ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-25 18:02:24    
ຄາດ​ຄະ​ເນ​ເບິ່ງ​ກອງ​ປະຊຸມ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນປະ​ຈຳປີ​ຢ່າງ​ເປັນ​ລະບົບ

cri Author: da
ຕາມ​ຂ່າວCRI:ບັນດາກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນປີ 2005 ຈະ​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ​ ນະຄອນຫຼວງ​ຂອງ​ສ.ປ.ປ.ລາວ​ແຕ່​ວັນ​ທີ 26 ຮອດ​ວັນ​ທີ 29 ກໍລະກົດ.ຂະ​ບວນອາຊຽນ​ເຊື່ອມ​ໂຍງ​ເຂົ້າກັນ ​ຊຸກຍູ້​ການ​ພັດທະນາ​ກົນ​ໄກ​ການ​ຮ່ວມ​ມື​ລະຫວ່າງອາ​ຊຽນກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ການ​ເມືອງ​ແລະ​ເສດຖະ​ກິດ​ລະ​ຫວ່າງ​ອາ​ຊຽນກັບປະ​ເທດ​ນອກ​ພາກ​ພື້ນ​ອາ​ຊຽນ ພ້ອມ​ດ້ວຍ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ຄື​ໂຈມ​ຕີລັດທິ​ກໍ່ການ​ຮ້າຍ​ເປັນຕົ້ນຈະ​ກາຍ​ເປັນ​ຈຸດ​ໜັກ​ການ​ເຈລະຈາ​ໃນ​ກອງ​ປະຊຸມ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫຼື​ຜູ້​ແທນ​ຂອງ 10 ປະ​ເທດອາ​ຊຽນພ້ອມ​ກັບ​ຈີນ ຍີ່ປຸ່ນ ສ.​ເກົາຫຼີ ອາ​ເມ​ລິ​ກາ​ແລະ​ລັດ​ເຊຍ​ເປັນຕົ້ນຈະ​ເຂົ້າຮ່ວມ​ກອງ​ປະຊຸມ.ນອກ​ນີ້,ອາ​ຊຽນ​ແລະ​ອົງການ​ຈັດຕັ້ງສາກົນ​ຄື​ສະຫະພາ​ບ​ເອີ​ລົບ​ເປັນຕົ້ນກໍ​ຈະ​ແຕ່ງ​ຜູ້​ແທນ​ຮ່ວມ​ປະຊຸມ.

ບັນດາກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນປີ 2005 ຄັ້ງນີ້​ລວມທັງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງທີ 38 ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນກັບ​ຈີນ ຍີ່ປຸ່ນ ສ.​ເກົາຫຼີ(ຄື 10 + 3 ) ກອງ​ປະຊຸມອາ​ຊຽນກັບ​ໝູ່ຄູ່ສົນທະນາ​ ​ແລະ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນຄັ້ງທີ 12 ​ເປັນຕົ້ນ. ຫົວ​ຂໍ້​ຕົ້ນຕໍ​ອັນ​ໜຶ່ງ​ຂອງກອງ​ປະຊຸມຄັ້ງນີ້​ແມ່ນ​ຫາລື​ກັນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ອາຊຽນ​,ຊຸກຍູ້​ຂະ​ບວນອາ​ຊຽນ​ເຊື່ອມ​ໂຍ​ງ​ເຂົ້າກັນ.ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນທີ່​ຈັດ​ຂຶ້ນ​ກ່ອນ​ເພິ່ນ,ລັດຖະມົນ​ຕີການ​ຕ່າງປະ​ເທດຂອງ 10 ປະ​ເທດ​ອາ​ຊຽນຈະ​ຫາລື​ກັນ​ປະຕິບັດ​ມາດ​ຕະການຂອງ​ໂຄງການປະຕິບັດ​ງານວຽງ​ຈັນ​ທີ່​ຜ່ານ​ໃນ​ກອ​ງປະຊຸມສຸດ​ຍອດ​ອາ​ຊຽນ​ໃນ​ປີ​ກາຍ​ນີ້,​ເພື່ອ​ຫຼຸດ​ຄວາມ​ໂຕນ​ກັນ​ແຫ່ງ​ການ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ,​ເລັ່ງລັດ​ຂະ​ບວນ​ເຊື່ອມ​ໂຍ​ງ​ເຂົ້າກັນ.ກອງ​ປະຊຸມ​ຄັ້ງນີ້​ຈະ​ເຊັນ​ສັນຍາ​ກ່ຽວກັບ​ການສ້າງຕັ້ງກອງ​ທຶນ​ພັດທະນາ​ອາ​ຊຽນ,ສະໜອງ​ກອງ​ທຶນ​​ເຂົ້າ​ໃນ​ການ​ປະຕິບັດໂຄງການປະຕິບັດ​ງານ​ວຽງ​ຈັນ.ນອກ​ນີ້,ກອງ​ປະຊຸມ​ຍັງ​ຈະ​ສຳ​ຫຼວດພິຈາລະນາ​ຮ່າງ​ກົດ​ບັດ​ອາ​ຊຽນ​ແລະວາລະ​ປະຊຸມ​​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ປະ​ຖົມມະ​ເລີກ​ແລະ​ລາຍ​ຊື່ປະ​ເທດ​ເຂົ້າ​ຮ່ວມ​ທີ່​ຈະຈັດ​ຂຶ້ນຢູ່​ກົວ​ລາ​ລຳ​ເບີ ນະ​ຄອນ​ຫຼວງ​ມາ​ເລ​ເຊຍ​ໃນ​ເດືອນ​ທັນວາ​ປີນີ້.

ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ 10 + 3 ທີ່​ຈັດ​ຂຶ້ນ​ຕາມ​ຫຼັງນັ້ນ,ຈະ​ຫາລື​ການເພີ່ມ​ທະວີ​​ແລະ​ລົງ​ເລິກ​ຮ່ວມ​ມືດ້ານ​ເສດຖະກິດລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາຊີ​ຕາ​ເວັນ​ອອກ​ ທິດ​ຂະ​ຫຍາຍຕົວ​ຂອງກົນ​ໄກ​​ຮ່ວມ​ມື​ລະຫວ່າງ 10 + 3 ​ໃນ​ອະນາຄົດ​ແລະ​ບັນຫາ​ອື່ນໆ.​​ໃນ​ຖານ​ເປັນ​ຮູບ​ການ​ຈຸດ​ໜັກ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ​​ໃນພາກ​ພື້ນ,​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສລີ​ລະ​ຫວ່າງ​ອາ​ຊຽນກັບ​ຈີນ ຍີ່​ປຸ່ນ ສ.​ເກົາຫຼີ​ໄດ້​ຮັບ​ຄວາມ​ຄືບ​ໜ້າ.ວັນ​ທີ 20 ກໍລະ​ກົດ,​ເຂດ​ກາ​ນຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ;​ເດືອນ​ເມສາ​ປີ​ນີ້,ສັນ​ຍາ​ຂອບລະ​ຫວ່າງ​ອາ​ຊຽນສ.​ເກົາ​ຫຼີ​​​ກ່ຽວ​ກັບເຂດ​ການ​ຄ້າ​ເສລີ​​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັນ​ໃນ​ດ້ານ​ຫຼັກ​ການ​,ສອງ​ຝ່າຍ​ຈະ​ເຊັນ​ສັນ​ຍາ​ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ​ນີ້;ສ່ວນ​ອາ​ຊຽນກັບ​ຍີ່​ປຸ່ນກໍ​ກຳລັງ​ຫາລື​ກັນ​ກ່ຽວ​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ.

​ໃນ​ຖານ​ເປັນ​ກົນ​ໄກ​ສຳຄັນ​ແຫ່ງ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ລະຫວ່າງອາ​ຊຽນກັບ​ປະ​ເທດ​ແລະ​ອົງ​ການ​ຈັດຕັ້ງ​ສາກົນ​ນອກ​ພາກພື້ນ,​ກອງ​ປະຊຸມອາ​ຊຽນກັບຄູ່​ສົນທະນາ​ຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບການ​ຊຸກຍູ້​​ການ​ຮ່ວມ​ມື​ລະຫວ່າງອາ​ຊຽນກັບ​ຄູ່​ສົນທະນາ​ໃນ​ດ້ານ​ເສດ​ຖະກິດ​ແລະ​ຄວາມ​ປອດ​ໄພ​ການ​ເມືອງ.ຕາມ​ຂ່າວ​ແຈ້ງວ່າ,​ຫວ່າງ​ມໍ່ໆ​ນີ້ ປະ​ເທດ​ສະມາຊິກ​ສ່ວນ​ໜຶ່ງ​ໃນ​ອາ​ຊຽນ​ໄດ້​ປະກົດ​ມີ​ທ່ວງທ່າ ​ດູດ​ດຶງ​ທຶນ​ຕ່າງປະ​ເທດ​ໄດ້ຫຼຸດ​ໜ້ອຍ​ລົງ,ຈົນ​ກະທັ້ງ​ບາງ​ປະ​ເທດ​ໄດ້​ຫຼຸດ​ໜ້ອຍ​ລົງ​ 50%,ສະ​ນັ້ນ,​ບັນຫາ​ອາ​ຊຽນ​ຈະດູດ​ດຶງ​ທຶນ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ​ແນວ​ໃດ​ນັ້ນຈະ​ກາຍ​ເປັນ​ຈຸດ​ໜັກ​ທີ່​ຜູ້​ຮ່ວມ​ປະຊຸມ​ສົນ​ໃຈ​ນຳ.ນອກ​ນີ້,ອາ​ຊຽນ​ກັບ​ນູ​ແວນ​ເລ​ຣັງ​ແລະ​ມົງ​ໂກນ​ຈະ​ເຊັນ​ສັນຍາ​ໄມຕີ​ຈິດຮ່ວມ​ມື​​ອາຊີ​ອາຄະ​ເນ​ໃນ​ກອງ​ປະຊຸມ​ອາ​ຊຽນກັບ​ຄູ່ສົນ​ທະນາ.

ນອກ​ນີ້,ການ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ແລະ​ບັນຫາ​ນິວ​ເຄຼຍແຫຼມ​ເກົາຫຼີກໍ​ຈະ​ແມ່ນ​ຫົວ​ຂໍ້​ສຳຄັນ​ໃນ​ກອງ​ປະຊຸມ​ຄັ້ງນີ້.

ຕາມ​ຮູ້​ວ່າ,​ໃນ​ໄລຍະ​ໄຂ​ກອງ​ປະຊຸມ​ຄັ້ງນີ້,ອາ​ຊຽນຈະ​ແຍກ​ກັນ​ກັບສ.​ເກົາຫຼີ ນູ​ແວນ​ເຊ​ຣັງ​ແລະ​ປາ​ກີ​ສະຖານ​ເຊັນ​ສັນຍາ​ຮ່ວມ​ກັນຕ້ານ​ລັດທິ​ກໍ່ການ​ຮ້າຍ.​ໃນ​ຖານ​ເປັນ​ກົນ​ໄກ​ສົນ​ທະ​ນາ​ຄວາມ​ປອດ​ໄພ​ຫຼາຍ​ຝ່າຍ​ອັນ​ພຽງ​ດຽວ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ໃນ​ສະ​ເພາະ​ໜ້າ​ນີ້,​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນກໍ​ຈະ​ສົ​ນ​ໃຈ​ບັນ​ຫາ​ຄວາມ​ປອດ​​ໄພ​ທີ່​ບໍ່​​ແມ່ນ​ດັ້ງ​ເດີມ ຊື່ງ​ລວມ​ທັງ​ລັດທິ​ກໍ່​ການ​ຮ້າຍ ຊື້​ຂາຍ​ຢາ​ເສບ​ຕິດ​ເຖື່ອນ​ແລະ​ໜີ​ພາສີ​ເປັນ​ຕົ້ນ.