ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-27 16:41:38    
ເທັນ​ນິສ​ເພດ​ຍິງ​ຈີນຕີ​ເຂົ້າ​ສາຍ​ໂລກ​ງານ​ແຂ່ງ​ຂັນ​ແຟັດ​ຂັບ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ເທິ​ນນິສຈີນ​ປີ​ໃດ​ກໍ​ມີ​ການ​ບຸກທະລຸ. ປີ​ກາຍ​ນີ້ ຢູ່​ທີ່​ອາ​ແຕນ, ນາງ​ລີ​ຖິງກັບ​ນາງ​ຊຸນ​ຖຽນຖຽນຊິງ​ໄດ້ຫຼຽນຄຳຕີ​ຄູ່​ເພດ​ຍິງ​ໃນ​ງານ​ກິລາ​ໂອ​ລິ​ມປິກ, ​ໃນ​ງານ​ແຂ່ງຂັນ​ເພີ່ມ​ເຕີມ​ສາຍ​ໂລກສາຍທີສອງຂອງງານ​ແຂ່ງ​ຈັນ​ແຟັດ​ຂັບຫຼື Fed Cup ປີ 2005 ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ 10 ກໍລະກົດ​ນີ້, ທີ​ມ​ເທັນ​ນິສ​ເພດ​ຍິງ​ຈີນ​ໄດ້​ເອົາ​ຊະນະ​ທີ​ມສະ​ໂລ​ເວ​ນີດ້ວຍ​ຄະ​ແນນ 4:1, ​ແລ້ວ​ໄດ້​ເຂົ້າສາຍໂລກ​ຂອງ​ງານ​ແຂ່ງຂັນ​ແຟັດ​ຂັບ​ເປັນຄັ້ງທຳ​ອິດ. ​ເວົ້າສຳລັບກິລາ​ເທັນ​ນິສ​ເພດ​ຍິງ​ຈີນ​ແລ້ວ ຜົນງານ​ດັ່ງກ່າວ​​ເປັນ​ກາ​ນບຸກທະລຸ​ທີ່​ສຳຄັນ. ​ໃນ​ລາຍການ​ໂລກ​ກິລາ​ພາກ​ນີ້ ​ເຊີນຟັງ​ບົດ​ແຈ້ງ​ຂ່າວ​ປະກອບ​ສຽງທີ່​ພາດຫົວ​ເລື່ອງ​ວ່າ: ເທັນ​ນິສ​ເພດ​ຍິງ​ຈີນຕີເຂົ້າສາຍໂລກ​ຂອງ​ງານ​ແຂ່ງຂັນ​ແຟັດ​ຂັບ.

ຕອນ​ເຊົ້າວັນ​ທີ 10 ກໍລະກົດ​ນີ້, ຢູ່​ສູນ​​ເທັນ​ນິສສາກົນ​ປັກ​ກິ່ງ, ການ​ແຂ່ງຂັນ​ເພີ່ມ​ເຕີມ​ສາຍ​ທີ​ສອງ​ຂອງ​ງານ​ແຂ່ງຂັນ​ແຟັດ​ຂັບ​ລະຫວ່າງ​ທີ​ມຈີນ​ກັບ​ທີ​ມສະ​ໂລ​ເວ​ນີພວມ​ດຳ​ເນີນຢ່າງ​ດຸ​ເດືອດ. ​ໃນ​ການ​ແຂ່ງຂັນ​ກ່ອນ​ນີ້ມື້ໜຶ່ງ, ສອງ​ທີ​ມຕ່າງ​ໄດ້​ຮັບ​ໄຊຊະນະ​ນັດ​ໜຶ່ງ, ​ແລະ​ສະ​ເໝີ​ກັນເປັນ 1:1. ​ໃນ​ການ​ແຂ່ງຂັນ​ຕີ​ດ່ຽວ​ນັດ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10, ​ແມ່ນ​ນາງ​ລີ​ນ້າ​ແຫ່ງ​ທີ​ມຈີນ​ແຂ່ງຂັນ​ກັບ​ນາງສະ​ເຣ​ໂບດ​ນິກ, ນີ້​ແມ່ນ​ການ​ແຂ່ງຂັນ​ລະ​ຫວ່າງ​ນັກ​ກິລາ​ຕີ​ດ່ຽວ​ທີ່​ເກັ່ງ​ກວ່າ​ໝູ່​ຂອງ​ສອງ​ຝ່າຍ, ຖືກ​ຖື​ເປັນ​ນັດ​ຫົວລ້ຽວຫົວ​ຕໍ່​ທີ່​ຕົກ​ລົງ​ການ​ໄດ້​ໄຊຊະນະຫຼື​ເສຍ​ໄຊ. ​ໃນ​ທີ່ສຸດ ນາງ​ລີ​ນ້າ​ໃຊ້​ເວລາ​ພຽງ 53 ນາທີ​ທໍ່​ນັ້ນ ກໍ່​​ໄດ້​ຮັບ​ໄຊ​ຊະ​ນະດ້ວຍ​ຄະ​ແນນ 6:1 ​ແລະ 6:2. ​ໃນ​ການ​ແຂ່ງຂັນຕາມຫຼັງ, ນາງ​ເຈິ້ງ​ເຈ ນັກ​ກິ​ລາ​ຕີ​ດ່ຽວ​​ທີ​ສອງ​ ​​​ແລະ​ນາງ​ລີ​ຖິງກັບ​ນາງ​ຊຸນ​ຖຽນຖຽນ ນັກ​ກິລາ​ຕີ​ຄູ່​ເພດ​ຍິງ​ຂອງ​ທີມ​ຈີນ​ໄດ້​ຮັບ​ໄຊ​ຊະນະ​ສອງ​ນັດ​ຢ່າງ​ຕໍ່​ເນື່ອງ​ກັນ, ​ເຮັດ​ໃຫ້​ທີ​ມຈີນ​ໄດ້​ເອົາ​ຊະນະ​ທີ​ມສະ​ໂລ​ເວ​ນີ​ດ້ວຍ​ຄະ​ແນນ 4:1, ​ແລ້ວ​ໄດ້​ເຂົ້າຮອບ 16 ທີ​ມສາຍໂລກຂອງ​ງານ​ແຂ່ງຂັນ​ແຟັດ​ຂັບ​ເປັນ​ຄັ້ງ​ທຳ​ອິດ.

ພາຍຫຼັງການ​ແຂ່ງຂັນ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານນາງມຽກນາ ​ໂຈ​ເສ​ເວັກ​ຄູ​ຝຶກ​ໃຫຍ່​ທີ​ມສະ​ໂລ​ເວ​ນີ​ໄດ້​ຍ້ອງ​ຍໍ​ທີ​ມຈີນ​ຢ່າງ​ບໍ່​ເຫືອດ​ສົບ​ເຫືອດ​ປາກວ່າ: ກ່ອນ​ນີ້ 10 ປີ, ​ໃນ​ນັກ​ກິລາ​ລະດັບ​ສູງ​ຂອງໂລກ ຍັງ​ບໍ່​ຄ່ອຍ​ເຫັນ​ມີ​ນັກ​ກິລາ​ຈີນ, ​ແຕ່​ປະຈຸ​ບັນ ຈີນ​ໄດ້​ມີນັກ​ກິລາ​ເພດ​ຍິງ​ຕີ​ດ່ຽວ 3 ຄົນ​​ເຂົ້າ​ໃນ​ 100 ຄົນ​​ເກັ່ງ​ຂອງ​ໂລກ​ແລ້ວ, ​ເຂົາ​ເຈົ້າລ້ວນ​ແຕ່​ແມ່ນ​ນັກ​ກິລາ​ເກັ່ງທີ່​ສຸດ, ເຕັກນິກກໍກ້າວໜ້າ​ກວ່າ​ໝູ່, ສະນັ້ນ ທີ​ມຈີນ​ໄດ້​ຮັບ​ໄຊຊະນະ​​ແມ່ນ​ມີ​ເຫດຜົນ.

ງານ​ແຂ່ງຂັນ​ແຟັດ​ຂັບ​ທີ່​ຈັດ​ຂຶ້ນປີ​ລະ​ເທື່ອ​​ເປັນ​ຕົວ​ແທນ​ລະດັບ​ສູງ​ສຸດ​ບົນ​ເວທີ​ໝູ່​ຄະນະ​ນັກ​ກິລາ​ເທັນ​ນິສ​ເພດ​ຍິງ​ໃນ​ໂລກ​ປະຈຸ​ບັນ. ສາຍ​ໂລກ​ງານ​ແຂ່ງຂັນ​ແຟັດ​ຂັບ​ປະກອບ​ດ້ວຍ​ 16 ທີ​ມ​, ​ໃນ​ນັ້ນ ​ໃຫ້ 8 ທີ​ມໜ້າ​ເຂົ້າຮ່ວມການ​ແຂ່ງຂັນ​ສາຍ​ໂລກສາຍທີ​ໜຶ່ງ, 8 ທີມ​ຫຼັງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສາຍ​ໂລກສາຍ​ທີ​ສອງ, ສ່ວນທີ​ມ​ເທັນ​ນິສທີ່ຢູ່ຫຼັງ 16 ທີ​ມ​ດັ່ງ​ກ່າວ​ຈະ​ເຂົ້າ​ຮ່ວມ​ແຕ່ການ​ແຂ່ງ​ຂັນ​ບັນ​ດາ​ສາຍທະວີບ​​ທັງ​ນັ້ນ. ​ແຕ່​ປີ 1981 ​ເປັນຕົ້ນ​ມາ, ​ໃນ​ງານ​ແຂ່ງ​ຂັນ​ແຟັດ​ຂັບ ທີ​ມຈີນ​ໄດ້​ເຂົ້າຮ່ວມ​ແຕ່ການ​ແຂ່ງຂັນທະວີບອາຊີ​ແລະ​ທະ​ວີບ​ໂອ​ຊີ​ອາ​ນີທັງ​ນັ້ນ. ປີໜ້າ, ທີ​ມຈີນ​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ສາຍ​ໂລກ​ທີ​ສອງ.

ທ່ານ​ຈຽງ​ຫົງ​ເວິ​ຍ ຄູ​ຝຶກ​ໃຫຍ່​ທີ​ມ​ເທັນ​ນິສ​ເພດ​ຍິງ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ, ທີ​ມຈີນ​ໄດ້​ມີ​ການ​ບຸກທະລຸ​ໃນ​ງານ​ແຂ່ງຂັນ​ແຟັດ​ຂັບ​ເທື່ອ​ນີ້, ​​ແມ່ນ​ຍ້ອນ​ວ່າ ​ໃນຫຼາຍປີ​ມາ​ນີ້ ຄວາມ​ສາມາດ​ຂອງ​ນັກ​ກິລາ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ແລະ​ນັກ​ກິ​ລາ​ຜູ່​ດີ​ເດັ່ນ​ໄດ້​ປະກົດ​ຕົວອອກ​ມາຢ່າງ​ບໍ່​ຢຸດ​ຢັ້ງ. ຕາມ​ສະ​ເໜີ​ວ່າ, ​ເມື່ອ​ປີ 2000, ທີ​ມຈີນ​ມີ​ນັກ​ກິລາ​ຜູ່​ດີ​ເດັ່ນ​ພຽງ​ນາງອີ້​ຈິງ​ຊີ​ຜູ່ດຽງ​ທັງ​ນັ້ນ, ​ແຕ່​ໃນ​ສອງ​ປີຜ່ານມາ, ນັກ​ກິລາ​ເທັນ​ນິສ​ເພດ​ຍິງ​ຜູ່​ດີ​ເດັ່ນ​ຂອງຈີນ​ໄດ້​ມີຫຼາຍຄົນ​ແລ້ວ. ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ໂອ​ເພັນ​ຝຣັ່ງ​ປີ 2004, ນາງ​ເຈິ້ງ​ເຈ​ໄດ້​ເຂົ້າຮອບ 16 ຄົນ, ​ແມ່ນ​ຜົນງານ​ດີກ​ວ່າ​ໝູ່ຂອງນັກ​ກິລາ​ຈີນ​ໃນ​ງານ​ແຂ່ງຂັນ​​ເທັນ​ນິສ​ແກຼນດ໌ສະ​ລາມຫຼືGrand Slam; ຖັດມາ, ນາງ​ລີ​ນ້າ​ໄດ້​ກາຍ​ເປັນ​ນັກ​ກິລາ​ເທັນ​ນິສ​ເພດ​ຍິງ​ຂອງ​ຈີນ​ຜູ່​ທຳ​ອິດ​ທີ່​ຊິງ​ໄດ້​ແຊມ​ປຽນ​ງານ​ແຂ່ງຂັນ WTA; ​ໃນການ​ແຂ່ງຂັນ​ອຸ່ນ​ຄີງ​ທີ່​ຈັດ​ຂຶ້ນກ່ອນ​ງານ​ແຂ່ງ​ຂັນ​ເທັນ​ນິສອົສຕຼາລີ​ໂອ​ເພັນ​ທີ່​ຈັດ​ຂຶ້ນ​ໃນຕົ້ນປີ​ນີ້, ນາງ​ເຜິ​ງຊວ້າຍ ນັກ​ກິລາ​ໜຸ່ມ​ທີ່​ອາຍຸ​ພຽງ 19 ປີ​ຂອງ​ຈີນ​ໄດ້​ເອົາ​ຊະນະ​ນັກ​ກິລາ​ທີ່​ມີ​ຊື່ສຽງ​ໃນ​ໂລກ ​ເຊັ່ນ ນາງ​ມິ​ສກີ​ນາ​ແລະ​ນາງ​ເປ​ໂຕຼວາ. ສ່ວນ​ການຕີ​ຄູ່​ເພດ​ຍິງ, ນັກ​ກິລາ​ຈີນ​ບໍ່ພຽງ​ແຕ່​ຊິງ​ໄດ້ຜົນງານດີຫຼາຍ​ເທື່ອ​ໃນ​ງານ​ແຂ່ງຂັນ​ເທັນ​ນິສ​ແກຼນດ໌ສະ​ລາມ​ທໍ່​ນັ້ນ, ນາງລີ​ຖິງກັບ​ນາງ​ຊຸນ​ຖຽນຖຽນຍັງ​ຊິງ​ໄດ້ຫຼຽນຄຳ​ຕີ​ຄູ່​ເພດ​ຍິງ​ໃນງານກິລາ​ໂອ​ລິ​ມປິກ​ອາ​ແຕນ​ເຊິ່ງຢູ່​ນອກ​ຄວາມ​ຄາດ​ຄິດ​ຂອງຄົນ​ທັງຫຼາຍ.

​ເມື່ອ​ຈ້ອງ​ມອງ​ງານ​ແຂ່ງຂັນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີໜ້າ, ທ່ານ​ຈຽງ​ຫົງ​ເວິ​ຍກ່າວ​ວ່າ, ທ່ານ​ເຊື່ອ​ວ່າ ​ເມື່ອ​ສັງ​ເກດ​ຈາກ​ລະດັບຂອງ​ທີ​ມຈີນ​ແລ້ວ​ເຫັນ​ວ່າ, ທີ​ມຈີນ​ຈະ​ຄອງ​ຖາ​ນະ​ຢູ່​ສາຍ​ໂລກ​ສາຍທີ​ສອງ​ໄດ້, ​ແລະ​ທີ​ມຈີນ​ຈະ​ສຸມ​ກຳລັງ​ສຸດ​ຂີດຍາດ​ແຍ່ງ​ເຂົ້າ​ໃນສາຍ​ໂລກ​ສາຍ​ທີ​ໜຶ່ງ. ທ່ານ​ຈຽງ​ຫົງ​ເວິ​ຍ​ເວົ້າວ່າ: ປີໜ້າຈະ​ຍາດ​ແຍ່ງຕີ​ເຂົ້າສາຍໂລກ​ສາຍທີ​ໜຶ່ງ​ຢ່າງ​ແນ່​ນອນ, ພວກ​ຂ້າພະ​ເຈົ້າມີ​ຄວາມ​ຄິດ​ແນວ​ນີ້, ພວກ​ຂ້າພະ​ເຈົ້າຍ່ອມ​ຈະ​ມີ​ຄວາມ​ຫວັງ, ເພາະ​ວ່າ​ພວກ​ຂ້າພະ​ເຈົ້າຍັງ​ມີນາ​ງ​ເຜິ​ງ ຊວ້າຍທີ່​ພວມ​ຝຶກ​ແອບ​ຢູ່​ຕ່າງ​ປະ​ເທດ​ເປັນ​ກຳ​ລັງ​ໜູນ. ກະຕິ​ກາ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ກຳນົດ​ໄວ້​ວ່າ, ​ໃນ​​ໄລຍະຮອບ​ງານ​ກິ​ລາ​ໂອ​ລິມ​ປິກ ນັກ​ກິລາ​ຕ້ອງ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ແຟັດ​ຂັບ​ສອງ​ເທື່ອ​ຈຶ່ງ​ມີ​ຄຸນ​ວຸດ​ທິ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິ​ມປິກ, ສະນັ້ນ ​ໃນ​ປີໜ້າອາດ​ຈະ​ມີ​ການ​ຕີ​ຄູ່​ຄູ່​ໃໝ່, ນັກ​ກິລາ​ທີ່​ມີ​ຄວາມ​ອາດ​ສາ​ມາດ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກລ້ວນ​ແຕ່​ຈະ​ເຂົ້າຮ່ວມ​ງານ​ແຂ່ງຂັນ​ແຟັດ​ຂັບ.

​ເຖິງ​ວ່າ​ລະດັບ​ສັງ​ລວມຂອງ​ນັກກິລາ​ເທັນ​ນິສ​ເພດ​ຍິງ​ຈີນ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫຼວງ​ກໍ່ຕາມ, ​ແຕ່​ທ່ານ​ຈຽງ​ຫົງ​ເວິ​ຍຍັງ​ຮັກສາ​ສະ​ໝອງອັນ​​ໂປງ​ໃສຢູ່, ທ່ານ​ເຫັນ​ວ່າ, ​ໃນ​ສະ​ເພາະ​ໜ້າ​ນີ້ ທີ​ມ​ເພດ​ຍິງ​ຈີນ​ຢູ່​ໃນ​ລະດັບ​ຜ້ານ​ກາງ​ບົນ​ເວທີ​ເທັນ​ນິສສາກົນ, ຍັງ​ມີ​ຄວາມ​ໂຕນ​ກັນຫຼາຍ​ເມື່ອ​ທຽບ​ກັບ​ທີ​ມ​ເກັ່ງ​ໃນ​ໂລກ. ກິລາ​ເທັນ​ນິສ​ເພດ​ຍິງ​ຈີນ​ຍັງ​ມີໜ້າ​ທີ່​ອັນ​ໜັກ​ໜາ​. ທ່ານ​ຈຽງ​ຫົງ​ເວິ​ຍ​ເຫັນ​ວ່າ, ຢາກ​ຈະ​ເຮັດ​ໃຫ້​ລະດັບ​ສັງ​ລວມຂອງ​ທີ​ມ​ເພດ​ຍິງ​ຈີນ​ສູງ​ຂຶ້ນຕື່ມ​ອີກ, ຂໍ​ກະ​ແຈ​ແມ່ນ​ຍົກ​ສູງລະດັບ​ຕີ​ດ່ຽວ​ຂອງ​ນັກ​ກິລາ, ທ່ານ​ເວົ້າວ່າ: ດຽວ​ນີ້ ມີ​ຫຼາຍສື່​ມວນ​ຊົນກ່າວ​ວ່າ​ເທັນ​ນິສ​ເພດ​ຍິງ​ຈີນ​ຕີ​ໄດ້​ດີ​ຫຼາຍ​ແລ້ວ, ຂ້າພະ​ເຈົ້າ​ຮູ້​ຈັກ​ລະດັບຂອງ​ພວກ​ຂ້າພະ​ເຈົ້າ, ຍັງ​ໂຕນ​ກັບ​ລະດັບ​ສູງ​ຂອງ​ໂລກຫຼາຍສົມ​ຄວນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຕີ​ດ່ຽວ. ​ເທັນ​ນິສ​​ເອົາ​ໃຈ​ໃສ່​ນຳ​ການ​ຕີ​ດ່ຽວ​ທີ່​ສຸດ. ຖ້າວ່າ ​ໃນ​ສະ​ເພາະ​ໜ້າ​ນີ້ ພວກ​ຂ້າ​ພະ​ເຈົ້າມີ​ນັກ​ກິລາ​ສອງ​ຄົນ​ເຂົ້າ​ໃນ 20 ຄົນ​ເກັ່ງ​ຂອງໂລກ, ໝູ່​ຄະ​ນະ​ຂອງ​ພວກ​ຂ້າພະ​ເຈົ້າຈະ​ບໍ່​ຂີ້ຮ້າຍ​ປານ​ໃດ, ​ແລະ​ຖ້າ​ການ​ຕີ​ດ່ຽວ​ແຂງ​ແຮງ​ຂຶ້ນ, ​ແນ່​ນອນ​ແລ້ວ ການ​ຕີ​ຄູ່​ກໍ​ຍ່ອມຈະ​ດີຂຶ້ນ​ໄປ​ນຳ, ນີ້​ແມ່ນກົດ​ເກນ​ຂອງ​ມັນ.