ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-07-30 17:56:08    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຫວັງ​ໃຫ້​ຈີນ​ອິນ​ໂດ​ເນ​ເຊຍ​ຈົ່ງ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ສອງ​ຝ່າຍ​ກ້າວ​ໄປ​ໜ້າ​ ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ29​ກໍລະກົດ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເຈິ່ງ​​​ເຜີຍ​ອຽນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,ຫວັງ​ໃຫ້​ລັດຖະບານ​ແລະ​ບຸກຄົນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍຈົ່ງກຳ​ໂອກາດ​ຍຸກ​ສະ​ໄໝ,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື,​ຍົກ​ລະ​ດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ,ຊຸກຍູ້​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ສອງ​ຝ່າຍ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຕໍ່​ບຸກຄົນ​ວົງ​ການ​ອຸດສາຫະກຳ​ການ​ຄ້າຂອງ​ສອງ​ປະ​ເທດ,​ທ່ານ​ເຈິ່ງ​ເຜີຍ​ອຽນ​ຊີ້​ອອກ​ວ່າ,ຈີນ​ແລະ​ອິ​ນ​ໂດ​ເນ​ເຊຍ​ມີ​ຄວາມ​ຕາບ​ຈູ​ນກັນ​ຫຼາຍ​ໃນ​ດ້ານ​ເສດ​ຖະ​ກິດ,​ການ​ເປີດ​ກວ້າງ​ການ​ຮ່ວມມື​ເສດຖະກິດ​ເຕັກນິກ​ສອງ​ຝ່າຍ​ມີ​ອະນາຄົດ​ອັນ​ກວ້າງ​ຂວາງ​ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ວັນ​ທີ29​ກໍລະກົດ​ຢູ່​ທີ່​ປັກ​ກິ່ງ,ວິ​ສາ​ຫະກິດ10​ກວ່າ​​ແຫ່ງ​ຂອງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າ​ລື່ນ​ກາຍ4​ຕື້​ໂດ​ລາ​ສະ​ຫະ​ລັດ.​ສັນ​ຍາ​ເຫຼົ່າ​ນີ້​ຕົ້ນ​ຕໍ​ໄດ້​ກ່ຽວ​ພັນ​ເຖິງ​ຂະ​ແໜງ​ການ​ການ​ທະນາຄານ,ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​​ແກັສ​ທຳ​ມະ​ຊາດ,​ການ​ຮັບ​ເໝົາ​ໂຄງການ,ຂະ​ແໜງ​ການIT​​ແລະ​ອື່ນໆ.