ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-28 09:24:02    
ນາຍົກ​ອີຣັກຮຽກ​ຮ້ອງ​ໃຫ້​ທະ​ຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ໂດຍ​ໄວ ນາຍ​ທະ​ຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ​ການ​ຖອນ​ທະ​ຫານ​ອາດ​ຈະ​ເລີ່ມ​ແຕ່​ລະ​ດູ​​​ໃບ​ໄມ້​ປົ່ງ​ປີ​ໜ້າ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 27 ກໍລະກົດ ທ່ານ​ຈາ​ຟາ​ລີ ນາຍົກ​ລັດຖະ​ມົນຕີ​ລັດຖະ​ບານ​ຂ້າມ​ຜ່ານ​ຂອງ​ອີຣັກ​ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ​ຖອນ​ທະຫານ​ອອກ​ຈາກ​ອີຣັກ​ໂດຍ​ໄວ. ມື້​ດຽວ​ກັນ ຢູ່​ແບກ​ແດັດ ທ່ານຈອດ ​ເຄຊີ ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ,ອາ​ເມ​ລິ​ກາ​ອາດ​ຈະ​ຖອນ​ທະຫານ​ຢ່າງ​ຫຼວງຫຼາຍ​ອອກ​ຈາກ​ອີຣັກ​ແຕ່​ລະດູ​​ໃບ​ໄມ້​ປົ່ງ​ປີໜ້າ.

ທ່ານ​ຈາ​ຟາ​ລີ​ເວົ້າວ່າ,ການ​ຖອນ​ທະຫານ​ອາ​ເມ​ລິ​ກາ​ພົວ​ພັນ​ເຖິງ​ສອງ​ປັດ​​ໄຈ​ຄື,ໜຶ່ງ,ທະຫານ​ອາ​ເມ​ລິ​ກາ​ຕ້ອງ​ຂ້ຽວ​ເລັ່ງ​ເຝິກອົບຮົມ​ກອງ​ທະຫານ​ຮັກສາຄວາມ​ປອດ​ໄພ​ຂອງ​ອີຣັກ. ສອງ,​ໃນ​ບັນຫາ​ມອບ​ຮັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ,ທະຫານ​ອາ​ເມ​ລິ​ກາ​ແລະ​ລັດ​ຖະບານ​ອີຣັກ​ຕ້ອງ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ.

ມື້​ດຽວ​ກັນ,ທ່ານຈອດ ​ເຄຊີ ເວົ້າຕໍ່​ນັກ​ຂ່າວ​ວ່າ,ຖ້າ​ການ​ສ້າງສາ​ການ​ເມືອງ​ຂອງ​ອີຣັກຄືນ​ໃໝ່​ມີ​ການ​ຄືບ​ໜ້າ,ກຳລັງ​ຕໍ່ຕ້ານ​ບໍ່​ຂະຫຍາຍ​ອອກ,ທະຫານ​ອາ​ເມ​ລິ​ກາ​ກໍ​ອາດ​ຈະ​ເລີ່​ມຖອນ​ອອກ​ຈາກ​ອີຣັກ​​ໃນ​ລະດູ​ໃບ​ໄມ້​ປົ່ງ​ປີໜ້າ.