ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-26 17:45:08    
ຈີນ​ຍິນ​ດີ​ສົນ​ທະ​ນາ​ກັບ​ອາ​ເມ​ລິ​ກາ​ບົນ​ພື້ນ​ຖານ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ

cri

ຂ່າວ​ຈາກ​ໜັງສືພິມ​ເຢີ​ນມິນ​ຢື້​ປ້າວ: ວັນ​ທີ 25 ກໍລະກົດ​ໃນ​ເວລາ​ໃຫ້​ສຳພາດ​ຂ່າວ​ກ່ຽວ​ກັບຄວາມ​ຄືບ​ໜ້າ​ຫຼ້າ​ສຸດ​ຂອງ​ການ​ວິວາດ​ກັນ​ສິ່ງ​ປັ່ນ​ທໍ່​ຈີນ​ອາ​ເມ​ລິ​ກາ, ທ່ານ​ລູຈຽນ​ຮວາ ຫົວໜ້າ​ກົມ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ສົນທະນາ​ກັບ​ອາ​ເມ​ລິ​ກາ​ບົນ​ພື້ນຖານ​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ດ້ວຍທ່າ​ທີ​ອັນ​ຕັ້ງໜ້າ​ແລະ​​​ເປີດ​ປະຕູ. ຍາດ​ແຍ່ງ​ຊອກ​ຫາ​ວີ​ທີ​ແກ້​ໄຂ​ບັນຫາ​ສິ່ງ​ປັ່ນ​ທໍ່​ທີ່​ສອງ​ຝ່າຍ​ພໍ​ໃຈ.

ທ່ານ​ລູຈຽນ​ຮວາ​ກ່າວ​ວ່າ, ຈີນ​ໄດ້​ສັງ​ເກດ​ເຫັນ​ວ່າ, ອາ​ເມ​ລິ​ກາ​ໄດ້​ເລື່ອນ​ເວລາ​ຕົກລົງ​ຈະ​ຈຳກັດໂສ້ງ​ປັ່ນ​ທໍ່​ຂອງ​ຈີນ​ທີ່​ສົ່ງ​ໄປ​ອາ​ເມ​ລິ​ກາ. ທ່ານ​ຍັງ​ໄດ້​ເປີດ​​ເຜີຍ​ວ່າ, ຈີນ​ອາ​ເມ​ລິ​ກາ​ໄດ້​ປຶກສາ​ຫາລື​ເຕັກນິກ​ສອງ​ຮອບກ່ຽວ​ກັບ​ບັນຫາຈຳກັດຕໍ່​ສິ່ງ​ປັ່ນ​ທໍ່7​ຊະນິດ, ອາ​ເມ​ລິ​ກາ​ກ່າວ​ວ່າ​ຈະ​ຕັ້ງ​ໃຈ​ຄົ້ນຄວ້າ​ຂໍ້​ສະ​ເໜີ​ຂອງ​ຈີນ, ສອງ​ຝ່າຍ​ເຫັນ​ດີ​ຮັກສາ​ຊ່ອງ​ທາງ​ຕິດ​ຕໍ່​ກັນ​ໃຫ້​ລຸ​ລ່ວງ.