ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-29 17:18:45    
ເຕັກ​ນິກຕໍ່​ເຮືອ​ຂອງ​ຈີນ​ທີ່​ປະ​ດິດ​ສ້າງ​ໃໝ່​ເລື້ອຍໆ

cri Author: li
​ລາຊະວົງ​ມິ​ງຂອງ​ຈີນ​ໃນຕົ້ນສະຕະວັດ​ທີ 15 ມີ​ເຕັກນິກ​ຕໍ່​ເຮືອ​ທີ່​ກ້າວໜ້າ​ກວ່າ​ໝູ່​ແລະ​ມີ​ຂະ​ບວນ​ເຮືອ​​ເດີນ​ມະຫາ​ສະໝຸດ​ທາງ​ໄກທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ. ຂະ​ບວນ​ເຮືອ​ປະກອບ​ດ້ວຍ​ເຮືອ​ໃບ​ຂະໜາດ​ໃຫຍ່ທີ່​ເຮັດ​ດ້ວຍ​ໄມ້ 260 ກວ່າ​ລຳ,ພາຍ​ໃຕ້​ການ​ນຳພາ​ຂອງ​​ເຈົ້າໜ້າ​ທີ່​ຜູ້​ໜຶ່ງ​ຊື່ວ່າ"​ເຈີ້ງ​ເຮີ" ​ໄດ້​ອອກ​ເດີນທາງ​ຈາກ​ແຄມ​ທະ​ເລ​ພາກ​ຕາ​​ເວັນອອກ​ຂອງ​ຈີນ​ຕັ້ງ 7 ​ເທື່ອ,​ເດີນ​ທະ​ເລ​ໄປ​ທິດ​ໃຕ້​ແລະ​​ທິດຕາ​ເວັນ​ຕົກ,​ເຜີຍ​ແຜ່​ວັດທະ​ນະທຳ​ແລະ​ມິດຕະພາບ​ຂອງ​ຈີນ​ຢູ່ 30 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ອາຊີ​ແລະ​ອາ​ຟິຼກາ​ທີ່​ເດີນ​ຜ່ານ,​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຕັກນິກ​ຕໍ່​ເຮືອ​ແລະ​ຄວາມ​ສາມາດ​ເດີນ​ທະ​ເລ​ອັນ​ຍອດ​ຢ້ຽມ​ຂອງ​ຈີນ. ຈີນ​ເອີ້ນ​ການ​ເດີນ​ທະ​ເລ​ເທື່ອ​ນີ້​ແມ່ນ"​ເຈີ້​ງ​ເຮີ​ເດີນ​ທະ​ເລ​ໄປ​ຕາ​ເວັນ​ຕົກ",ຫ່າງ​ຈາກ​ປັດຈຸບັນ​ພໍດີ 600 ປີ​ແລ້ວ.

ຄັນຊັ້ນ ​ເຕັກນິກ​ຕໍ່​ເຮືອ​ຂອງ​ຈີນ​ທີ່​ມີ​ປະຫວັດ​ອັນ​ກ້ານ​ກຸ່ງ​ຮຸ່ງ​ເຮືອງ​ມີ​ລະດັບ​ແນວ​ໃດ​ໃນ​ປັດຈຸບັນ?

ທີ່​ຈິງ​ແລ້ວ,ກ່ອນ​ເຈີ້​ງ​ເຮີ​ເດີນ​ທະ​ເລ​ໄປ​ຕາ​ເວັນ​ຕົກ,​ເຕັກນິກ​ຕໍ່​ເຮືອ​ຂອງ​ຈີນ​ກໍ​ກ້າວໜ້າ​ຢູ່​ແລ້ວ,​ຕົວຢ່າງ​ຄື​ຢູ່​ລາຊະວົງ​ຊົ້ງທີ່​ກ່ອນ​ເຈີ້ງ​ເຮີ​ເດີນ​ທະ​ເລ​ໄປ​ຕາ​ເວັນ​ຕົກ 400 ປີ,ຈີນ​ກໍ​ສາມາດ​ຕໍ່​ເຮືອ​ໃຫຍ່​ທີ່​ເດີນ​ທະ​ເລ​ໄດ້​ແລ້ວ. ຮອດ​ສະ​ໄໝ​ທີ່​ເຈີ້​ງ​ເຮີ​ດຳລົງ​ຊີວິດຢູ່​ນັ້ນ,​ເຕັກນິກ​ຕໍ່​ເຮືອ​ໃບທີ່​ເຮັດ​ດ້ວຍ​ໄມ້​ຂອງ​ຈີນ​ແມ່ນ​ນຳ​ໜ້າ​ໝູ່​ໃນ​ໂລກ.

​ແຕ່​ຮອດ​ສະ​ໄໝ​ມໍ່,​ເຕັກນິກ​ຕໍ່​ເຮືອ​ຂອງ​ຈີນ​ພັດຫຼ້າ​ຫຼັງ​ຢ່າງ​ເດັ່ນ​ຊັດ​. ນີ້​ແມ່ນ​ຍ້ອນ​ວ່າ​ເຮືອ​​ທີ່​ຕໍ່​ໃນສະ​ໄໝ​ບູຮານ​ຂອງ​ຈີນ​ຕົ້ນຕໍ​​ແມ່ນ​ເຮືອ​ໃບ​ທີ່​ໃຊ້​ລົມ​ເປັນ​ພະລັງ​ແມ່​ແຮງ​,​ແຕ່​ເຮືອ​ທີ່​ປະກົດ​ອອກ​ພາຍຫຼັງ​ການ​ປະຕິວັດ​ອຸດສາ​ຫະກຳ​ຂອງ​ຝ່າຍ​ຕາ​ເວັນຕົກ​ພັດແມ່ນ​ໃຊ້​ເຄື່ອງ​ຈັກ​ອາຍ​ນ້ຳ​ແລະ​ເຄື່ອງຈັກ​ນ້ຳມັນ​ກາ​ຊວນ​ເປັນ​ພະລັງ​ແມ່​ແຮງ,​ເຄື່ອງຈັກ​ເຫຼົ່ານີ້​ລ້ວນ​ແຕ່​ແມ່ນ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ປະດິດ​ສ້າງ,ສະນັ້ນ​ໃນ 100 ປີ​ກວ່າກ່ອນ,ຈີນ​ຕົ້ນຕໍ​ແມ່ນ​ຮຽນ​ເຕັກນິກ​ຕໍ່​ເຮືອ​ຂອງ​ຝ່າຍ​ຕາ​ເວັນ​ຕົກ.

ບົນ​ພື້ນຖານ​ດັ່ງກ່າວ,ຈີນ​ໄດ້​ພັດທະນາ​ອຸດສາຫະກຳ​ຕໍ່​ເຮືອ​ສະ​ໄໝ​ມໍ່. ​ເມື່ອ​ໄດ້​ພັດທະນາ​ມາ​ເປັນ​ເວລາ​ສະຕະວັດ​ກວ່າ,ຮອດ​ຕົ້ນຊຸມ​ປີ 90 ສະຕະວັດ​ທີ 20,​ເຕັກນິກ​ຕໍ່​ເຮືອ​ຂອງ​ຈີນ​ໄດ້​ມີ​ຄວາມ​ກ້າວໜ້າ​ຢ່າງຫຼວງຫຼາຍ,​ແຕ່​ລະດັບ​ບໍ່ສູງ​ປານ​ໃດ. ຫຼັງຈາກ​ນັ້ນ ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຂອງ​ລັດຖະບານ​ຈີນ,​ເຕັກນິກ​ຕໍ່​ເຮືອ​ຈຶ່ງ​ໄດ້​ພັດທະນາ​ຢ່າງ​ໄວ​ພະລັນ,​ປັດຈຸບັນ,​ໄດ້​ບັນລຸ​ລະດັບ​ກ້າວໜ້າ​ຂອງໂລກ​ແລ້ວ.

ບໍລິສັດ​ກຸ່ມ​ອຸດສາຫະກຳ​ຕໍ່ກ່ຳ​ປັ່ນ​ຈີນ​ແມ່ນ​ກຸ່ມ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ທີ່​ຮັບຜິດຊອບ​ວຽກ​ງານ​ຕໍ່ກ່ຳ​ປັ່ນ​ພາກ​ໃຕ້​​ຈີນ,ທ່ານ​ນາງ​ຊາວ​ຮຸ້ຍຊູນ​ຂອງ​ພະ​ແນກ​ສາກົນ​ບໍລິສັດ​ດັ່ງກ່າວ​ແນະນຳ​ວ່າ,

"ພວກ​ເຮົາ​ນອກຈາກ​ສາມາດ​ຕໍ່​ກ່ຳ​ປັ່ນ​ແບບ​ທຳ​ມະ​ດາ​ແລ້ວ,ຍັງ​ສາມາດ​ຕໍ່​ກ່ຳ​ປັ່ນ​ທີ່​ມີ​​ເຕັກນິກ​ສູງ​ແລະ​ມີ​ມູນ​ຄ່າ​ເພີ່ມ​ສູງ,ຕົວຢ່າງ​ຄື​ກ່ຳ​ປັ່ນ​ບັນທຸກ​ສິນຄ້າ​ຂະໜາດ​ໃຫຍ່,​ກ່ຳ​ປັ່ນ​ອະນຸລັກ​ສິ່ງ​ແວດ​ລ້ອ​ມ,ກ່ຳ​ປັ່ນ​ບັນທຸກ​ຜູ້​ໂດຍສານ​ແລະ​ສິນຄ້າ​ທີ່​ມີ​ຄວາມ​ໄວ​ສູງ​ເປັນຕົ້ນ,ກ່ຳ​ປັ່ນ​ເຫຼົ່ານີ້​ລ້ວນ​ແຕ່​ມີ​ເຕັກນິກ​ສູງສົມ​ຄວນ."

​ໃນ​ຂະນະ​ທີ່​ຕໍ່​ກ່ຳ​ປັ່ນ​​ແບບທຳ​ມະ​ດາຊະນິດ​ຕ່າງໆ,ຈີນ​ຍັງ​ສາມາດ​ຕໍ່​ກ່ຳ​ປັ່ນພິ​ເສດ​ຈຳນວນ​ໜຶ່ງ​ຕາມ​ຄວາມ​ຕ້ອງການ. ຕົວຢ່າງ​ຄືກ່ຳ​ປັ່ນ​ຕິດຕັ້ງ​ກັງຫັນ​ລົມ​ຢູ່​ເທິງທະ​ເລ​ພຽງ​ລຳ​ດຽວ​ໃນ​ໂລກ​ປັດຈຸບັນ​ກໍ​ແມ່ນ​ຈີນ​ຕໍ່​​ໃຫ້​ອັງກິດ,ຕົ້ນຕໍ​ແມ່ນ​ໃຊ້​ໃນ​ການ​ຕິດຕັ້ງ​ກັງຫັນ​ລົມ​ຜະລິດ​ໄຟຟ້າ​ເທິງ​ທະ​ເລ. ປີ​ນີ້ ​ກ່ຳ​ປັ່ນ​ດັ່ງກ່າວ​ໄດ້​ຖືກ​ອັງກິດ​ປະ​ກວດ​ເປັນ​ໜຶ່ງ​ໃນ 10 ກ່ຳ​ປັ່ນ​ທີ່​ມີ​ຄຸນ​ນະພາ​ບສູງ​ໃນ​ໂລກ.

ທ່ານ​ຮວງ​ຈູ້​ນໝິນ ຜູ້​ຮັບຜິດຊອບ​ບໍລິສັດ​ກຸ່ມ​ອຸດສາ​ຫະກຳ​ໜັກ​ກ່ຳ​ປັ່ນ​ຈີນ​ທີ່​ຕໍ່​ກ່ຳ​ປັ່ນ​ລຳ​ນີ້​ບອກ​ນັກ​ຂ່າວ​ວ່າ:

"ທົ່ວບໍລິສັດ​ພວກ​ເຮົາ​ມີ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ 28 ​ແຫ່ງ. ຫວ່າງ​ມໍ່​ໆ​ນີ້ ພວກ​ເຮົາ​ຍັງ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ກັບ​ຕ່າງປະ​ເທດ,ອຸປະກອນ​ຄົບ​ຊຸດ​ຢ່າງ​ຫຼວງຫຼາຍ​ຂອງ​ພວກ​ເຮົາ​ແມ່ນ​ໃຊ້​ວິທີ​ຊື້​ສິດທິ​ບັດ​ແລະ​ຮ່ວມ​ມື​ຄົ້ນຄວ້າ,ສະນັ້ນ ລະດັບ​ຕໍ່​ເຮືອ​ຂອງ​ພວກ​ເຮົາ​ໃນ​ປັດຈຸບັນ​​ໄດ້​ສູງ​ຂຶ້ນ​ຢ່າງ​ຫຼວງຫຼາຍ."

ປັດຈຸບັນ,ກ່ຳ​ປັ່ນ​ຂົນ​ສົ່ງ​ອາຍ​ແກັສທາດ​ນ້ຳ​ແມ່ນ​ກ່ຳ​ປັ່ນ​ທີ່​ມີ​ເຕັກນິກ​ສູງ​ສຸດ​ໃນ​ໂລກ,ວິ​ສາ​ຫະກິດ​ຕໍ່​ກ່ຳ​ປັ່ນ​ຂອງ​ຈີນ​ຕໍ່​ກ່ຳ​ປັ່ນ​ແນວ​ນີ້​ໄດ້,​ແລ້ວ​ໄດ້​ເຂົ້າ​ຕະຫຼາດ​ຕໍ່​ກ່ຳ​ປັ່ນ​ອາຍ​ແກັສທຳ​ມະ​ຊາດ​ທາດ​ນ້ຳສາກົນ​ຢ່າງ​ສຳ​ເລັດ​ຜົນ.

ຕໍ່​ລະດັບ​ເຕັກນິກ​ຕໍ່​ກ່ຳ​ປັ່ນ​ກວມ​ລວມຂອງ​ຈີນ​ໃນ​ປັດຈຸບັນ,ທ່ານ​ຈ່າງ​ກວາງ​ຊິ່ນ ຮອງ​ປະທານ​ຄະນະ​ກຳມະການ​ອຸດສາຫະກຳ​ວິທະຍາສາດ​ເຕັກນິກ​ປ້ອງ​ກັນ​ປະ​ເທດ ​ເຊິ່ງ​ເປັນ​ພາກສ່ວນ​ຊີ້​ນຳ​ອຸດສາ​ຫະກຳ​ຕໍ່ກ່ຳ​ປັ່ນຂອງ​ຈີນ​​ໄດ້ຕີ​ລາຄາ​ວ່າ:

"ປັດຈຸບັນ,ນອກ​ຈາກ​ກ່ຳ​ປັ່ນ​ສ່ວນ​ໜ້ອຍ​ເຊັ່ນ​ກ່ຳ​ປັ່ນທ່ອງ​ທ່ຽວ​ຫຼູຫຼາ​ເປັນຕົ້ນ​ແລ້ວ,ຈີນ​ສາມາດ​ຕໍ່​ກ່ຳ​ປັ່ນ​ທີ່​ສອດຄ່ອງ​ກັບ​ແບບ​ແຜນ​ສາກົນ​ແລະ​ເດີນ​ຢູ່​​ເຂດ​ທະ​ເລ​ໃດໆ​ໄດ້."

ຍ້ອນ​ມີ​ເຕັກນິກ​ຕໍ່​ກ່ຳ​ປັ່ນ​ສູງ,ອຸດສາຫະກຳ​ຕໍ່​ກ່ຳ​ປັ່ນ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ. ​ເມື່ອ 10 ປີ​ກ່ອນ,ປະລິມານ​ຕໍ່​ກ່ຳ​ປັ່ນ​ຂອງ​ຈີນ​​ໄດ້ຖັດຈາກ​ສ.​ເກົາຫຼີ​ແລະ​ຍີ່​ປຸ່ນ,ກາຍ​ເປັນ​ປະ​ເທດ​ຕໍ່​ກ່ຳ​ປັ່ນ​ໃຫຍ່​ທີ​ສາມ​ຂອງ​ໂລກ,​ແລະ​ໄດ້​ຮັກສາ​ການ​ລຽງ​ລຳດັບ​ນີ້​ຮອດ​ຊູ່​ມື້​ນີ້. ອຸດສາ​ຫະກຳ​ຕໍ່​ກ່ຳ​ປັ່ນ​ຂອງ​ຈີນ​ທີ່​ພັດທະນາ​ຢ່າງ​ຟົດ​ຟື້ນ​ໄດ້​ດຶງ​ດູດ​ເອົາ​ເຈົ້າຂອງ​ກ່ຳ​ປັ່ນ​ຂອງ​ຫຼາຍ​ປະ​ເທດ​ມາ​ຈອງ​ຊື້​ກ່ຳ​ປັ່ນ,ກ່ຳ​ປັ່ນ​ຂອງ​ຈີນ​ໄດ້​ສົ່ງ​ອອກ​ໄປ​ຂາຍ​ຢູ່ 60 ກວ່າ​ປະ​ເທດ​ໃນ​ໂລກ​ແລ້ວ.

ຄຽງ​ຄູ່​ກັບ​ເຕັກນິກ​ກ້າວໜ້າ​ເລື້ອຍໆ,​ອຸດສາ​ຫະກຳ​ຕໍ່​ກ່ຳ​ປັ່ນ​ຂອງ​ຈີນ​ພວມ​ສ້າງ​ຄວາມ​ສະ​ຫງ່າ​ລາສີ​ໃໝ່​ແລະ​ປະກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ອຸດສາ​ຫະກຳ​ຂົນ​ສົ່ງ​ທາງ​ນ້ຳສາກົນ.