ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-29 18:00:38    
ວິ​ທີ​ປ້ອງ​ກັນ​ພະ​ຍາດ​ຫຼາຍ​ຊະ​ນິດ​ທີ່​ເດັກ​ນ້ອຍ​ເປັນ​ຫຼາຍ​ໃນ​ຍາມ​ຮ້ອນ

cri
ໃນ​ລະດູ​ຮ້ອນ,ອາກາດ​ຮ້ອນ​ຈັດ,​ເວົ້າສຳລັບ​ເດັກນ້ອຍ​ແລ້ວ,ມັກ​ຈະ​ເປັນ​ພະຍາດ​ບາງ​ຢ່າງ. ​ໃນ​ລາຍການ​ສຸກສາລາ​ພາກ​ນີ້ ຂ້າພະ​ເຈົ້າຂໍ​ແນະ​ທຳ​ວິທີ​ປ້ອງ​ກັນ​ພະຍາດ​ທີ່​ມີ​​ເດັກນ້ອຍ​ເປັນຫຼາຍ​ໃນ​ຍາມ​ຮ້ອນ.

​ໃນລະດູ​ຮ້ອນ,ອາກາດ​ອົບ​ເອົ້າ,ທັງ​ປຽກຊຸ່ມ,​ເດັກນ້ອຍ​ຊ້ຳພັດ​ມັກ​ເໜັງ​ຕີງ​ຈຶ່ງ​ມີ​ເຫື່ອ​ອອກ​ງ່າຍ. ຖ້າ​ເດັກນ້ອຍ​ອອກ​ເຫື່ອ​ແລ້ວ​ບໍ່​ໄດ້​ເຊັດ​ໃຫ້​ໂລກ​ຫຼື​ຈົນຮູ​ຂົນ​ຖືກ​ຕັນ,​ເຫື່ອ​ອອກ​ບໍ່​ສະດວກ,ຢູ່​ອ້ອມ​​ຮູ​ຂົນ​ກໍຈະ​ອັກ​ເສບ,ກາຍ​ເປັນ​ຝົດ​ເຫື່ອ. ​ເມື່ອ​​ເດັກນ້ອຍ​ເປັນ​ຝົດ​​ເຫື່ອ​ແລ້ວ,ຍ້ອນ​ວ່າ​​ຄັນ,ອົດ​​ບໍ່​ໄດ້​ຈຶ່ງ​ເກົາ​ມັນ,ຖ້າ​​ເກົາ​ຈົນ​ຜິວ​ລອກ​ກໍ​ອາດ​ຈະ​ພາ​ໃຫ້​ອັກ​ເສບ​ໄດ້.

ສະນັ້ນ ຖ້າ​​ບໍ່​ຢາກໃຫ້​ເດັກນ້ອຍ​ເປັນ​ຝົດ​​ເຫື່ອ,ກ່ອນ​ອື່ນ ຕ້ອງ​ຮັກສາ​ໃຫ້​ອາກາດ​ໃນ​ເຮືອນລຸ​ລ່ວງ​ແລະ​ແຫ້ງ,ພະຍາຍາມ​​ຫຼຸດອຸນ​ຫະພູມ​ໃນ​ຫ້ອງ​ໃຫ້​ຕ່ຳລົງ,​ເພື່ອບໍ່​ໃຫ້​ເດັກນ້ອຍ​ອອກ​ເຫື່ອຫຼາຍ. ຖັດມາ,​ແມ່ນຄວນ​ອາບນ້ຳ​ໃຫ້​ເດັກນ້ອຍ​ເລື້ອຍໆ,ຮັກ​ສາ​ໃຫ້​ຜິວໜັງ​ສະອາດ. ​ອາບນ້ຳ​ໃຫ້​ເດັກນ້ອຍ​ຄວນ​ໃຊ້​ນ້ຳອຸ່ນ,ດີ​ທີ່​ສຸດ​ຢ່າໃຊ້​ສະ​ບູ່​ທາດ​​ແຂງຫຼາຍ​ເພື່ອ​ບໍ່​ໃຫ້ກະຕຸກ​ຜິວໜັງ. ​ເມື່ອ​ອາບນ້ຳ​ແລ້ວໆ,ຕ້ອງ​ເຊັດ​ໃຫ້​ແຫ້ງ​ໃນ​ທັນທີ,​ແລ້ວ​ທາ​ແປ້ງ​ກຸ່ມແກ້​ຝົດ. ຖັດມາ,ຄວນ​ປ່ຽນ​ເສື້ອ​ເລື້ອຍໆ,ຢ່າ​ໃຫ້​ເດັກນ້ອຍ​ນຸ່ງ​ເສື້ອ​ທີ່​ຖືກ​ນ້ຳເຫື່ອ​ຈົນ​ປຽກ,​ເສື້ອ​ຜ້າ​ຄວນ​​ແມ່ນ​ເສື້ອ​​ຝ້າຍ,​ເພາະວ່າມັນ​​ຊັບເຫື່ອ​​ໄດ້​ດີແລະ​ບໍ່​ອັບ. ສຸດ​ທ້າຍ,ຍັງ​ຕ້ອງ​ຕັດ​ເລັບມື​ໃຫ້​​ເດັກນ້ອຍ​ເລື້ອຍໆ,​ປ້ອງ​ກັນ​ບໍ່​ໃຫ້​​ເດັກ​ນ້ອຍ​ເກົາ​ຜິວຈົນ​ລອກ​ແລະ​ອັກ​ເສບ​ຍ້ອນ​ຊຶ້ມ​ເຊື້ອ.

ພະຍາດ​ຕາ​ແດງ​ແມ່ນ​ພະຍາດ​ເຍື້ອ​​ຫຸ້ມຕາ​​ອັກ​ເສບ​ກະທັນຫັນ​ຍ້ອນ​ເຊື້ອ​ພະຍາດ. ທຳ​ມະ​ດາ​ແລ້ວ ພະຍາດ​ນີ້​ມັກ​ເປັນ​ໃນ​ລະດູ​ຮ້ອນ​ແລະ​ລະດູ​​ໃບ​ໄມ້ຫຼົ່ນ,​ຕິດ​ແປດ​​ໄວ​ທີ່​ສຸດ. ຖ້າ​ເດັກນ້ອຍ​ດີໆ​ແຕະຕ້ອງ​ເຄື່ອງ​​​ໃຊ້​ຂອງ​ເດັກນ້ອຍ​ທີ່​ເປັນ​ພະຍາດ​ເຊັ່ນ​ຜ້າ​ເຊັດ​ໜ້າ,ຊາມ​ລ້າງ​ໜ້າ​ແລະ​ຂອງ​ຫຼິ້ນ​ເປັນຕົ້ນ​ກໍ​ຈະ​ຕິດ​ແປດ​ໂລດ. ວິທີ​ປ້ອງ​ກັນ​ພະຍາດຕາ​ແດງ ສຳຄັນ​ແມ່ນ​ຕ້ອງ​ມີ​ຄວາມ​ຊິນ​ເຄີຍ​ອະນາ​ໄມ​ທີ່​ດີ​ໃນ​ຍາມ​ປົກກະຕິ,​​ແຕ່ລະຄົນ​ຕ້ອງມີ​ຜ້າ​ເຊັດ​ໜ້າຂອງ​ຕົນ​ເອງ,ຢ່າ​ໃຊ້​ມື​​​ເປື້ອນ​ແລະ​ຜ້າ​ຂົນໜູ​ທີ່​​ເປື້ອນ​ເຊັດ​ຕາຫຼື​ຍ່ອງ​ຕາ. ​ເດັກນ້ອຍ​ຖ້າ​ເປັນ​ພະຍາດ​ຕາ​ແດງ​ແລ້ວ,ຄວນ​ພັກຜ່ອນ​ຢູ່ໃນ​ເຮືອນ​ແລະ​ປິ່ນປົວ,ທັງ​​ເອົາ​ຜ້າ​ເຊັດ​ໜ້າແລະ​​ແພມົນ​ທີ່​ເດັກນ້ອຍ​​ໃຊ້​ແລ້ວ​ນັ້ນ​ໄປ​ຕົ້ມ​ໃຫ້​ຟົດ​ເພື່ອ​ດັບ​ເຊື້ອ​.

​ໃນ​ຍາມ​ຮ້ອນ,​ເດັກນ້ອຍ​ຍັງ​ຕ້ອງ​ປ້ອງ​ກັນ​​ໄຂ້​ຍາມ​ຮ້ອນ,ທຳ​ມະ​ດາ​ແລ້ວ,​ພະຍາດ​ນີ້​ມັກ​ເປັນໃນ​ຫຼາຍ​ເດືອນ​ທີ່​ອາກາດ​ຮ້ອນ​ທີ່​ສຸດ,ມີ​ອາການ​ຄື​ເປັນ​ໄຂ້​ຍາວ​ນານ,​ອຸນຫະພູມ​ຄີງ​ຢູ່​ໃນ​ລະຫວ່າງ 38 ຮອດ 40 ອົງສາ,​ອາດ​ຈະ​ໄຂ້​​ເດືອນ​ໜຶ່ງຮອດ 3 ​ເດືອນ,​ເມື່ອຮອດຍາມ​ອາກາດ​ເຢັນ​ລົງ,ອຸນຫະ​ພູມ​ຄີງກໍ​ຈະ​ຕ່ຳລົງ; ບໍ່​ມີ​ເຫື່ອຫຼື​ເຫື່ອ​ອອກ​​ໜ້ອຍ; ​ເດັກນ້ອຍ​ທີ່​ເປັນ​​ໄຂ້ກິນ​ນ້ຳຫຼາຍ​ຍ່ຽວ​ກໍຫຼາຍ. ​ເມື່ອ​ກວດ​​ເບິ່ງ​ແລ້ວ,ມີ​ແຕ່​ຕົວຮ້ອນ​ທໍ່​ນັ້ນ ບໍ່​ມີ​ແນວ​ອື່ນ​ທີ່​ຜິດ​ປົກກະຕິ. ປັດຈຸບັນ ​ເຫັນ​ວ່າ​ພະຍາດ​ດັ່ງກ່າວ​ອາດ​ຈະ​ກ່ຽວ​ພັນ​ເຖິງ​ລະບົບ​ປະສາດ​ສູນກາງ​ຂອງ​ເດັກນ້ອຍ​ເຕີບ​ໂຕ​ບໍ່​ສົມບູນ. ຫຼັງຈາກ​ເດັກນ້ອຍ​ເປັນ​ພະຍາດ​ຄີງ​ຮ້ອນ​ແລ້ວ,ຈະໃຊ້​ວິທີ​ຟິຊິກ​ມາ​ຫຼຸດອຸນ​ຫະພູມ​ຄີງ​ກໍ​ໄດ້,ຕົວຢ່າງ​ຄື​ອາບ​ນ້ຳອຸ່ນ,​ໃຊ້​ເຫຼົ້າ​ເກົ້າສິບ​ເຊັດ​​ໂຕ​ເປັນຕົ້ນ.

ນອກນີ້ ພະຍາດ​ເປັນ​ຝິຫົມ​ໜອງ​ກໍ​ແມ່ນ​ພະຍາດ​ທີ່​ເດັກນ້ອຍ​ຕ້ອງ​ປ້ອງ​ກັນ​ໃນ​ຍາມ​ຮ້ອນ. ພະຍາດ​ນີ້​ສ່ວນຫຼາຍ​ມັກ​ເປັນ​ໃນຍາມ​ຮ້ອນໆ​ທີ່​ອາກາດ​ ​ປຽກ​ຊຸ່ມຫຼາຍ,​ເດັກນ້ອຍ​ກ່ອນ​ໄວ​ຮຽນ​ມັກ​ເປັນ. ​ຝີ​ຫົມ​ໜອງ​​ຕິດ​ແປດ​ແຮງ​ທີ່​ສຸດ,​ສຳຄັນ​ແມ່ນ​ຖ້າ​ບາຍ​ຖືກ​ຫຼື​ໃຊ້​ຂອງ​ທີ່​ແປດ​ເປື້ອນ​ຂອງ​ຜູ້​ເປັນ. ​ເດັກນ້ອຍ​ທີ່​ເປັນ​ຝີ​ນີ້ບາງ​ຄົນ​ອາດ​ຈະ​ເກີດ​ໝາກ​ໄຂ່ຫຼັງ​ອັກ​ເສບກະທັນ​ຫັນ​ຫຼັງຈາກ​ເປັນ​ພະຍາດ​ນີ້​ແລ້ວພາຍ​ໃນ 1 ຮອດ 3 ອາທິດ.​ ດັ່ງນັ້ນ ​ເມື່ອ​ເດັກນ້ອຍ​ເປັນ​ຝີ​ຫົມ​ໜອງ,ພໍ່​ແມ່​ຄວນ​ພາ​ເດັກນ້ອຍ​ໄປ​ປົວ​ຢູ່​ໂຮງໝໍ​​ໂດຍ​ໄວ,ຖ້າ​ອາການ​ບໍ່​ໜັກ,​ກໍມີ​ແຕ່​ທາ​ຢາຫຼືປົວ​ແຕ່ພາກ​ສ່ວນ​ກໍ​ໄດ້​ແລ້ວ,ຖ້າ​ອາການ​ອ່າວ​ໜັກ,ກໍ​ຕ້ອງ​ປົວ​ດ້ວຍ​ຢາ​ຕ້ານ​ເຊື້ອ​ໝົດ​ຮ່າງກາຍ.