|
 |
(GMT+08:00)
2005-07-27 10:31:58
|
 |
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 38 ອອກປະກາດແຈ້ງການຮ່ວມ
cri
Author: li
ຕາມຂ່າວ CRI: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 38 ທີ່ໄຂຂຶ້ນຢູ່ວຽງຈັນໄດ້ອັດລົງແລ້ວໃນຕອນບ່າຍວັນທີ 26 ກໍລະກົດ,ລັດຖະມົນຕີການຕ່າງປະເທດຂອງ 10 ປະເທດອາຊຽນໄດ້ອອກປະກາດແຈ້ງການຮ່ວມກ່ຽວກັບອາຊຽນເຊື່ອມໂຍງເຂົ້າກັນພ້ອມດ້ວຍບັນຫາພາກພື້ນແລະສາກົນທີ່ສົນໃຈນຳກັນ.
ປະກາດແຈ້ງການຂຽນວ່າ,ອາຊຽນຈະຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນ,ບັນລຸເປົ້າໝາຍສ້າງຕັ້ງປະຊາຄົມອາຊຽນ. "ສັນຍາສ້າງຕັ້ງກອງທຶນພັດທະນາອາຊຽນ"ທີ່ເຊັນກັນໃນກອງປະຊຸມເທື່ອນີ້ຈະສະໜອງທຶນຮັບປະກັນໃຫ້ແກ່"ແຜນປະຕິບັດງານວຽງຈັນ"ທີ່ມີວັດຖຸປະສົງຫຼຸດຄວາມແຕກໂຕນກັນລະຫວ່າງປະເທດສະມາຊິກອາຊຽນ. ປະກາດແຈ້ງການຍັງຂຽນວ່າ,ຈະຊຸກຍູ້ຂະບວນການຮ່າງ"ກົດບັດອາຊຽນ"ຕື່ມອີກ.
ປະກາດແຈ້ງການຂຽນວ່າ,"ສັນຍາຄວບຄຸມໄພພິບັດແລະແກ້ໄຂເຫດການສຸກເສີນຂອງອາຊຽນ"ທີ່ເຊັນກັນໃນກອງປະຊຸມເທື່ອນີ້ຈະຮັບປະກັນໃຫ້ອາຊຽນຮ່ວມແຮງກັນຮັບມືກັບໄພພິບັດຕ່າງໆ.
ກ່ຽວກັບບັນຫາທະເລຈີນໃຕ້,ປະກາດແຈ້ງການຂຽນວ່າ,ອາຊຽນຈະຮ່ວມມືກັບຈີນສ້າງຕັ້ງໜ່ວຍງານປະສົມ,ຫາລືເຮັດແນວໃດຜັນຂະຫຍາຍ"ຄຳຖະແຫຼງການການກະທຳບັນດາຝ່າຍທະເລຈີນໃຕ້".
|
|
|