|
 |
(GMT+08:00)
2005-07-29 14:40:27
|
ກອງປະຊຸມເວທີປາໄສພາກພື້ນອາຊຽນໄຂຂຶ້ນ
cri
Author: da
ຕາມຂ່າວCRI: ວັນທີ 29 ກໍລະກົດ ກອງປະຊຸມເວທີປາໄສພາກພື້ນອາຊຽນຄັ້ງທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນແຫ່ງສປປລາວ,ລັດຖະມົນຕີການຕ່າງປະເທດຫຼືຜູ້ແທນຂອງ 25 ປະເທດ ໄດ້ຫາລືກັນກ່ຽວກັບບັນຫາຄວາມໝັ້ນຄົງຂອງພາກພື້ນແລະສາກົນ ພ້ອມດ້ວຍການພັດທະນາຂອງເວທີປາໄສພາກພື້ນອາຊຽນໃນອະນາຄົດ.
ຕາມຮູ້ວ່າ,ຫຼັງກອງປະຊຸມຈະອອກຖະແຫຼງການສະບັບໜຶ່ງ,ກ່າວເນັ້ນເຖິງເພີ່ມທະວີການຮ່ວມມືກັນຢູ່ລະຫວ່າງບັນດາປະເທດໃນການໂຈມຕີລັດທິກໍ່ການຮ້າຍແລະການຕ້ອງໂທດຂ້າມຊາດເປັນຕົ້ນ,ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານແລະຂ່າວກອງ.ນອກນີ້,ອາຊຽນຍັງຈະເຊັນຄຳຖະແຫຼງການກັບນູແວນເຊຣັງແລະປາກິສະຖານກ່ຽວກັບການຮ່ວມກັນໂຈມຕີລັດທິກໍ່ການຮ້າຍ.
|
|
|