ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-29 17:05:24    
ຜູ້ນຳ​ຈີນ​ອິນ​ໂດ​ເນ​ເຊຍ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ຕື່ມ​ອີກ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ: ຕອນ​ບ່າຍ​ວັນ​ທີ 28 ກໍລະ​ກົດ,ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ​ໄດ້​ເຈລະ​ຈາ​ກັບ​ທ່ານ​ຊູຊີ​ໂລ ປະ​ທານາ​ທິບໍດີ​ອິນ​ໂດ​ເນ​ເຊຍ​ຢູ່​ຫໍ​ສະພາ​ປະຊາ​ຊົນປັກ​ກິ່ງ.ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ແລ​ກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະຫວ່າງ​ສອງ​ຝ່າຍ​ ບັນຫາ​ສາກົນ​ແລະ​ພາກ​ພື້ນທີ່​ສົນ​ໃຈ​ນຳ​ກັນ​ຢ່າງ​ເລິກ​ເຊິ່ງ,​ທັງ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​​​ໃນ​ຂົງ​ເຂດ​ສອງ​ຕໍ່​ສອງ​ແລະ​ຂົງ​ເຂດ​ຫຼາຍ​ຝ່າຍ​ຕື່ມ​ອີກ,​ພ້ອມ​ກັນ​ຊຸກຍູ້​ການ​ພົວ​ພັນ​ຄູ່​ຂາ​ຍຸ​ດທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫູ​ຈີນ​ທາວ​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ອິນ​​ໂດ​ເນ​ເຊຍ.ທ່ານ​ເວົ້າວ່າ,ປີ​ນີ້​ແມ່ນ​ປີ​ຈີນ​ອິນ​ໂດ​ເນ​ເຊຍ​ສ້າງ​ສາຍສຳພັນ​ການ​ທູດ​ຄົບຮອບ 55 ​ປີ.​ໃນ 55 ປີ​ມາ​ນີ້,ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ອິນ​ໂດ​ເນ​ເຊຍ​ໄດ້​ມີ​ການ​ຂະຫຍາຍ​ຕົວ​ຢ່າງ​ໃຫຍ່​ຫຼວງ.​ໂດຍ​ສະ​ເພາະ​ແມ່ນ​ໃນ​ຫຼາຍ​ປີ​ມາ​ນີ້,ຜູ້ນຳ​ສອງ​ປະ​ເທດ​ຢ້ຽມຢາມ​​ຕໍ່​ເນື່ອງ​ກັນ,​ຄວາມ​ເຂົ້າ​ໃຈກັນ​ແລະ​ມິດຕະ​ພາບ​ກໍລົງ​ສູ່​ລວງ​ເລິກ​.ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ​ການ​ຄ້າ ວັດທະ​ນະທຳ​ແລະ​ການ​ສຶກສາ ການ​ທະຫານ​ແລະ​ຄວາມ​ໝັ້ນຄົງ​ເປັນຕົ້ນ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢ່າງ​ຮອບ​ດ້ານ,​ທັງ​ປະສານ​ງານ​ແລະ​ປະສານ​ສົມທົບ​ຢ່າງ​ສະໜິດ​ແໜ້ນ​ໃນ​ວຽກ​ງານ​ສາກົນ​ແລະພາ​ພື້ນ.ຈີນ​ຍ້ອງຍໍ​ລັດຖະ​ບານ​ອິນ​ໂດ​ເນ​ເຊຍ​ຍຶດໝັ້ນນະ​ໂຍບາ​ຍຈີນ​ດຽວ,ຈີນ​ສະ​ໜັບສະ​ໜູນ​ອິນ​ໂດ​ເນ​ເຊຍໂຈມ​ຕີ​ລັດທິ​ແບ່ງ​ແຍກ​ແລະ​ລັດທິ​ກໍ່​ການ​ຮ້າຍ,ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​ແລະ​ສະຖຽນ​ລະ​ພາບ​ຂອງ​ປະ​ເທດ,​ຊຸກຍູ້​ການ​ພັດ​ທະນາ​ເສດ​ຖະກິດ.

ທ່ານ​ຊູຊີ​ໂລ​ເວົ້າວ່າ,ລັດຖະບານ​ອິນ​ໂດ​ເນ​ເຊຍ​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ,​ຂອບ​ໃຈ​ນຳຈີນ​​ໄດ້ສະ​ໜັບ​ສະ​ໜູນ​ຄວາມ​ພະຍາຍາມ​ຂອງ​ລັດຖະ​ບານ​ອິນ​ໂດ​ເນ​ເຊຍ​ໃນ​ການ​ປົກ​ປັກ​ຮັກສາ​ປະຊາ​ທິປະ​ໄຕ​ແຫ່ງ​ຊາດ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ.​ລັດຖະ​ບານ​ອິນ​ໂດ​ເນ​ເຊຍ​ຈະຕັ້ງ​ໜ້າ​ອອກ​ແຮງ​ເພີ່ມ​ທະວີ​ແລະ​ປົວ​ແປງ​ການ​ພົວພັນໝູ່​ຄູ່​ຍຸດ​ທະ​ສາດກັບ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫູ​ຈິນທາວ​ສະ​ເໜີ​ໃຫ້​ເພີ່​ມທະວີການ​ໄປມາຫາສູ່​ຊັ້ນສູງ​​ ການ​ສົນທະນາ​ແລະ​ການ​ຫາລື​ກັນ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ; ຊຸກຍູ້​ການ​ຮ່ວມ​ມື​ກັນໃນ​ຂົງ​ເຂດຈຸດ​ໜັກ​ທາງ​ເສດ​ຖະກິດ​ການ​ຄ້າ​ຄື ພື້ນຖານ​ໂຄງ​ລ່າງ ພັດ​ທະນາ​ພະລັງ​ງານ​ແລະ​ຊັບ​ພະຍາ​ກອນ ​ໂທລະ​ຄົມ​ ​ຂະ​ແໜງ​ການ​ກະ​ສິກຳ​ປ່​າ​ໄມ້​ແລະ​ການ​ປະມົງ​ເປັນຕົ້ນ​ ພ້ອມ​ດ້ວຍ​ການ​ກໍ່ສ້າງ​ໂຄງ​ການ​ຂະໜາດ​ໃຫຍ່; ປົວ​ແປງ​ກົນ​ໄກ​ຮ່ວມ​ມື​ເທິງ​ທະ​ເລ ຊຶ່ງ​ລວມທັງ​ຄວາມ​ປອດ​ໄພ​ການ​ເດີນ​ເຮືອ ການ​ອະນຸລັກ​ສິ່​ງແວດ​ລ້ອມ​ມະຫາ​ສະໝຸດ ​ແລະ​ຄວາມ​ປອດ​​ໄພ​ເທິງ​ທະ​ເລ​ເປັນ​ຕົ້ນ; ​ເລີ່​ມກົນ​ໄກ​ຫາລື​ວຽກ​ງານ​ປ້ອງ​ກັນ; ​ເພີ່​ມທະວີ​ການ​ຮ່ວມ​ມືກັນ​ໃນ​ດ້ານ​ການ​ສ້າງ​ຄືນ​ໃໝ່​ຫຼັງ​ໄພ​ພິບັດ ປ້ອງ​ກັນ​ແລະ​ຫຼຸດ​ໄພ​ພິບັດ ການ​ສຶກສາ​ທາງ​ວັດທະ​ນະທຳ​ແລະ​ການ​ທ່ອງ​ທ່ຽວ.

ທ່ານ​ຊູຊີ​ໂລ​ເຫັນ​ດີ​ນຳ​ຄຳ​ເຫັນ​ຂອງ​ທ່ານ​ຫູ​ຈີນ​ທາວ​ຢ່າ​ງ​ເຕັມ​ສ່ວນ,​ໂດຍ​ເຫັນ​ວ່າ ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ຂົງ​ເຂດ​ການ​ຮ່ວມ​ມື​ເປີດ​ກວ້າງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຊີວິດ​ຊີວາ​ແລະ​ກຳລັງ​ບົ່ມ​ຊ້ອນ​ແຫ່ງ​ການ​ພົວພັນ​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທດ.ທ່ານ​ເວົ້າວ່າ,​ເງິນກູ້​ຢືມ​ດອກ​ເບ້ຍ​ຕ່ຳ​ແລະ​ການຊ່ອຍ​​ເຫຼືອ​ລ້າ​ທີ່​ຈີ​ນສະໜອງ​ນັ້ນ​ໄດ້​ສະໜັບ​ຊ່ອຍ​ເຫຼືອ​ການ​ພັດທະນາ​ສັງຄົມ​ເສດຖະກິດ​ແລະການ​ສ້າງສາ​ເຂດ​ປະ​ສົບ​​ໄພ​ຄືນ​ໃໝ່​ຂອງ​ອິນ​ໂດ​ເນ​ເຊຍຢ່າງ​ແຂງ​ແຮງ.ລັດຖະບານ​ອິນ​ໂດ​ເນ​ເຊຍ​ຈະ​ພ້ອມ​ກັນ​ກັບ​ຈີນ ທຳ​ຄວາມ​ພະຍາ​ຍາມ​ເພີ່ມ​ທະວີ​ການ​ຮ່​ວມມື​ຢ່າງ​ມີ​ໄມຕີ​ຈິດລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານໃນ​ຂົງ​ເຂດ​ການ​ເມືອງ ​ເສດຖະກິດ​ການ​ຄ້າ ການ​ລົງ​ທຶນ ທ່ອງ​ທ່ຽວ ການ​ສຶກສາ ວັດທະ​ນະທຳ​ແລະ​ວຽກ​ງານ​ສາ​ກົນ​ເປັນ​ຕົ້ນ.

ທ່ານ​ຫູ​ຈິນທາວ​ເວົ້າວ່າ,ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ອາ​ຟຼີກາ​ປີ 2005 ແລະ​ການ​ເຄື່ອນ​ໄຫວ​ລະ​ລຶກກອງ​ປະຊຸມບານ​ດົງຄົບຮອບ 50 ປີ​ຢ່າງ​ສຳ​ເລັດຜົນ​ນັ້ນ,​ໄດ້​ເກີດ​ມີ​ຊີວິດ​ຊີວາ​ໃໝ່​​ຕໍ່​ການ​ຊຸກຍູ້ການ​ຮ່ວມ​ມື​ໃຕ້​ໃຕ້.ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ບັນດາ​ຝ່າຍ ຊຶ່ງ​ລວມທັງ​ອິ​ນ​ໂດ​ເນ​ເຊຍ,ປະຕິບັດ​ຄຳ​ຖະ​ແຫຼ​ງການ​ກ່ຽ​ວກັບ​ການ​ພົວພັນ​ໝູ່ຄູ່​ຍຸດ​ທະ​ສາດ​ແບບ​ໃໝ່​ອາຊີ​ອາ​ຟຼີກາ,​ຊຸກຍູ້​ການ​ຮ່ວມ​ມື​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ອາຊີ​ອາ​ຟຼີກາ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດ​ຖະກິດ ສັງຄົມ​ແລະ​ວັດທະ​ນະທຳ​ເປັນ​ຕົ້ນ,​ທຳ​ຄວາມ​ພະຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ສັນຕິ​ພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາຊີ​ອາ​ຟຼີກາ.

ທ່ານ​ຊູຊີ​ໂລ​ຂອບ​ໃຈ​ນຳ​ຝ່າຍ​ຈີນ​ທີ່​ໄດ້​ສະ​ໜັບສະ​ໜູນຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ອາ​ຟຼີກາ​ຢ່າງ​ແຂງ​ແຮງ.ທ່ານ​ເວົ້າ​ວ່າ,ອາ​ຊຽນຕີ​ລາຄາ​ສູງຕໍ່​ບົດບາດ​ອັນ​ຕັ້ງໜ້າ​ຂອງ​ຈີນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ,​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ,ມີ​ຜົນ​ດີ​ຕໍ່​ສັນຕິ​ພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດ​ທະນາ​ຂອງ​ພາກ​ພື້ນ​ອາຊີ.

ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ແລະ​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ​ກ່ຽວ​ກັບ​ບັນ​ຫາ​ສາກົນ​ທີ່​ສຳຄັນ​ໃນ​ສະ​ເພາະ​ໜ້າ​ນີ້.

ຫຼັງ​ການ​ເຈ​ລະຈາ,​ປະມຸກ​ລັດທັງ​ສອງ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື​ສອງ​ຕໍ່​ສອງ​​ເຊັ່ນ​ສັນຍາ​ຮ່ວມ​ມື​ເສດ​ຖະກິດ​ເຕັກ​ນິກ​ເປັນຕົ້ນ.