ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-27 16:18:45    
ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່ອະນາຄົດ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ແລະ​ຈີນ

cri

ຕາມ​ຂ່າວສານ​ຊິນ​ຮວາ,ກ່ອນ​ທ່ານ​ຊູຊີ​ໂລ  ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ຈະ​ມາ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ແຕ່​ວັນ​ທີ 27 ຮອດ​ວັນ​ທີ 30 ກໍລະກົດ, ບຸກຄົນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ໄດ້​ທະຍອຍ​ກັນກ່າວ​ວ່າ, ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ມີອະນາຄົດທີ່ ດີງາມ,​ເປົ້າ​ຫມາຍ​ທີ່​ຍາດ​ແຍ່ງ​​​ໃຫ້​ມູນຄູ່າການ​ຄ້າ​ສອງ​ຝ່າຍ​ບັນລຸ​ເຖິງ 20 ຕື້​ໂດລາ​ສະຫະລັດ​ພາຍ​ໃນ 3 ປີ​ທີ່​ຕົກລົງ​ກັນໃນ​​ໄລຍະທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ອິນ​​ໂດ​ເນ​ເຊຍ​ໃນ​ເດືອນ​ເມສາປີ​ນີ້​ມີ​ຫວັງຈະ​ບັນລຸ​ຜົນ​ເປັນ​ຈິງຢ່າງ​ສະດວກ.


ຕາມ​ຊາບ​ວ່າ,ມູນ​ຄ່າ​ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ​ປີ 2004 ​ໄດ້​ບັນລຸ 13 ຕື້ 480 ລ້ານ​ໂດ​ລາ​ສະຫະລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2003  31,8% ​ແຕ່​ເດືອນ​ມັງກອນ​ຮອດ​ເດືອນມີນາ​ປີ 2005,ມູນ​ຄ່າ​ການ​ຄ້າ​ຂອງສອງ​ຝ່າຍ​ໄດ້​ບັນລຸ3 ຕື້ 760 ລ້ານ​ໂດ​ລາ​ສະຫະລັດ.​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ,ມູນ​ຄ່າ​ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ​ສະ​ເລ່ຍ​ແລ້ວ​​ໄດ້ເພີ່ມ​ຂຶ້ນ​ 18% ຕໍ່​ປີ​ຕະຫຼອດ​ມາ,ກະຊວງອຸດສາຫະກຳ​ແລະ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ຄາດ​ຄະ​ເນ​ວ່າ, ມູນ​ຄ່າ​ການ​ຄ້າ​ຂອງສອງ​ປະ​ເທດ​​ປີ​ນີ້ມີ​ຫວັງ​ຈະ​ບັນລຸ​ 15 ຕື້​ໂດ​ລາ​ສະຫະ ລັດ.


ປະຈຸ​ບັນ,ຈີນ​ແມ່ນ​ປະ​ເທດ​ຄູ່​ຂາ​ການ​ຄ້າທີ 4 ຂອງ​ອິນ​ໂດ​ເນ​ເຊຍ,​ແຕ່​ອິນ​ໂດ​ເນ​ເຊຍ​ພັດແມ່ນ​ປະ​ເທດ​ຄູ່​ຂາ​ການ​ຄ້າ​​ໃຫຍ່​ທີ 18 ຂອງ​ຈີນ.ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ​ໄດ້​ຕາບ​ຈູ​ນ​​ແກ່ກັນ​ຢ່າງ​ແຂງ​ແຮງ,ມີກຳລັງ​ບົ່ມ​ຊ້ອນ​ແຫ່ງການ​ພັດທະ ນາ​ຢ່າງໃຫຍ່​ຫຼວງ.ສິນຄ້າ​​ທີ່ຈີນ​ສົ່ງ​​ຂາຍ​​ໃຫ້​ອິນ​ໂດ​ເນ​ເຊຍ​ມີ:​ເຄື່ອງ​ໄຟຟ້າ ​ອຸປະກອນ​ເອ​ເລັກ​ໂຕຼນິກ  ​ກົນ​ຈັກ ​ເຄື່ອງ​ໃຊ້ສອຍ​ໃນ​ເຮືອນ  ສິ່ງ​ປັ່ນ​ທໍ​ແລະ​ລົດຈັກ,​ແຕ່​ສິນຄ້າ​ຕົ້ນຕໍ​ທີ່​ອິນ​ໂດ​ເນ​​ເຊ​ຍສົ່ງ​ຂາຍ​ໃຫ້​ຈີນ​ມີ:ນ້ຳມັນ​ດິບ  ​ອາຍ ແກັສທຳ​ມະ​ຊາດ  ນ້ຳມັນ​ປາມ ​ເຈ້ຍ ນ້ຳ​​ເຈ້ຍ​ແລະ​ໄມ້​ທ່ອນ​ເປັນ​ຕົ້ນ​.


ບຸກຄົນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ຄຽງ​ຄູ່​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ເລີ່​ມດຳ​ເນີນ​ງານ​ໃນ​ວັນ​ທີ 20 ກໍລະກົດ,ກຳ​ແພງ​ການຄ້າ​ລະຫວ່າງ 10 ປະ​ເທດ​ອາ​ຊຽນກັບ​ຈີນ​​ໄດ້ຖືກ​ລົບ​ລ້າງ​ເທື່ອ​ລະ​ກ້າວ,ການ​ພົວພັນ​ການ​ຄ້າ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​​ກັບ​ຈີນ​ຍັງ​ຈະ​ໄດ້​ມີ​ກຳ ລັງ​ຊ່ອຍ​​ເຫຼືອອັນ​ແຂງ​ແຮງ​,ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ກວ່າ​ຫມູ່​ແລະມີ ຊັບ ພະຍາກອນ​ອັນ​ອຸດົມສົມ​ບຸນ​ກວ່າຫມູ່​ໃນ​ອາ​ຊຽນ,ສະ​ນັ້ນ  ການ​ພັດທະນາ​ເສດຖະກິດ​ການ​ຄ້າ​ຂອງ​ອິນ​​ໂດ​ເນ​ເຊຍ​​ແລະ​ຈີນມີ​ຊ່ອງ​ຫວ່າງ​ກວ້າງ​ໃຫຍ່ທີ່​ສຸດ.


ໃນ​ເວລາ​ທ່ານ​ຖາງ​ຢູ້ ນັກທຸລະກິດ​ຊາວຈີນ​ທີ່​ມີ​ຊື່​ສຽງ​ຂອງ​ອິນ​ໂດ​ເນ​ເຊຍ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ນັ້ນ,ທ່ານ​ກ່າວ​ວ່າ,​ເສດຖະກິດອິນ​ໂດ​ເນ​ເຊຍ​ແລະ​ຈີນຕ່າງຕາບ​ຈູ​ນກັນ,ສອງ​ປະ​ເທດ​ຕ່າງຊັກ​ຈູງ​ກັນ​ພັດທະນາ​ເສດຖະກິດ, ສາມາດ​ເຮັດ​ໃຫ້​ທົ່ວ​ອາຊີ​​ເຂັ້ມ​ແຂງ​ໃຫຍ່​ໂຕກວ່າ​ເກົ່າ.


ທ່ານ​ເສີນ​ລີ້ຈື້ ຮອງ​ເລຂາທິການ​ສະມາຄົມ​ການ​ຄ້າ​ຊາວ​ຈີນ​ອິນ​ໂດ​ເນ​ເຊຍ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ຂ່າວສານ​ຊິນ​ຮວາ​ວ່າ,ກ່ອນ​ສອງ​ປະ​ເທດ​ຟື້ນ​ຟູ​ການ​ສ້າງສາ​ຍສຳພັນ​ການ​ທູດ​,ນັກທຸລະກິດຊາວ​ຈີນ​ອິນ​ໂດ​ເນ​ເຊຍ​ກໍ​ໄດ້​ອອກ​ແຮງ​ຊຸກຍູ້​ໃຫ້​ສອງ​ປະ​ເທດ​ຟື້ນ​ຟູ​ການ​ຄ້າ​ໂດຍ​ກົງ,ມູນ​ເຫດ​ກໍ​ຍ້ອນ​ໄດ້​ເຫັນ​ວ່າການ​ຂະຫຍາຍ​ ​ເສດຖະກິດ​ການ​ຄ້າ​ສອງ​ປະ​ເທດມີ​ອະນາຄົດ​ອັນ​ດີ​ງາມ,ປະຈຸ​ບັນ ການ​ພົວພັນ ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​​​​ແຫນ້ນ​​ແຟ້ນ, ນັກທຸລະ​ກິດ​ຊາວຈີນ​ທີ່​ອາ​ໄສ​ຢູ່​ອິນ​ໂດ​ເນ​ເຊຍ​ຍິນ​ດີ​ທຸ່ທ​ເຫື່ອ​ເທ​ແຮງ​ຊ່ອຍ​ລັດຖະບານ​ສອງ​ຝ່າຍ​ຂະຫຍາຍ​ການ​ພົວພັນ​ເສດຖະກິດ​ການ​ຄ້າ,ຍາດ​ແຍ່ງ​ໃຫ້​ບັນລຸ​ເປົ້າ​ຫມາຍ​ໄລຍະ​ມໍ່​ທີ່​​ໃຫ້ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​​ໃນ​ແຕ່ລະ​ປີບັນລຸ​ 20 ຕື້​ໂດ​ລາສະຫະລັດ​ກ່ອນ​ເວລາ​ກຳນົດ.