ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-29 15:59:40    
ອິນ​​ໂດ​ເນ​ເຊຍຍິນ​ດີ​ຮ່ວມ​ມື​ກັບ​ຈີນ​ຕັ້ງ​ໜ້າ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 29 ກໍລະກົດ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊູຊີ​ໂລ ປະທາ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ທີ່​ພວມ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ໄດ້​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ຍິນ​ດີ​ສືບ​ຕໍ່​ຄຽງ​ບ່າ​ຄຽງ​ໄຫຼ່​ຮ່ວມ​ມື​ກັບ​ຈີນ, ຕັ້ງໜ້າ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ບົນ​ເວ​ທີ​ສາກົນ.

ທ່ານ​ຊູຊີ​ໂລ​ໄດ້​ກ່າວ​ປາຖະ​ກະຖາ​ໃນ​ງານ​ລ້ຽງ​ອາຫານ​ທ່ຽງ​ການ​ຄ້າ​ຈີນ​ອິນ​ໂດ​ເນ​ເຊຍ​ວ່າ, ​ເສດຖະກິດ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ, ການ​ປະຕິ​ຮູບ​​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ໄດ້​ຮັບ​ໝາກ​ຜົນອັນ​ເດັ່ນ​ຊັດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ຢ່າງ​ຫຼວງ​ຫຼາຍ. ຈີນ​ສາມາດ​ກາຍ​ເປັນຕົວ​ແທນ​ຂອງ​ປະ​ເທດ​ພວມ​ພັດທະນາ​ອັນ​ໄພສານ​ໄດ້​. ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ສາ​ມາດ​ຮ່ວມ​ມື​ກັນ​ບົນ​ພື້ນຖານ​ຊຸກ​ຍູ້ຄວາມ​ຈະເລີ​ນ​ຮຸ່ງ​ເຮືອງ​ເຊິ່ງກັນ​ແລະ​ກັນ, ​ເພື່ອ​​ເຮັດ​ໃຫ້​ສະ​ຕະ​ວັດ​​ແຫ່ງອາຊີປະກົດ​ຜົນ​ເປັນ​ຈິງ.

ທ່ານ​ເຈິ​ງ​ເຜິ​ຍອຽນ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າຮ່ວມ​ງານ​ລ້ຽງ​ອາຫານ​ທ່ຽງ​ແລະ​ກ່າວ​ປາ​ຖະ​ກະ​ຖາ. ທ່ານ​​ໄດ້ສະ​ເໜີ​ຂໍ້​ສະ​ເໜີ​ອັນ​ລະອຽດ​ຕ່າງໆ​ເຊັ່ນ ​ເປີດ​ກວ້າງ​ການ​ຄ້າ​ແລະ​ການ​ລົງ​ທຶນ​ເຊິ່ງກັນ​ແລະ​ກັນ ຢູ່ລະຫວ່າງ​ສອງ​ປະ​ເທດ​ຕໍ່​ໄປ, ສືບ​ຕໍ່​ຊ່ອຍ​ເຫຼືອອິນ​​ໂດ​ເນ​ເຊຍ​ໃນ​ການ​ສ້າງ​ສາ​ຄືນ​ໃໝ່ຫຼັງ​ໄພ​ຄື້ນສຶນາ​ມິ, ລັດຖະບານ​ປະ​ເທດ​ທັງ​ສອງ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຮ່ວມ​ມືລະຫວ່າງ​ວິ​ສາ​ຫະກິດ​ສອງ​ຝ່າຍ ​ແລະ​ຂໍ້​ສະ​ເໜີ​ລະອຽດ​ອື່ນໆ.