ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-28 10:35:43    
ເຈົ້າ​ໜ້າ​ທີ່ການ​ທູດ​ອາ​ນເຊ​ລີສອງ​ຄົນ​ປະຈຳ​ອີຣັກ​ທີ່​ຖືກ​ລັກ​ພາ​ຕົວ​​ຖືກຄາດ​ຕະກຳ

cri
ຕາມ​ຂ່າວCRI, ວັນ​ທີ27​ກໍລະກົດ, ທຳນຽບປະທານາທິບໍດີ​ອານ​ເຊ​ລີ​ຢືນຢັນ​ວ່າ, ​ເຈົ້າ​ໜ້າ​ທີ່​ການ​ທູດ​ສອງ​ຄົນ​ຂອງ​ອານ​​ເຊ​ລີ​ຖືປະຈຳ​ອີຣັກກ​ຜູ້​ລັກ​ພາ​ຕົວ​ຄາດ​ຕະກຳໃນ​ວັນ​ທີ27​ກໍລະກົດ, ​ແລະ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະທຳ​ອັນປ່າ​ເຖື່ອນ​ດັ່ງກ່າວ, ​ຮຽກຮ້ອງ​ໃຫ້​ຝ່າຍ​ອີຣັກລົງ​ໂທດ​ຄາດ​ຕະກອນຕາມ​ກົດໝາຍ.

ຕອນ​ເຊົ້າ​ວັນ​ທີ27ກໍລະກົດ, ອົງການ​ອັນ​ເຄດາ​ຈີ​ຮາດ​ທີ່​ນຳ​ໂດຍ​ຈາ​ຄາວີ ບຸກຄົນ​​ເບີ​ສາມ​ຂອງ​ອົງການ​ດັ່ງກ່າວໄດ້ອອກ​ຖະ​ແຫຼ​ງການ​​ຜ່ານ​​ອິນ​ເຕີເນັດ​ກ່າວ​ວ່າ, ຍ້ອນ​ວ່າ​ລັດຖະບານ​ອານ​ເຊ​ລີ​ໄດ້​ຝ່າ​ຝືນຈິດ​ໃຈ​ຂອງ​ພະ​ອານ​ລາ​ແຕ່ງ​ຄະນະທູດ​ໄປ​ອີຣັກ, ອົງການ​ດັ່ງກ່າວ​ໄດ້​ສັງຫານ​ເຈົ້າ​ໜ້າ​ທີ່​ກາ​ນທູດ​​ຂອງ​ອານ​ເຊ​ລີ​ປະຈຳ​ອີຣັກສອງ​ຄົນເພື່ອ​ເປັນ​ການ​ລົງ​ໂທດ.ວັນ​ທີ21​ກໍລະກົດ, ທ່ານບີ​ລາ​ລູຊີ ​​ເຈົ້າ​ໜ້າ​ທີ່​ການ​ທູດ​ຜູ້​ທີ​ໜຶ່ງ​ຂອງ​ອານ​ເຊ​ລີປະຈຳ​ອີຣັກພ້ອມ​ດ້ວຍ​ທ່ານ​ເບັນ​ຄາ​ດີ ​ເພື່ອນຮ່ວມ​ງານ​ໄດ້ຖືກ​ພວກ​ປະກອບ​ອາວຸດ​ລັກ​ພາ​ຕົວ​ຢູ່​ເຂດ​ມານ​ຊູ​ແບກ​ແດັດ ນະຄອນຫຼວງ​ອີຣັກ.