|
 |
(GMT+08:00)
2005-07-27 10:00:57
|
ລັດຖະມົນຕີການຕ່າງປະເທດອາຊຽນສະແດງຄວາມບໍ່ພໍໃຈຕໍ່ວິທີຊຳລະແກ້ໄຂບັນຫາເປີດກວ້າງສະພາຄວາມໝັ້ນຄົງຂອງບາງປະເທດ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 26 ກໍລະກົດ ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດອາຊຽນທີ່ພວມເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 38 ຢູ່ວຽງຈັນນະຄອນຫຼວງຂອງລາວນັ້ນໄດ້ອອກຖະແຫຼງການຮ່ວມ,ສະແດງຄວາມບໍ່ພໍໃຈຕໍ່ວິທີຊຳລະແກ້ໄຂບັນຫາເປີດກວ້າງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຂອງບາງປະເທດ.
ຖະແຫຼງການຂຽນວ່າ,ບາງປະເທດພວມເຈຕະນາຂືນລົງມະຕິເປີດກວ້າງສະພາຄວາມໝັ້ນຄົງ,ສ່ວນປະເທດສະມາຊິກອື່ນໆຂອງສະຫະປະຊາຊາດມີແຕ່ຈຳເປັນເຫັນດີນຳຫຼືຄັດຄ້ານ,ຖະແຫຼງການເຫັນວ່າ,ເຮັດແນວນີ້ໄດ້ປະໝາດບັນຫາອື່ນໆທີ່ກ່ຽວຂ້ອງກັບການປະຕິຮູບອົງການສະຫະປະຊາຊາດຢ່າງຮອບດ້ານ.
ຖະແຫຼງການເຕືອນໃຫ້ປະເທດທີ່ກ່ຽວຂ້ອງເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າໃນອົງການສະຫະປະຊາຊາດ,ເພື່ອພ້ອມກັນກັບປະເທດອື່ນໆຮັບມືກັບການທ້າທາຍຫຼາຍກວ່າເກົ່າ.
|
|
|