|
 |
(GMT+08:00)
2005-07-28 17:46:01
|
ປະມຸກລັດແລະຫົວໜ້າລັດຖະບານມຽນມາຕ່າງພົບປະທ່ານລີຈ້າວຊິງ
cri
ຕາມຂ່າວສານຊິນຮວາ:ວັນທີ 28 ກໍລະກົດ,ທ່ານພົນເອກພິເສດຕານສະເວ ປະທານຄະນະກຳມະການສັນຕິພາບແລະການພັດທະນາແຫ່ງຊາດແລະທ່ານພົນເອກໂຊວິນ ນາຍົກ ລັດຖະມົນຕີລັດຖະບານມຽນມາຕ່າງໄດ້ພົບປະທ່ານລີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນທີ່ພວມຢ້ຽມຢາມມຽນມາຢ່າງເປັນທາງການ.
ທ່ານຕານສະເວແລະທ່ານໂຊວິນກ່າວວ່າ,ການພົວພັນມຽນມາຈີນທີ່ສ້າງຂຶ້ນບົນພື້ນຖານ ຫລັກ5ປະການຢູ່ຮ່ວມກັນໂດຍສັນຕິໄດ້ປັບປຸງໃຫ້ໝັ້ນຄົງແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ນັ້ນມີພະລັງຊີວິດອັນແຂງແຮງ.ຝ່າຍມຽນມາຈະສືບຕໍ່ປະຕິບັດນະໂຍບາຍຈີນດຽວ,ສະໜັບ ສະໜູນພາລະກິດໂຮມເຂົ້າເປັນເອກະພາບກັນຂອງຈີນຢ່າງເດັດດ່ຽວໜຽວແໜ້ນ,ແລະ ເຫັນວ່າ,ການພັດທະນາຢ່າງວ່ອງໄວຂອງຈີນມີຜົນດີຕໍ່ສະຖຽນລະພາບແລະການພັດທະ ນາຂອງພາກພື້ນແຫ່ງນີ້.
ທ່ານລີຈ້າວຊິງຫວັງໃຫ້ສອງປະເທດເພີ່ມທະວີການຮ່ວມມືກັນໃນທຸກຂົງເຂດ,ຮັດແໜ້ນ ການປະສານສົມທົບກັນໃນວຽກງານສາກົນແລະວຽກງານພາກພື້ນ.
|
|
|