ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-28 21:10:45    
ທ່ານ​ເສິນ​ຢຸນ​ລິນ​ພົບ​ປະ​ຄະ​ນະ​ທັດ​ສະ​ນາ​ຈອນ​ຢ້ຽມ​ຢາມ​ເສດ​ຖະ​ກິດ​ການ​ຄ້າ​ແຜ່ນ​ດິນ​ໃຫຍ່​ຂອງ​ຜູ້​ຊົງ​ຄຸນ​ວຸດ​ທິ​ພັກ​ກົກ​ມິນ​ຕັງ​

cri Author: q
ຕາມ​ຂ່າວCRI,ວັນ​ທີ28​ກໍລະກົດ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເສິນ​ຢຸນລິນ ຫົວໜ້າ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກ​ກອມມູນິດ​ຈີນ​ໄດ້​ພົບ​ປະຄະນະທັດສະນາ ຈອນ​ຢ້ຽມຢາມ​ເສດຖະກິດ​ການ​ຄ້າ​ແຜ່ນດິນ​ໃຫຍ່ຂອງຜູ້​ຊົງ​ຄຸນ​ວຸດ​ທິພັກ​ກົກ​ມິນ​ຕັງ​.

ທ່ານ​ເສິນ​ຢຸນລິນ​ກ່າວ​ວ່າ,​ແຕ່​ເດືອນ​ເມສາ​​ເປັນ​ຕົ້ນ​ມາ,ທ່ານ​ຫູ​ຈິນທາວ​ເລຂາທິການ​ໃຫຍ່​ສູນ​ກາງພັກ​ກອມ​ມູນິດ​ຈີນກັບ​ຜູ້ນຳ​ພັກ​ກົກ​ມິນ​ຕັງ​ຈີນ,ພັກ​ຊິນ​ມິນຕັງ,ພັກ​ຊິນ​ຕັງ​ທີ່​ມາ​ຢ້ຽມ​ຢາມ​ຕາມໆ​ກັນ​,​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ທີ່​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ແລະ​ມີ​ການ​ພັດ​ທະ​ນາ.​ວັນ​ທີ​28​ກໍ​ລະ​ກົດ,​ຝ່າຍ​ແຜ່ນດິນ​ໃຫຍ່​ໄດ້​ປະກາດ​ວ່າ,​ແຕ່​ວັນ​ທີ1​ສິງຫາ​ເປັນ​ຕົ້ນ​ໄປ,ຈະ​ບໍ່​ເກັບ​ພາ​ສີ​ຕໍ່​ໝາກ​ໄມ້15​ຊະນິດ​ທີ່​ຜະລິດ​ຢູ່​ເຂດ​ໄຕ້​ຫວັນ​ຢ່າງ​ເປັນ​ທາງ​ການ.ນີ້​ກໍ​ແມ່ນ​ຄວາມ​ພະ​ຍາ​ຍາມ​ອັນ​ລະ​ອຽດ​ຂອງ​ຝ່າຍ​ແຜ່ນດິນ​ໃຫຍ່​ ​ເພື່ອ​ຜັນ​ຂະຫຍາຍ​ໝາກ​ຜົນ​ການ​ເຈ​ລະ​ຈາ.

ຝ່າຍ​ແຜ່​ນດິນ​ໃຫຍ່​​ເຕືອນໃຫ້​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈົ່ງປ່ຽນ​ແປງ​ວິທີ​ອັນ​ຜິ​ດພາດ​ທີ່​ກີດ​ຂວາງ​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝັ່ງ,​ເຮັດ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພສານ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຕົວ​ຈິງ​ຢ່າງ​ແທ້​ຈິງ.