|
 |
(GMT+08:00)
2005-07-28 14:33:32
|
 |
ເລຂາທິການໃຫຍ່ອາຊຽນກ່າວເຖິງບັນຫາພັດທະນາຂອງອາຊຽນ
cri
Author: li
ຕາມຂ່າວCRI: ຕອນຄ່ຳວັນທີ 27 ກໍລະກົດ, ທ່ານອົງເຄັງຢົງ ເລຂາທິການໃຫຍ່ອາຊຽນທີ່ພວມເຂົ້າຮ່ວມກອງປະຊຸມປະຈຳປີຂອງລັດຖະມົນຕີການຕ່າງປະເທດອາຊຽນຢູ່ນະຄອນຫລວງວຽງຈັນໄດ້ຕ້ອນຮັບການເຂົ້າສຳພາດຮ່ວມຂອງວິທະຍຸCRIກັບສະຖານນີໂທລະພາບແຫ່ງຊາດລາວ, ໄດ້ຕອບບັນຫາຂອງນັກຂ່າວກ່ຽວກັບບັນຫາພັດທະນາອາຊຽນ.
ໃນເວລາກ່າວເຖິງການພັດທະນາທີ່ອາຊຽນໄດ້ຮັບແຕ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 10 ເມື່ອປີກາຍມານີ້, ທ່ານອົງເຄັງຢົງກ່າວວ່າ,
ແຕ່ກອງປະຊຸມສຸດຍອດອາຊຽນທີ່ຈັດຂຶ້ນໃນປີກາຍຜ່ານຮັບຮອງໂຄງການປະຕິບັດງານວຽງຈັນມານີ້ ພວກເຮົາໄດ້ມີການຄືບໜ້າໃນດ້ານຫລຸດຄວາມໂຕນກັນລະຫວ່າງບັນດາປະເທດສະມາຊິກໃຫ້ໜ້ອງລົງ. ແຕ່ເກີດໄພຊູນາມີເມື່ອປີກາຍເປັນຕົ້ນມາ, ອາຊຽນໄດ້ເພີ່ມການຄວບຄຸມໄພພິບັດ, ພວມສ້າງກົນໄກສຸກເສີນຮັບມືກັບໄພທຳມະຊາດ. ນອກນີ້, ໃນດ້ານທຶນຮອນ ສຸຂາພິບານສາທາລະນະສຸກແລະການປ້ອງກັນໄຂ້ຫວັດສັດປີກນັ້ນ, ອາຊຽນກໍໄດ້ມີການຄືບໜ້າຢ່າງຕັ້ງໜ້າ.
ພ້ອມກັນນັ້ນ, ທ່ານອົງເຄັງຢົງກ່າວວ່າ, ການພັດທະນາຂອງອາຊຽນໃນອະນາຄົດຕົ້ນຕໍຈະປະເຊີນສອງບັນຫາ. ທ່ານເວົ້າວ່າ,
ໜຶ່ງ, ພວກເຮົາຄວນປະສານງານກັນຢ່າງເຕັມສ່ວນ, ຮັບປະກັນໃຫ້ກົນໄກປະສານງານຂອງພວກເຮົາບັງເກີດຜົນ. ສອງແມ່ນຕ້ອງມີທຶນຮອນແລະຊັບພະຍາກອນທີ່ພຽງພໍ.
|
|
|