|
 |
(GMT+08:00)
2005-07-26 18:05:26
|
ຜູ້ນຳໄທພົບປະຄະນະຜູ້ແທນໄມຕີຈິດພັກກອມມູນິດຈີນ
cri
ຕາມຂ່າວສານຊິນຮວາ: ຫວ່າງມໍ່ໆນີ້,ຢູ່ບາງກອກ,ໃນເວລາພົບປະຄະນະຜູ້ແທນໄມຕີຈິດພັກກອມມູນິດຈີນທີ່ນຳໂດຍທ່ານຫູເຈຍອ້ຽນ ຮອງເລຂາພັກ ທັງເປັນເລຂາຄະນະກວດກາລະບຽບວິໄນພັກເຂດຊິນຈ່ຽງເຜົ່າເວີຍອູເອີປົກຄອງຕົນຂອງຈີນນັ້ນ,ທ່ານພິນິດ ຈາລຸສົມບັດ ຮອງນາຍົກລັດຖະມົນຕີໄທໄດ້ເວົ້າວ່າ,ການຂະຫຍາຍການພົວພັນໄມຕີຈິດກັບຈີນແມ່ນນະໂຍບາຍຮ່ວມຂອງພັກຄອງອຳນາດແລະລັດຖະບານໄທ. ໂດຍຕອບສະໜອງຄຳເຊີນຂອງພັກໄທຮັກໄທ,ຄະນະຜູ້ແທນໄມຕີຈິດພັກກອມມູນິດຈີນໄດ້ເດີນທາງໄປຢ້ຽມຢາມໄທໃນວັນທີ 24 ກໍລະກົດ.
ທ່ານຊະວະລິດ ຍົກໃຈຍຸດ ອະດີດຮອງນາຍົກລັດຖະມົນຕີໄທແລະທ່ານສຸລິຍະ ຈຶງຮຸ່ງເຮືອງກິດ ເລຂາທິການພັກໄທຮັກໄທ ລັດຖະມົນຕີກະຊວງຄົມມະນາຄົມຂອງໄທກໍ່ຕ່າງໄດ້ພົບປະຄະນະຜູ້ແທນ.
|
|
|