ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Thursday    Apr 24th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-27 18:07:15    
ຕະຫລາດ​ລົດ​ຍົນໃຊ້​ອາຍ​ແກັສ​ຢູ່​ພາກພື້ນອາຊີ​​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ​​​​

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ກໍລະກົດ,ຢູ່​ກົວ​ລາ​ລຳ​ເປີ,ທ່ານ​ເສີນ​ກວາງ​ສາຍ ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ມາ​ເລ​ເຊຍ​ເວົ້າວ່າ,ປະລິມານ​ຍວດ​ຍານ​ທີ່​ໃຊ້​ອາຍ​ແກັສ​​ເປັນ​ວັດຖຸເຊື້ອ​ເພີງ​ຢູ່​ພາກພື້ນອາຊີ​ປະກົດວ່າ​ໄດ້​ເພີ່ມ​ຫລາຍຂຶ້ນ, ຕະຫລາດ​ຍວດ​ຍານ​ໃຊ້​ອາຍ​ແກັສມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ.

​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະຊຸມ​ແລະ​ງານ​ວາງສະ​ແດງ​ຂອງ​ສະມາຄົມ​ຍວດ​ຍານ​ໃຊ້​ອາ​ແກັສພາກພື້ນອາຊີ​ປາຊິ​ຟິກປີ 2005 ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 26 ກໍລະກົດ,ທ່ານ​ເສີນ​ກວາງ​ສາຍ​ເວົ້າ​ວ່າ,​ເມື່ອ​ທຽບ​ກັບ​ເຊື້ອ​ເພີງ​ອື່ນໆ​​ເຊັ່ນ​ນ້ຳມັນ​​ແ​ອັດ​ຊັງ​ແລະ​ນ້ຳມັນ​ກາ​ຊວນ​ເປັນ​ຕົ້ນ​ແລ້ວ,ອາຍ​ແກັສທຳ​ມະ​ຊາດ​ລາຄາ​ຖືກ ທັງ​ສະອາດ​ຕໍ່​ສິ່ງ​ແວດ​ລ້ອມ,​ແມ່ນ​ວັດຖຸ​ເຊື້ອ​ເພີງ​ທີ່​ສົມ​ຫວັງ.

ທ່ານ​ກ່າວ​ວ່າ,ລັດຖະບານ​ມາ​ເລ​ເຊຍ​ໄດ້​ໃຊ້​ຫລາຍ​ມາດ​ຕະການ​ສະໜັບສະໜູນ​ການ​ພັດທະນາ​ອຸດສາຫະກຳ​ຍວດ​ຍານ​ໃຊ້​ອາຍແກັສ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040