ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-29 20:55:49    
ຜູ່​ແທນ​ຈີນ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​​ໃໝ່​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ເວ​ທີ​ປາ​ໄສ​ອາ​ຊຽນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 29 ກໍລະກົດ​ນີ້, ທ່ານ​ລິວ​ຢົງ​ຊິງ ​ເອກ​ອັກຄະ​ລັດ​ຖະ​ທູດ​ຈີນ​ປະຈຳ​ລາວ​ໄດ້​ບັນ​ລະ​ຍາຍຫຼັກໝັ້ນຂອງ​ຝ່າຍ​ຈີນ​ກ່ຽວ​ກັບສະຖານະ​ການ​​ໃໝ່​ດ້ານ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ອາຊີ​ປາຊີ​ຟິກຕໍ່​ກອງ​ປະຊຸມລັດຖະມົນຕີ​ການ​ຕ່າງປະ​ເທດ​​ເວທີ​ປາ​ໄສ​ອາ​ຊຽນ​ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນຢູ່​ວຽງ​ຈັນ.

​ໃນ​ເວລາ​ທ່ານ​ກ່າວ​ຄຳ​ປາ​ໄສ​ໂດຍ​ຕາງໜ້າ​ໃຫ້​ແກ່​ທ່ານ​ລີ​ຈ້າວ​ຊິງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ, ທ່ານ​ກ່າວ​ວ່າ, ບັນດາ​ປະ​ເທດ​ອາຊີ​ປາຊີ​ຟິກ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມໝັ້ນຄົງຂອງ​ພາກ​ພື້ນ​ແຫ່ງ​ນີ້, ​ປະຈຸ​ບັນ ພາກ​ພື້ນ​ອາຊີ​ປາຊີ​ຟິກຍັງ​ປະ​ເຊີນ​ສິ່ງ​ທ້າ​ທາຍບໍ່​ໜ້ອຍ​ໃນ​ດ້ານຄວາມ​ໝັ້ນຄົງ. ຝ່າຍ​ຈີນ​ເຫັນ​ວ່າ, ການ​ພັດທະນາ​​ເວທີ​ປາ​ໄສ​ອາ​ຊຽນໃນ​ອະນາຄົດຄວນ​ເອົາ​ໃຈ​ໃສ່​ນຳ 4 ດ້ານ​ຄື​ດັ່ງ​ລຸ່ມ​ນີ້:

ໜຶ່ງ ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະ​ກັນ; ສອງ ​ໂຄລົບ​ຈຸດ​ພິ​ເສດ​ຂອງ​ບັນ​ດາ​ປະ​ເທດມີ​ຄວາມຫຼາກຫຼາຍ, ສືບ​ຕໍ່​ສົ່ງ​ເສີມ​ບົດຮຽນສຳ​ເລັດ​ຜົນ​ແລະຫຼັກການ​ທີ່​ປຶກ​ສາ​ຫາລື​ກັນ​ຢ່າງ​ເປັນ​ເອກະ​ພາບກັນ​ ​ຄ່ອຍ​ເປັນ​ຄ່ອຍ​​ໄປ; ສາ​ມ ຊຳລະ​ການ​ພົວພັນ​ລະຫວ່າງ​ເວທີ​ປາ​ໄສ​ກັບ​ກົນ​ໄກ​ອື່ນໆ​ໃຫ້​ດີ, ຕາບ​ຈູ​ນກັນດ້ານ​ທ່າ​ແຮງ; ສີ່ ຮັກສາ​ຄວາມ​ຄົງ​ຕົວ, ຊຸກ​ຍູ້​ໃຫ້​ເວທີ​ປາ​ໄສ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ລິວ​ຢົງ​ຊິງ​ຍັງ​ໄດ້​ບັນ​ລະ​ຍາຍຫຼັກໝັ້ນຂອງ​ຝ່າຍ​ຈີນ​ໃນ​ການຮັດ​ແໜ້ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ໂຈມ​ຕີການ​ຕ້ອງ​ໂທດ​ຂ້າມ​ຊາດ​, ສະໜັບສະໜູນ​ຊອກ​ຄົ້ນຊ່ອງ​ທາງ​ແລະ​ວິທີ​ດຳ​ເນີນ​ການ​ຕ່າງປະ​ເທດທີ່​ມີ​ລັກ​ສະ​ນະປ້ອງ​ກັນ​ຢ່າງ​ເລິກ​ເຊິ່ງ.