ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Wednesday    Apr 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-25 18:14:18    
ພັກຝ່າຍຄ້ານ​ຟິລິປິ​ນສະ​ເໜີ​ຕໍ່​ລັດຖະສະພາ​ຢ່າງ​ເປັນ​ທາງ​ການ​ໃຫ້​ກ່າວ​ໂທດ​ທ່ານ​ນາງ​ປະທານາທິບໍດີ​ອາ​​ໂລ​ໂຢ

cri
ຕາມ​ຂ່າວcri ວັນ​ທີ 25 ກໍລະກົດ,ສະມາຊິກ​ພັກ​ຝ່າຍຄ້ານ​ຟິລິປິ​ນ​ໄດ້​ສະ​ເໜີ​ຕໍ່​ລັດຖະສະພາ​ຢ່າງ​​ເປັນ​ທາງ​ການ​ໃຫ້​ກ່າວ​ໂທດ​ທ່ານ​ນາງ​ປະທານາທິບໍດີ​ອາ​ໂລ​ໂຢ.

ພັກ​ຝ່າຍ​ຄ້ານ​ຂອງ​ຟິລິປິ​ນ​ແມ່ນ​ສະ​ເໜີ​ຍັດຕິ​ກ່າວ​ໂທດ​ດັ່ງກ່າວ​ກ່ອນ​ທ່ານ​ນາງ​ອາ​ໂລ​ໂຢຈະ​ປະກາດ​ສານ​ສະພາບ​ແຫ່ງ​ຊາດຕໍ່ລັດຖະສະພາ​ໃນ​ວັນ​ທີ 25 ກໍລະກົດ.ຍັດຕິ​ກ່າວ​ໂທດ​ໄດ້​ສະ​ເໜີ​ຂໍ້​ກ່າວ​ຫາ 10 ຂໍ້​ຕໍ່​ທ່າ​ນນາງ​ອາ​ໂລ​​ໂຢ​ເຊັ່ນ​ຖືກ​ສົງ​ໄສ​ກ່ຽວ​ພັນ​ກັບ​ຄະດີ​ສໍ້​​ໂກງ​ໃນ​ການ​ເລືອກ​ຕັ້ງ ສໍ້​ລາດ​ບັງ​ຫລວງ​ແລະ​ກີດຂວາ​ງຄວາມ​ທ່ຽງ​ທຳ​ຂອງ​ກົດໝາຍ​ເປັນ​ຕົ້ນ.

ອີງ​ຕາມ​ກົດໝາຍ​ຂອງ​ຟິລິປິ​ນ,ຄະດີ​ກ່າວ​ໂທດ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ສະມາຊິກ​ໜຶ່ງ​ສ່ວນ​ສາມ​ໃນ​ສະມາຊິກ 236 ຄົນ​ຂອງ​ຟິລິປິ​ນຈິ່ງ​ຍື່ນ​ໃຫ້​ພິຈາລະນາ​ໃນ​ລັດຖະສະພາ​ໄດ້.​ແຕ່​ປະຈຸ​ບັນ,ພັກ​ຝ່າຍ​ຄ້ານ​ຟິລິປິ​ນພຽງ​ແຕ່​ໄດ້​ຮັບ​ການສະ​ໜັບສະ​ໜູນ​ຈາກ​ສະມາຊິກ​ສະພາ 40 ກວ່າ​ຄົນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040