ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-28 15:17:12    
6ປະ​ເທດ​ໄດ້​ອອກ​ຄຳ​ຖະ​ແຫຼງ​ການ​ຈຳ​ນົງ​ແຜນ​ການ​ຄູ່​ຂາ​ໃໝ່​​ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ສະ​ອາດ​ແລະ​ດິນ​ຟ້າ​ອາ​ກາດ​ອາ​ຊີ​ປາ​ຊີ​ຟິກ

cri Author: q
ຕາມ​ຂ່າວCRI,ຕອນ​ເຊົ້າ​ວັນ​ທີ28​ກໍລະກົດ,ຢູ່​ທີ່​ນະຄອນຫຼວງ​ວຽງຈັນ​ແຫ່ງ​ສ.ປ.ປ.​ລາວ,ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫຼື​ຜູ້ຕາງໜ້າ​ຂອງ​ຫົກ​ປະ​ເທດ​ຄື​ຈີນ,ອາ​ເມ​ລິ​ກາ,ຍີ່​ປຸ່ນ,ສ.​ເກົາຫຼີ,ອົສຕຼາລີ​ແລະ​ອິນ​ເດຍ​ໄດ້​ອອກ​ຄຳ​ຖະ​ແຫຼ​ງການຈຳນົງແຜນການ​ຄູ່​ຂາ​ໃໝ່​​ແຫ່ງ​ການ​ພັດທະນາ​ຢ່າງ​ສະອາດ​ແລະ​ດິນ​ຟ້າ​ອາກາດ​ອາຊີ​ປາຊີ​ຟິກ,ຕົກລົງ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຂາ​ໃໝ່,​ເພື່ອ​ຮັບ​ມື​ກັບ​ບັນຫາ​ຕ່າງໆ​ຢູ່​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ເຊັ່ນ​ພະລັງງານ,ການ​ປ່ຽນ​ແປງ​ຂອງ​ອາກາດ​ເປັນ​ຕົ້ນ.

ຄຳ​ຖະ​ແຫຼ​ງການ​ຂຽນ​ວ່າ,ຫົກ​ປະ​ເທດ​ຈະ​ອີງ​ຕາມຄວາມ​ຮຽກຮ້ອງ​ຂອງ​ສົນ​ທິ​ສັນ​ຍາ​ຂອບ​ການ​ປ່ຽນ​ແປງ​ດິນ​ຟ້າອາກາດຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ໃຜ​ລາວ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ບຳບັດ​ການ​ເຊື່ອມ​ພິດ,ຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ​ແລະ​ການ​ປ່ຽນ​ແປງ​ຂອງ​ອາກາດ​ເປັນ​ຕົ້ນ.