ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-27 15:06:49    
ຮ້ອງ​ເພງ​ເພື່ອ​ສັນ​ຕິ​ພາບ(ພາບ)(ສຽງ)

cri Author: q

ເພື່ອ​ລະ​ລຶກສົງຄາມ​ຕ້ານ​ຟັດ​ຊິດ​ຂອງ​ໂລກ​ແລະ​ສົງ​ຄາມ​ຕໍ່ຕ້ານ​ຍີ່​ປຸ່ນຂອງ​ປະຊາຊົນ​ຈີນ​ໄດ້​ຮັບ​ໄຊຊະນະ​ຄົບຮອບ 60 ປີ, ວັນ​ທີ 1 ກໍລະກົດ, ຢູ່​ທີ່​ປັກ​ກິ່ງ, ຄະ​ນະ​ດົນ​ຕີ​ລອກ​ແອນ​ໂລ​ນທີ່​ມີ​ຊື່​ສຽງ​ຂອງ​ເຂດ​ໃນ​ຈີນ​ແລະ​ຮົງ​ກົງ 13 ຄະນະ​ໄດ້​ຈັດ​ງານ​ຮ້ອງ​ເພງ​ຂະ​ໜາດ​ໃຫຍ່​ທີ່​​ໃຫ້​ຊື່​ວ່າ​"ທ້ອງ​ຟ້າ​ແຫ່ງ​ສັນຕິພາບ", ​ແຟນ​ເພງ​ໝື່ນ​ກວ່າ​ຄົນ​ໄດ້​ຊົມ​ການສະ​ແດງ​ອັນ​ໂລດ​​ໂຜນ​​ເທື່ອ​ນີ້.

ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"ຢ້າວ​ເສ​ນ້າ​ທ້າຍ​ຊານ​ຕິງ​ຊ້າງ​ອີ້ຊິງ​ຊົງ" ຕ້ອງ​ຮຽນ​ຕົ້ນ​ສົນ​ຢູ່​ຈອມ​ພູ​ທ້າຍ​ຊານ ​ເຊິ່ງຂັບ​ຮ້ອງ​ໂດຍ​ວົງ​ດົນຕີ​ຖາງ​ສາວ. ​ເພງ​ນີ້​ຄັດ​ຈາກ​ຕອນ​ໜຶ່ງ​ໃນ​ງິ້ວ​ປັກ​ກິ່ງ​ເລື່ອງ"ຊ່າ​ເຈ່ຍ​ປ່າງ"​ເຊິ່ງ​ເປັນ​ງິ້ວຕໍ່ຕ້ານ​ຍີ່​ປຸ່ນຂອງ​ຈີນ,​ເມື່ອ​​ວົງ​ດົນຕີ​ຖາງ​ສາວ​ໄດ້​ຮຽບ​ຮຽງ​ຄືນ​ໃໝ່​ແລ້ວ,ມັນມ່ວນ​ໄປ​ອີກ​ຢ່າງ​ໜຶ່ງ.

ຕາມ​ຊາບ​ວ່າ,ໃນ​ງານ​ຮ້ອງ​ເພງ​ເທື່ອ​ນີ້,​ນັກ​ຮ້ອງ​ແຕ່ລະຄົນ​ນອກຈາກ​ສະ​ແດງ​ເພງ​ຕົວ​ແທນ​ຂອງ​ຕົນ​ແລ້ວ,ຍັງຕ້ອງ​ຮ້ອງ​ເພງ​ດັ້ງ​ເດີມ​ທີ່​ນິຍົມ​ກັນ​ຮ້ອງ​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ,​ເພື່ອ​ເຕືອນ​ໃຫ້​ຜູ້​ຊົມ​ຫວນ​ຄຶດ​ຕໍ່​ສົງຄາມ,ເຮັດ​ໃຫ້​ຜູ້​ຊົມ​ໃນ​ຂະນະນັ້ນ​ຕື່ນ​ເຕັ້ນນຳ​ລອກ​ແອນ​​ໂລ​ນ,ກໍ​ສຳ​ນຶກ​ເຖິງ​ຄວາມ​ລ້ຳ​ຄ່າ​ຂອງ​ສັນຕິພາບ.

ທ່ານ​​ເຈຍ​ຕິງ ຜູ້​ກຳກັບ​ການສະ​ແດງ​ຂອງ​ງານ​ຮ້ອງ​ເພງ ນັກ​ແຕ່ງ​ເນື້ອ​ຮ້ອງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ສະ​ເໜີ​ວ່າ:"​ແຕ່​ກ່ອນ,​ໃນ​ງານ​ຮ້ອງ​ເພງ​ລະ​ລຶກທີ່​ຄ້າຍ​ຄື​ກັນ​ນີ້, ພວກ​ເຮົາ​​ເນັ້ນໜັກ​ເຖິງ​ຄວາມ​ໂສກ​ເສົ້າສະຫງ່າ​ແລະ​ໄພພິບັດຫຼາຍ​ກວ່າ,​ແຕ່​ເທື່ອ​ນີ້,ສິ່ງ​ທີ່ພວກ​ເຮົາ​​ເນັ້ນໜັກ​ຫລາຍ​ກວ່າ​ນັ້ນ​ແມ່ນ​ຄວາມ​ປິ​ຕິ​ຊົມ​ຊື່ນ​ແລະ​ກຳລັງຄວາມ​ເປັນ​ທຳ​ເອົາ​ຊະນະ​ຄວາມ​ຊົ່ວ​ຮ້າຍ. ຄົນ​ທັງ​ຫລາຍ​ໃຊ້​ວິ​ທີ​ຕ່າງ​ກັນ ຄວາມ​ເຂົ້າ​ໃຈ​ຕ່າງ​ກັນ​ແລະ​ທຳນອງ​​ຕ່າງ​ກັນ​ມາ​ບັນ​ລະ​ຍາຍ​ຄວາມ​ນຶກ​ຄິດ​ກຶກ​ກອງ​ຂອງ​ພວກ​ເຂົາ​ເຈົ້າຕໍ່​ສົງຄາມ​ໂລກ​ຄັ້ງທີ​ສອງ​."

ທ່ານ​ເຈຍ​ຕິງ​ກ່າວ​ວ່າ,ງານ​ຮ້ອງ​ເພງ​ຍັງ​ມີ​ຈຸດປະສົງ​ພິ​ເສດ​ອີກ​ອັນ​ໜຶ່ງ,ເຊິ່ງກໍ​ຄື​ຜ່ານ​ດົນ​ຕີ​ລອກ​ແອນ​ໂລ​ນມາ​ດຶງ​ດູດ​ຊາວ​ໜຸ່ມ​ປັດຈຸບັນ​ໃຫ້​ເຂົ້າ​ໃຈ​ສົງ​ຄາມ​ບັ້ນ​ນີ້, ​ກຶກ​ກອງ​ສົງ​ຄາມ​ບັ້ນ​ນີ້,​ສຳ​ນຶກ​ຮູ້​ຄວາມປາຖະໜາສັນຕິພາບ​ຂອງ​ຄົນ​ທັງຫລາຍ. ​ເພາະ​ວ່າ​ດົນ​ຕີ​ລອກ​ແອນ​ໂລ​ນມີ​ກຳ​ລັງ​ຮຽກ​ຮ້ອງ​ອັນ​ກວ້າງຂວາງ​ໃນ​ໝູ່​ຊາວ​ໜຸ່ມ.

ຈັງຫວະ​ຈະ​ແຈ້ງ​ແລະ​ສຽງ​ແຮງໆ​ແມ່ນ​ຈຸດ​ພິ​ເສດຕົ້ນຕໍ​ຂອງ​ລອກ​ແອນ​ໂລນ​ປັດ​ຈຸ​ບັນ,​ສະ​ນັ້ນ, ​ໃນ​ສະຕິ​ຂອງ​ໄທ​ເມືອງ​ຈີນ​ບໍ່​ໜ້ອຍ, ດົນຕີ​ລອກ​ແອນ​ໂລນ​ເໝືອນ​ດັ່ງ​ສັບ​ພະ​ນາມ​ຂອງ​ຄວາມ​ຄຽດ​ແຄ້ນ​ແລະ​ລະບາຍ​ອາລົມບໍ່​ດີ. ​ໃຊ້​ດົນ​ຕີ​ແນວ​ນີ້​ມາ​ສະ​ແດງ​ເພງ​ສົງ​ຄາມ​ດັ້ງ​ເດີມ​ທີ່​ຮ້ອງ​ກັນ​ລະ​ຫວ່າງ​ຫລາຍ​ເຊັ່ນ​ຄົນ​ນັ້ນ, ​ເວົ້າ​ສຳ​ລັບ​ນັກ​ຮ້ອງ​​ແລະວົງ​ດົນ​ຕີ​ລອກ​ແອນ​ໂລ​ນ​ແລ້ວ,​​ເປັນ​ການ​ທົດ​ສອບ​ບໍ່​ໜ້ອຍ. ​ແຕ່​ວ່າ,ການ​ສະ​ທ້ອນ​ຕອບ​ຢ່າງ​ຟົດ​ຟື້ນ​ຂອງ​ຜູ້​ຊົມ​ທີ່​ມີ​ຕໍ່​ການ​ສະ​ແດງ​ໃນ​ຕອນ​ຄ່ຳ​ມື້​ນັ້ນ,ອາດ​ເວົ້າ​ໄດ້​ວ່າ​​ໄດ້​ຢືນ​ຢັນ​ພວກ​ນັກ​ຮ້ອງ​ລອກ​ແອນ​ໂລ​ນຢ່າງ​ເຕັມ​ສ່ວນ.

ທ່ານຮວງກວ້ານຈົ່ງຮ້ອງເພງໃນງານຮ້ອງເພງຂະໜາດໃຫຍ່

ທ່ານ​ຮວງ​ກວ້ານ​ຈົ່ງ ​ເຄີຍ​ເປັນສະມາຊິກວົງ​ດົນຕີBeyong ທີ່​ມີ​ຊື່​ສຽງ​ບົນ​ເວທີ​ດົນຕີ​ລອກ​ແອນ​​ໂລ​ນຣົງກົງ​ຈີນ​ໄດ້​ນຳພາວົງ​ດົນຕີ"ຮ້ານ"ທີ່​ທ່ານປະກອບ​ຄືນ​ໃໝ່​ນັ້ນ​ເຂົ້າ​ຮ່ວມ​ງານ​ຮ້ອງ​ເພງ​ເທື່ອ​ນີ້. ທ່ານ​ໄດ້​ຮ້ອງ​ເພງ"ຢິວຈີ່​ຕຸ້ຍ​ຈື່​ເກີ່" ​ເພງ​ກອງ​ຫລອນ ​ໄດ້ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສູ້​ລົບ​ໝັ້ນ​ໜຽວ​ທົນ​ທານ,​ມີສະຕິ​ປັນຍາ,ຄ່ອງ​ແຄ້ວ ​ແລະ​ອົງອາດກ້າຫານ​ຂອງ​ກອງ​ຫລອນ​ຕໍ່​ຕ້ານ​ຍີ່​ປຸ່ນ​ຂອງ​ຈີນ, ​ແລະ​ໄດ້​ກ່າວ​ປາຖະກະຖາ​ທີ່ວ່າ: ພວກ​ເຮົາ​ບໍ່ຫ່ອນ​ຈະ​ເຂົ້າຮຸກຮານ​ປະ​ເທດ​ອື່ນ,​ແຕ່​ກໍ​ບໍ່​ອະ​ນຸ​ຍາດ​ໃຫ້​ປະ​ເທດ​ອື່ນ​ຂົ່ມ​ເຫັງ​ພວກ​ເຮົາ,​ໄດ້​ຊຸກຍູ້​ບັນຍາກາດ​ຂອງ​ງານ​ຮ້ອງ​ເພງ​ຂຶ້ນ​ສູ່​ກະ​ແສ​ສູງ​ທີ່​ສຸດ.

ນອກ​ນີ້, ຍັງ​ມີ​ດາລາ​ເພງແລະ​ວົງດົນຕີລອກ​ແອນ​​ໂລ​ນ​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ຫລວງ​ຫລາຍ​ເຂົ້າ​ຮ່ວມ​ງານ​ຮ້ອງ​ເພງ​ເທື່ອ​ນີ້. ​ເວົ້າສຳລັບ​ດາລາ​ເພງ​ລອກ​ແອນ​ໂລ​ນທີ່​ສ່ວນ​ຫລາຍ​ເກີດ​ຢູ່​ໃນ​ຊຸມ​ປີ 60-70 ​ສະຕະວັດ​ທີ່​ແລ້ວ, ​ເຖິງ​ວ່າ​ບໍ່​ໄດ້​ເຂົ້າຮ່ວມ​ສົງຄາມ, ​ແຕ່​ຕໍ່​ສະ​ໄໝ​ນອງ​ເລືອດ​ນັ້ນ,​ພວກ​ເຂົາ​ເຈົ້າມີ​ຄວາມ​ເຫັນ​ແລະ​ທັດສະນະ​ຂອງ​ຕົນ. ທ່ານ​ກາວ​ສີ ນັກ​ຮ້ອງ​ຂອງ​ວົງ​ດົນ​ຕີ"​ຊາວ​ຈາ​ຍ"​ເວົ້າ​ວ່າ:

"ຂ້ອຍ​ໂຊກ​ດີ​ຫລາຍ​ຍ້ອນ​ວ່າ​ຂ້ອຍ​ບໍ່​ໄດ້​ດຳລົງ​ຊີວິດ​ໃນ​ສະ​ໄໝ​ນັ້ນ, ​ເພາະວ່າ, ນັ້ນ​ແມ່ນ​ກາ​ລະ​ເວ​ລາ​ທີ່​ໂຫດ​ຮ້າຍ​ທີ່​ສຸດ​ໃນ​ປະຫວັດ​ມວນ​ມະນຸດ. ​ເວົ້າ​ສຳ​ລັບ​ຄົນ​ເຮົາ​ທີ່​ດຳ​ລົງ​ຊີ​ວິດ​ໃນ​ສະ​ໄໝ​ສັນ​ຕິ​ພາບ​ໃນ​ຊູ່ມື້​ນີ້​ແລ້ວ,ຄວາມ​ຫວັງ​​ອັນແຮງ​ກ້າກວ່າ​ໝູ່​ກໍ​ແມ່ນ​ຢ່າ​ເກີດ​ສົງ​ຄາມ​ຈົນ​ເທົ້າ​ໃດໆ."

ສຽງ​ເພງ​ຂອງ​ນັກ​ຮ້ອງ​ລອກ​ແອນ​ໂລ​ນກໍ​ໄດ້​ມີ​ຜົນ​ສະທ້ອນ​ອັນ​​ແຂງແຮງ​ຕໍ່​ຊາວ​ໜຸ່ມ​ທີ່​ມາ​ຊົມ​ງານ​ຮ້ອງ​ເພງ​ເຊັ່ນ​ດຽວ​ກັນ. ນັກຮຽນ​ຂອງ​ມະຫາວິທະ​ຍາ​ໄລ​ຄົມມະນາຄົມ​ເປ​ຟາງ​​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: "ປະຊາຊົນ​ຈີນ​ຍິ່ງ​​ໃຫຍ່​ຫລາຍ,​ໃນ​ສະພາບ​ອັນ​ລຳ​ບາກ​ກາກ​ກຳ​ແນວ​ນັ້ນ, ຂາດ​ຂອງ​ກິນ, ຂາດ​ເສື້ອ​ຜ້າ, ​ແຕ່​ໃນ​ທີ່​ສຸດ​ພັດ​ໄດ້​ຮັບ​ໄຊຊະນະ, ນີ້​ແມ່ນ​ຕັດ​ແຍກ​ອອກ​ຈາກ​ກັນ​ກັບ​ຄວາມ​ເຊື່ອຖື​ອັນ​​ເດັດດ່ຽວໜຽວ​ແໜ້ນ​ບໍ່​ໄດ້, ສ່ວນ​ດົນຕີ​ລອກ​ແອນ​ໂລ​ນກໍ​ແມ່ນ​ຫ່າງ​ເຫີນ​ອອກ​ຈາກ​ຄວາມ​ເຊື່ອຖືບໍ່​ໄດ້, ນີ້​ແມ່ນ​ມີ​ຄວາມຄ້າຍຄື​ກັນ.​ປັດ​ຈຸ​ບັນ,​ຜ່ານ​ການ​ສະ​ແດງ​ແນວ​ນີ້, ຂ້ອຍ​ຮູ້​ສຶກ​ວ່າ​ມີ​ຈິດ​ໃຈ​ຫ້າວຫັນ."