັ່ງ. ກ່ອນນີ້ຄືໃນສົງຄາມໂລກຄັ້ງທີໜຶ່ງ, ເຢຍລະມັນຂາດເຂີຍຝ້າຍທີ່ສຸດ, ລັດຖະບານເຢຍລະມັນຈິ່ງຕັດສິນໃຈຄົ້ນຄວ້າຝ້າຍທຽມແລະຂົນທຽມ. ພວກເຂົາເຈົ້າທົດລອງຕັດໄໝທຽມໃຫ້ຍາວທໍ່ກັບຍອງຝ້າຍແລະຂົນແກະ, ແລ້ວເອົາມາເຂັນຕ່ຳທົດລອງໃຊ້ເບິ່ງ, ແຕ່ບໍ່ດີປານໃດ.
ປີ1912, ທ່ານຈີລານໄດ້ເອົາສິ່ງແຂ້ນເປັນກ້ອນໃນເວລາຜະລິດໄໝທຽມນັ້ນມາຕັດເປັນໃຍເສັ້ນສັ້ນໆ, ແລ້ວເຂັນເປັນເສັ້ນ, ຜະລິດເປັນແຜ່ນໃຊ້ແທນຜ້າຝ້າຍແລະເສັ້ນໄໝພົມ, ນີ້ກໍແມ່ນຝ້າຍທຽມ.
ແຕ່ວ່າ, ຝ້າຍທຽມຊະນິດນີ້ບໍ່ທົນທໍ່ໄໝແທ້ແລະຂົນແກະ. ຫຼັງຈາກນັ້ນ, ມີຄົນໄດ້ປະດິດສ້າງວິທີໃຊ້ໃຍເກືອນ້ຳກົດອາເຊຕິກມາຜະລິດຝ້າຍທຽມ. ແຕ່ນັ້ນມາ, ຝ້າຍທຽມໄດ້ກາຍເປັນແຜ່ນແພລາຄາຖືກແລະມີສີສົດງົດງາມທີ່ມະຫາຊົນມັກຊື້. ແຕ່ວ່າ, ໃນຊຸ່ມື້ນີ້ທີ່ນິຍົມຂອງທຳມະຊາດ, ຝ້າຍທຽມນັບມື້ນັບຂາຍບໍ່ດີ, ແຜ່ນແພທຳມະຊາດຕ່າງໆເຊັ່ນໄໝແທ້, ຂົນແກະທຳມະຊາດແລະຝ້າຍລ້ວນໆເປັນຕົ້ນໄດ້ຮັບຄວາມນິຍົມຊົມຊອບຈາກຄົນໃນສະໄໝປະຈຸບັນ.
|
|
|