|
 |
(GMT+08:00)
2005-07-27 09:58:10
|
 |
ປະທານາທິບໍດີອິນໂດເນເຊຍຫວັງໃຫ້ເພີ່ມທະວີການພົວພັນອິນໂດເນເຊຍກັບຈີນຕື່ມອີກ
cri
ຕາມຂ່າວສານຊິນຮວາ, ວັນທີ26ກໍລະກົດ, ທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍກ່າວວ່າ, ອິນໂດເນເຊຍຫວັງໃຫ້ເປີດກວ້າງແລະລົງເລິກການພົວພັນສອງຕໍ່ສອງກັບຈີນຕື່ມອີກ. ທ່ານຊູຊີໂລເຫັນວ່າ, ໃນຫຼາຍປີມານີ້, ຈີນແມ່ນເຄື່ອງຈັກແມ່ແຮງໜຶ່ງຂອງການພັດທະນາໃນພາກພື້ນນີ້ຕະຫຼອດມາ. ອິນໂດເນເຊຍຂະຫຍາຍການພົວພັນກັບຈີນແມ່ນເລື່ອງດີເລື່ອງໜຶ່ງເວົ້າສຳລັບພາກພື້ນນີ້ກໍຄືພາກພື້ນອື່ນ. ທ່ານເຫັນວ່າ, ສອງຝ່າຍອິນໂດເນເຊຍກັບຈີນມີຫຼາຍສິ່ງຫຼາຍຢ່າງທີ່ຮ່ວມມືກັນໄດ້ໃນຂົງເຂດເສດຖະກິດການຄ້າ, ແລະຫວັງໃຫ້ຈີນໄປລົງທຶນຢູ່ອິນໂດເນເຊຍໃຫ້ຫຼາຍກວ່າເກົ່າ.
ໃນເວລາເວົ້າເຖິງການພົວພັນລະຫວ່າງອາຊຽນກັບຈີນນັ້ນ, ທ່ານຊູຊີໂລກ່າວວ່າ, ລົງເລິກການພົວພັນລະຫວ່າງອາຊຽນກັບຈີນແລະເປີດກວ້າງການຮ່ວມມືເຊິ່ງກັນແລະກັນບໍ່ພຽງແຕ່ມີຜົນດີຕໍ່ປະຊາຊົນບັນດາປະເທດໃນພາກພື້ນນີ້ທໍ່ນັ້ນ, ຍັງຈະປະກອບສ່ວນໃຫ້ແກ່ການປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງພາກພື້ນອາຊີປາຊິຟິກນຳອີກ.
|
|
|