ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 20th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-25 22:14:44    
ທ່ານ​ນາງ​ອາ​ໂລ​ໂຢປະກາດ​ສານລາຍ​ງານສະ​ພາບ​ແຫ່ງ​ຊາດ​ປະຈຳ​ປີ2005

cri
ຕາມ​ຂ່າວcri:ວັນ​ທີ 25 ກໍລະກົດ,ທ່ານ​ນາງ​ອາ​ໂລ​ໂຢ ປະທານາທິບໍດີ​ຟິລິປິ​ນ​ໄດ້​ປະກາດ​ສານ​ລາຍ​ງານ​ສະພາບ​ແຫ່ງ​ຊາດ​ປະຈຳ​ປີ 2005​ຕໍ່ກອງ​ປະຊຸມ​ປະສົມ​ສອງ​ສະພາ.

​ໃນ​ສານລາຍ​ງານ​ສະພາບ​ແຫ່ງ​ຊາດ,ທ່ານ​ນາງ​ອາ​ໂລ​ໂຢ​ໄດ້​ຊີ້​ອອກ​ວ່າ,ຈຸດ​ໜັກ​ວຽກ​ງານ​ໃນ​ໜຶ່ງ​ປີ​ຂ້າງ​ໜ້າ​ແມ່ນ​ສືບ​ຕໍ່​ຊຸກ​ຍູ້​ການ​ປະຕິ​ຮູບ​ເສດ​ຖະກິດ ​ເພີ່ມ​ຕຳ​ແໜ່​ງ​ອາຊີບ ລົບ​ລ້າງ​ຄວາມທຸກ​ຍາກ​ແລະ​ດູດ​ດຶງ​ທຶນ​ຕ່າງປະ​ເທດ,ສືບ​ຕໍ​ເຈລະຈາ​ກັບ​ກອງ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ແລະ​ເພີ່ມ​ທະວີ​ການ​ຕໍ່​ສູ້​ຕ້ານ​ການ​ກໍ່​ການ​ຮ້າຍ​ເປັນຕົ້ນ.ທ່ານ​ນາງ​ຮຽກຮ້ອງ​ໃຫ້​ດັດ​ແກ້​ກົດໝາຍບາງ​ສະບັບ​ທີ່​ໃຊ້​ໃນ​ປະຈຸ​ບັດ,​ເພື່ອ​ຮັບ​ມື​ກັບ​ບັນຫາ​ທີ່​ຟິລິປິ​ນປະ​​ເຊີນ​ໃນ​ສະ​ເພາະ​ໜ້າ​ນີ້.

ຕອນ​ເຊົ້າວັນ​ທີ 25 ກໍລະກົດ,ສະມາຊິກ​ສະພາ​ສັງກັດ​ພັກ​ຝ່າຍ​ຄ້ານ​ຂອງ​ຟິລິປິ​ນ​ໄດ້​ສະ​ເໜີ​ຍັດຕິ​ກ່າວ​ໂທດ​ທ່ານ​ນາງ​ອາ​ໂລ​ໂຢຕໍ່​ລັດຖະສະພາ​ຢ່າງ​ເປັນ​ທາງ​ການ​ໂດຍ​ຖື​ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ວ ສໍ້​ລາດ​ບັງ​ຫລວງ​ແລະ​ກີດຂວາງ​ຄວາມ​ຍຸດຕິ​ທຳ​ຂອງ​ກົດໝາຍ​​ແລະ​ອື່ນໆເປັນ​ຂໍ້​ອ້າງ.​ໃນ​ຂະນະ​ດຽວ​ກັນ,ມວນ​ຊົນ​ຟິລິປິ​ນຫລາຍ​ໝື່ນ​ຄົນ​ໄດ້​ແຫ່​ຂະ​ບວນສະ​ແດງ​ກຳລັງ,ທວງ​ໃຫ້​ທ່ານ​ນາ​ງອາ​ໂລ​​ໂຢລາ​ອອກ​ຈາກ​ຕະ​ແໜ່​ງ.ຝ່າຍ​ທະຫານ​ຟິລິປິ​ນ​ໄດ້​ຢູ່​ໃນ​ສະພາບ​ລະວັງ​ຕົວ​ສູງ​ສຸດ​ໃນ​ທົ່ວ​ປະ​ເທດ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040