|
 |
(GMT+08:00)
2005-07-27 18:24:43
|
11 ເມືອງທີ່ມີສະເໜ່ຂອງງານເອັກສ໌ໂປຈີນອາຊຽນຄັ້ງທີສອງໄດ້ຕົກລົງແລ້ວ
cri
ນັກຂ່າວໄດ້ຊາບຈາກກອງເລຂາງານເອັກສ໌ໂປຈີນອາຊຽນວ່າ,11"ເມືອງທີ່ມີສະເໜ່"ຂອງງານເອັກສ໌ໂປຈີນອາຊຽນຄັ້ງທີສອງທີ່ຈະຈັດຂຶ້ນໃນກາງເດືອນພະຈິກໄດ້ຜ່ານການຮັບຮອງທາງລາຍລັກອັກສອນຈາກເມືອງຕ່າງໆແລ້ວ.
11 ເມືອງມີດັ່ງລຸ່ມນີ້:ປັກກິ່ງຂອງຈີນ ບັງດາເຊຣີເບກາວັນຂອງບຼູໄນ ຊຽມລຽບຂອງກຳປູເຈຍ ຢາກາຕາຂອງອິນໂດເນເຊຍ ຫລວງພະບາງຂອງລາວ ປຸດທຼາຈາເຍີຂອງມາເລເຊຍ ມັງດາເລຂອງມຽນມາ ເຊບູຂອງຟິລິປິນ ເມືອງສິງກະໂປ ເມືອງຊຽງໃໝ່ຂອງໄທ ເມືອງຮ່າໂນ້ຍຂອງຫວຽດນາມ.
ໃນງານເອັກສ໌ໂປຄັ້ງນີ້,11 ເມືອງດັ່ງກ່າວຈະວາງສະແດງຜົນສຳເລັດໃນການພັດທະນາແລະໂອກາດການຄ້າຂອງຕົນໃນດ້ານການຮ່ວມມືທາງການຄ້າ ການທ່ອງທ່ຽວ ການລົງທຶນ ວິທະຍາສາດເຕັກໂນໂລຢີ ວັດທະນະທຳແລະຊັບພະຍາກອນມະນຸດ.
|
|
|