ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-28 09:30:38    
ທ່ານ​ຖາງ​​ເຈຍ​ສວນ​ວາງ​ຂໍ້​ສະ​ເໜີ 4 ຂໍ້​ກ່ຽວ​ກັບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ

cri Author: li
ຕາມ​ຂ່າວ CRI: ວັນ​ທີ 27 ກໍລະກົດ ທ່ານ​ຖາງ​ເຈຍ​ສວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ທີ່​ພວມ​ຢ້ຽມຢາມ​ວໍ​ຊິງ​ຕັນ​ໄດ້​ພົບ​ປະ​ທ່ານ​ນາງ​ໄລສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ.


​ໃນ​ການ​ພົບ​ປະ,ທ່ານ​ຖາງ​ເຈຍ​ສວນ​ໄດ້​ຕີ​ລາຄາຢ່າງ​ຕັ້ງໜ້າ​ຕໍ່​ການ​ຄື​ບໜ້າ​ຂອງ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໃນຫຼາຍປີ​ມາ​ນີ້.


ທ່ານ​ນາງ​ໄລ​ສ໌ກ່າວ​ວ່າ,ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ສຳຄັນ​ຫຼາຍ. ຝ່າຍ​ອາ​ເມ​ລິ​ກາ​ເຫັນ​ວ່າການ​ຢ້ຽມຢາມ​ກັນ​ລະຫວ່າງ​ຜູ້ນຳ​ຊັ້ນສູງ​ຂອງ​ອາ​ເມ​ລິ​ກາ​ແລະ​ຈີນ​ຈະ​ຊ່ອຍ​ໃຫ້​ສອງ​ປະ​ເທດ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ. ຝ່າຍ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຍຶດໝັ້ນ​ຫຼັກໝັ້ນ​ຈີນ​ດຽວ.

​ໃນ​ເວລາ​ກ່າວ​ປາຖະກະຖາ​ຢູ່​ຄະນະ​ກຳມະການ​ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ທົ່ວ​ປະ​ເທດ​ແລະ​ຄະນະ​ກຳມະການ​ການ​ຄ້າ​ອາ​ເມ​ລິ​ກາ​ຈີນ​ທົ່ວ​ປະ​ເທດ,​ທ່ານ​ຖາງ​ເຈຍ​ສວນ​ກ່າວ​ວ່າ,ຈີນ​ອາ​ເມ​ລິ​ກາສາ​ມາດ​ພ້ອມ​ກັນ​ພະຍາຍາມ​ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ກັນ​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນກັບ​ອາ​ເມ​ລິ​ກາ​ໃນ​ສະຕະວັດ​ໃໝ່ຈາກ 4 ດ້ານ​ດັ່ງ​ລຸ່ມ​ນີ້​ຄື: ໜຶ່ງ,​ເພີ່ມ​ທະວີ​ການ​ປະສານ​ງານຮ່ວມ​ມືກັນ,​ຊຸກ​ຍູ້​ສັນຕິພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ໂລກ; ​ສອງ,​ຊຳລະ​ບັນຫາ​ໄຕ້​ຫວັນ​ຢ່າງ​ເໝາະ​ສົມ,ພ້ອມ​ກັນ​ຄັດຄ້ານ​ສະກັດ​ກັ້ນ"​ໄຕ້​ຫວັນ​ເປັນ​ເອກະລາດ"; ​ສາມ,​ຊຳລະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ທາງ​ເສດຖະກິດ​ການ​ຄ້າ,​ເຮັດ​ໃຫ້ການ​ຮ່ວມ​ມືຂອງ​ສອງ​ຝ່າຍ​ທີ່ຕ່າງ​​ໄດ້​ຮັບຜົນ​ປະ​ໂຫຍດ​ຮ່ວມ​ຫຼາຍກວ່າ​ເກົ່າ; ສີ່,​ເປີດ​ກວ້າງ​ການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ,​ປັບປຸງ​ພື້ນຖານ​ສັງຄົມ​​ແຫ່ງ​ມິດຕະພາບ​ຈີນ​ອາ​ເມ​ລິ​ກາ.